ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະບາຍດີ ປີໃໝ່ - Happy New Year!


ການສະຫລອງປີໃໝ່ສາກົນ ຢູ່ຈະຕຸລັດ Times Square ໃນນະຄອນ New York.
ການສະຫລອງປີໃໝ່ສາກົນ ຢູ່ຈະຕຸລັດ Times Square ໃນນະຄອນ New York.

ມື້ນີ້ ວັນ​ທີ 31 ທັນວາ ​ເປັນ​ມື້​ທີ່​ທົ່ວ​ໂລກ​ພາກັນ​ສົ່ງ​ທ້າຍ​ປີ​ເກົ່າ​ແລະ
​ຕ້ອນຮັບ​ປີ​ໃໝ່​ສາກົນ ດ້ວຍ​ການ​ຊຸມ​ເຂົ້າສັງ​ສັນກັນ​ໃນ​ລະຫວ່າງ
ຍາດ​ມິດ​ແລະ​ໝູ່​ເພື່ອນ ຫລື​ບໍ່​ກໍ​ໄປ​ຮ່ວມ​ໃນ​ງານ​ພາ​ຕີ້​ທີ່​ຈັດ​ຂຶ້ນ​ຢູ່​
ໂຮງ​ແຮມ ​ແລະ​ສະຖານ​ທີ່​ຈັດ​ງານ​ໃຫຍ່ໆ ມ່ວນ​ຊື່ນ​ລື້​ນ​ເລີງ​ແລະ​
ເຕ້ນ​ລຳ​ກັນ ​ທ່າມກາງ​ສຽງ​ບັນ​ເລງ​ເພງ​ແລະ​ດົນຕີ ທີ່​ຄຶກຄື້ນ. ​ໃນ​
ມື້​ນີ້ ​ເພງ​ໜຶ່ງ​ທີ່ຊາວ​ຕາ​ເວັນ​ຕົກ​ຈະ​ພາກັນ​ຮ້ອງເປັນ​ປະຈຳ​ ​ເພື່ອ
ສົ່ງ​ທ້າຍ​ປີ​ເກົ່າ​ແລະ​ຕ້ອນຮັບ​ປີ​ໃໝ່ ກໍ​ຄື​ເພງ Auld Lang Syne. ​
ເພງ​ນີ້ມີຄວາມ​ໝາຍ​ແນ​ວໃດ ດາຣາຈະ​ມາ​ເລົ່າ​ສູ່​ທ່ານ​ຟັງ.

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ຂະ​ນະ​ນີ້ບັນດາ​ທ່ານ​ຜູ້​ຟັງຢູ່​ທາງ​ປະ​ເທດລາວ ປະ​ເທດໄທ ​
ແລະ​ເຂດ​ອື່ນໆ​ຂອງ​ເອ​ເຊຍ ທັງ​ອອສ​ເຕຣ​ເລຍ ນິວ ຊີ​ແລນ​ດ໌ ຫລື​ແມ່ນ​ແຕ່​ຢູ່​ຢູ​ໂຮບຫລືຣັດ
ເຊຍ ກໍ​ຄົງ​ຈະ​ເລີ້ມສະ​ເຫລີ​ມ ​ສະຫລອງປີ​ໃໝ່​ກັນແລ້ວ ດ້ວຍ​ການກິນ​ລ້ຽງ​ສັງ​ສັນກັນ​ຢ່າງ​ມ່ວນ​ຊື່ນລື້​ນ​ເລີງ ​ແລະຮ້ອງ​ເພງ​ເຕ້ນ​ລຳກັນຢ່າງ​ສະໜຸກ​ສະໜາ​ນ ຊື່​ງບາງ​ທ່ານ​ກໍຄົງ​ຈະ​ສະຫລອງ​ກັບ​ຍາດ​ມິດ​ແລະ​ໝູ່​ເພື່ອນ​ຢູ່​ບ້ານ ບາງ​ທ່ານ​ກໍ​ຄົງ​ຈະ​ໄປ​ຮ່ວມ​ໃນ​ງານສະ​ເຫລີ​ມ​ສະຫລອງ​ທີ່​ຈັດ​ຂຶ້ນ ຢູ່​ຕາມໂຮງ​ແຮມ​ແລະ ສະຖານ​ທີ່​ຈັດ​ງານ​ຕ່າງໆ ທ່າມກາງ​ສຽງ​ເພງ​ອວນ​ພອນ​ປີ​ໃໝ່ ​ທີ່​ສ້າງ​ຄວາມ​ຄຶກຄື້ນ​ມ່ວນ​ຊື່ນ ຂະນະ​ທີ່​ລໍຖ້າ​ນັບ​ຖອ​ຍຫລັງ ຫລື count down ​ໄປ​ຫາ​ເວລາ​ທ່ຽງ​ຄືນ​ເພື່ອ​ຈະ​ໄດ້​ຕ້ອນຮັບການ​ມາ​ຮອດ​ຂອງ​ປີ​ໃໝ່ 2015 ດ້ວຍ​ສຽງ​ໂຮ​ເຊຍກັນ ​ຢ່າງ​ມ່ວນ​ຊື່ນ.

ສະຫະລັດ ​ແລະ​ບັນດາປະ​ເທດ​ອື່ນໆ​ໃນ​ທະວີ​ບອາ​ເມຣິກາ ​ແມ່ນ​ເປັນ​ປະ​ເທດ​ສຸດ​ທ້າຍ
ທີ່ຈະ​ໄດ້​ຕ້ອນຮັບ​ປີ​ໃໝ່ ​ເພາະວ່າ​ຢູ່ໃນ​ເຂດ​ທີ່ເວລາ​ລ້າ​ຫລັງເຂດ​ອື່ນໆຂອງ​ໂລກ. ເວລາ​ນີ້
ຢູ່​ວໍ​ຊິງ​ຕັນ ​ດີ​ຊີ ຍັງ​ເປັນ​ຕອນ​ເຊົ້າ​ຂອງ​ວັນ​ພຸດ ທີ 31 ທັນວາ​ຢູ່ ສະ​ນັ້ນ​ການສະ​ເຫລີ​ມສະ
ຫລອງ​ສົ່ງ​ທ້າ​ຍປີ​ເກົ່າ ​ຕ້ອນຮັບ​ປີ​ໃໝ່ ​ກໍ​ຍັງ​ບໍ່​ໄດ້​ເລີ້ມ​ຂຶ້ນ​ເທື່ອ. ຊາວ​ອາ​ເມຣິກັນສ່ວນ​ໃຫຍ່
ແມ່ນ​ຈະ​ພາກັນ​ຈັດ​ງານສະຫລອງ​ຢູ່​ບ້ານ ​ໃນ​ລະຫວ່າງ​ຍາດ​ມິດ​ແລະ​ໝູ່​ເພື່ອນ ​ແຕ່​ກໍ​ມີ
ຈຳນວນ​ຫລາຍ​ເຊັ່ນ​ກັນ ທີ່​ພາກັນ​ໄປ​ສະຫລອງ​ຢູ່​ໃນ​ງານ​ພາ​ຕີ້​ທີ່​ຈັດ​ຂຶ້ນ​ຢູ່​ໂຮງ​ແຮມ. ບາງ
ຫົວ​ເມືອ​ງກໍ​ຈັດ​ງານ​ສະ​ແດງ​ດົນຕີ ສະຫລອງ​ກັນ​ຢູ່​ກາງ​ແຈ້ງ ​ເຊັ່ນ​ຢູ່​ນະຄອນ​ນິວຢອກກໍ
ແມ່ນ​ຢູ່ບໍລິ​ເວນ Time Square ອັນ​ລື​ຊື່ ຊຶ່ງ​ມີ​ຜູ້​ມາ​ຮ່ວມ​ສະຫລອງ​ກັນ​ຫລາຍ​ແສນ​ຄົນ
ມາ​ຟັງ​ດົນ​ຕີ​ທີ່ບັນ​ເລງ​ໂດຍ​ວົງ​ດົນຕີ​ຫລາຍໆ​ວົງ ​ແລະ​ເຕ້ນ​ລຳ​ມ່ວນ​ຊື່ນ​ໄປ​ກັບ​ສຽງ​ເພງ
​ແລະສຽງ​ດົນຕີ​ເຫລົ່າ​ນັ້ນ.

Auld Lang Syne...

​ແລະ​ນີ້​ຄື​ເພງ​ທີ່​ຊາວ​ອາ​ເມຣິກັນ ຈະ​ໄດ້​ຍິນ​ແລະ​ພາກັນ​ຮ້ອງສົ່ງ​ທ້າຍ​ປີ​ເກົ່າ ກໍ​ຄື​ໃນ​ເວລາ​ທີ່
ປີ​ໃໝ່​ມາ​ເຖິງ. ຊື່​ເພງ “Auld Lang Syne” ​ເປັນ​ເພງທີ່​ຮ້ອງ​ກັນເປັນ​ປະ​ເພນີ​ ​ໃນ​ລະຫວ່າງ​ການສະ​ເຫລີ​ມສະຫລອງ ຕ້ອນຮັບ​ປີ​ໃໝ່. ເພງ​ນີ້​ ແມ່ນ​ເປັນ​ກາບ​ກອນ​ອັນ​ເກົ່າ​ແກ່​ຂອງ Scotland ຊຶ່ງ​ແຕ່​ກ່ອນ​ແມ່ນ​ແຄວ້ນ​ໜຶ່ງ​ຂອງ​ສະຫະ​ລາດ​ຊະ​ອານາຈັກ​ອັງກິດ. ເນື້ອ​ໃນ​ຂອງ​ເພງຖາມ​ວ່າ ຄວນ​ບໍ່​ທີ່​ເຮົາ​ຈະ​ລືມ​ເພື່ອນ​ເກົ່າ​ແກ່? ​ແລະ​ເຕືອນໃຫ້​ເຮົາ​ຈົ່ງຈື່​ຈຳໝູ່​ເກົ່າ​ເພື່ອນ​ເກົ່າ ​ແລະ​ວັນ​ເວລາ​ອັນ​ມ່ວນ​ຊື່ນ​ນຳ​ກັນ ​ເຖິງ​ແມ່ນ​ເວລາ​ຈະປ່ຽນ​ໄປ ​ປີ​ແລ້ວ​ປີ​ເຫລົ່າ
​ກໍ​ຕາມ​.

ຄຳ​ວ່າ “auld lang syne” ​ແປ​ວ່າ “old long since” ກໍ​ຄື​ເກົ່າ​ແກ່ ດົນ​ນານ​ມາ​ແລ້ວ ຊຶ່ງ
ໝາຍ​ເຖິງ​ມິດ​ຕະພາບ​ ​ຫລື​ຊ່ວງ​ເວລາເກົ່າ​ໆ ທີ່ມ່ວນຊື່ນ ບໍ່​ຄວນ​ຫລົງ​ລືມ.

ບໍ່​ມີ​ຜູ້​ໃດ​ຮູ້ຈັກ​ວ່າ ​ໃຜ​ເປັນ​ຄົນ​ຂຽນ​ກອນ​ນີ້​ຂຶ້ນ​ມາທຳ​ອິດ ​ແຕ່​ນັກ​ກະວີ​ຊາວສະກອຕ ທ່ານ Robert Burns ເປັນ​ຜູ້​ທຳ​ອິດ​ທີ່​ນຳອອກພິມ​ເຜີ​ຍ​ແຜ່​ໃນ​ປີ 1796. ​ແລະ​ເນື້ອ​ໃນ​ກັບທຳ
ນອງ​ຂອງ​ດົນຕີ ທີ່​ພວກ​ເຮົາ​ຮູ້ຈັກກັນ​ໃນ​ທຸກ​ມື້ນີ້ ​ແມ່ນ​ໄດ້​ປາກົດ​ຂຶ້ນ​ມາ​ໃນ​ປື້ມ​ເພງ​ປື້​ມໜື່ງ
ເປັນ​ເທື່ອ​ທຳ​ອິດ ​ໃນເວລາສາມ​ປີ​ຕໍ່​ມາ.

ຢູ່​ໃນ​ສະຫະລັດ ​ໃນ​ວັນ​ກ່ອນ​ວັນຂຶ້ນ​ປີ​ໃໝ່ ຫລື New Year’s Eve ກໍແມ່ນ​ຈະ​ໄດ້​ຍິນ​ເພງ​ນີ້
ຢູ່​ທົ່ວ​ທຸກ​ຫົນ​ແຫ່ງ. ນີ້​ຄືນັກ​ຮ້ອງຍິງຊື່​ດັງ​ຂອງ ​ອາ​ເມຣິກາ Mariah Carey ຮ້ອງ​ເພງ​ນີ້:


ກະ​ບໍ່​ມີ​ແຕ່​ຊາວ​ຕາ​ເວັນ​ຕົກ​ເທົ່າ​ນັ້ນ​ ທີ່​ຮ້ອງ​ເພງ​ນີ້ ນັກ​ຮ້ອງ​ລາວ​ກໍ​ຮ້ອງ​ ​ໄດ້​ມ່ວນຄື​ກັນ. ຂ້າພະ​ເຈົ້າ​ຂໍ​ອຳລາ​ທ່ານ​ໄປ​ພ້ອມ​ກັບ​ເພງ​ນີ້ ຂອງ​ອາ​ເລັກ​ແຊນ​ດຣາ ບຸນ​ຊ່ວຍ​ ເລີຍ. ຂໍ
​ໃຫ້ທຸກໆ​ທ່ານ​ຈົ່ງ​ມີ​ແຕ່​ຄວາມສຸກສົມ​ຫວັງ ແລະຄວາມຈະ​ເລີນກ້າວໜ້າ ຕະຫລອດ​ປີ​
ໃໝ່ 2015 ນີ້​. Happy New Year.

ວີໂອເອ ເລົ່າເລື້ອງ Santa Clause:

ຟັງລາຍງານນີ້ ເປັນພາສາອັງກິດຊ້າໆ:

Now, VOA Special English presents a special program for New Year’s Eve.

That is a song millions of Americans will hear this New Year’s Eve. It is called “Auld Lang Syne.” It is the traditional music played during the New Year’s celebration. Auld Lang Syne is an old Scottish poem. It tells about the need to remember old friends.

The words “auld lang syne” mean “old long since.” No one knows who wrote the poem first. However, a version by Scottish poet Robert Burns was published in 1796. The words and music we know today first appeared in a songbook three years later.

The song is sung in the United States mainly on New Year’s Eve.

Here is Lou Rawls singing his version of it…

Another version is by the Washington Saxophone Quartet.

As we end our program with “Auld Lang Syne,” I would like to wish all of our radio friends a very Happy New Year.

XS
SM
MD
LG