ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຮາໂນ່ຍໂກດແຄ້ນ ທີ່ຕຳຫຼວດໄທ ຍິງຊາວປະມົງຫວຽດນາມ


ບັນດາເຮືອປະມົງຫວຽດນາມ ທີ່ຈອດຢູ່ ເກາະ Ly Son ໃນພາກກາງຂອງຫວຽດນາມ ທີ່ແຂວງ Quang Ngai.
ບັນດາເຮືອປະມົງຫວຽດນາມ ທີ່ຈອດຢູ່ ເກາະ Ly Son ໃນພາກກາງຂອງຫວຽດນາມ ທີ່ແຂວງ Quang Ngai.

ໜັງສື​ພິມສະບັບນຶ່ງ ຂອງທາງການຫວຽດນາມ ​ໄດ້​ກ່າວ​ຫາ
ປະ​ເທດໄທ​ວ່າ ລະເມີດກົດໝາຍ​ສາກົນ ​ເວລາ​ຕຳຫຼວດນຳ້
ຂອງໄທ ຫວ່າງມໍ່ໆ​ມາ​ນີ້​ ໄດ້​ຍິງຊາວ​ປະມົງ​ຫວຽດນາມ​ສາມ
​ຄົນ ​ແລະເຮັດ​ໃຫ້​ນຶ່ງ​ຄົນ​ເສຍ​ຊີວິດ.

ໜັງສືພິມ​ Nhan Dan ທາງອິນ​ເຕີ​ແນັດຂອງທາ​ງການ ກ່າວ
​ວ່າ ​ເຫດ​ຮ້າຍໃນອາທິດ​ແລ້ວ​ນີ້ ​ໄດ້​ເກີ​ດຂື້ນຢູ່​ເຂດ​ນ່ານ​ນຳ້ທີ່
​ກວມ​ກັນລ​ະຫ​ວ່າງ ມາ​ເລ​ເຊຍ ຫວຽດນາມ ​ແລະ​ໄທ.

ລາຍ​ງານກ່າວ​ເພີ້​ມ​ເຕີມ​ວ່າ ບັນດາ​ເຮືອ​ຫາ​ປາ​ຫວຽດນາມໄດ້
ພາກັນຫລົບ​ໜີ​ ໃນ​ຂະນະ​ທີ່​ເຮືອ​ຕຳຫລວດ​ໄທ ​ແລ່ນເຂົ້າໄປ
ໃກ້ໆໂດຍປະກາ​ດຜ່າ​ນທາງວິທະຍຸວ່າ “​ເຮືອຫາ​ປາ​ຫວຽດ​ນາມ​ຢຸດ ຖ້າ​ບໍ່​ຢຸດ ພວກ​ເຮົາຈະ​
ຍິງ​ພວກ​ເຈົ້າ​ໃຫ້​ຕາຍ.”

ການສືບສວນຂອງຫວຽດນາມ​ໄດ້ລົງ​ຄວາມ​ເຫັນວ່າ ຕຳຫລວດ​ໄທ​ “​ໄດ້​ລະເມີດກົດໝາຍ
ຫວຽດນາມ ​ແລະສາກົນ” ​ແລະ​ໄດ້​ສະ​ເໜີໃຫ້​ແກ້ໄຂບັນຫານີ້ໃນລະ​ດັບ​ການ​ທູດ.

​ໃນ​ການ​ໃຫ້​ສຳພາດ​ກັບ ວີ​ໂອເອ ພາກພາສາ​ຫວຽດນາມ ​ໃນ​ວັນ​ພະຫັດ​ວານ​ນີ້ ປະທານ
ສະມາຄົມ​ຫາ​ປາຫວຽດນາມ ທ່ານ Le Thanh Luu ກ່າວ​ວ່າ ກຸ່ມ​ຂອງ​ລາວ​ຈະ​ຮຽກຮ້ອງ​
ໃຫ້ລັດຖະບານຮາ​ໂນ່ຍ ຮ້ອງ​ຂໍ​ຜ່ານໄປ​ຍັງ​ໄທ ​ເພື່ອໃຫ້ ໄທສືບສວນຢ່າງລະອຽດ ​ແລະ​
ໃຊ້​ຄ່າ​ເສຍ​ຫາຍ​ໃຫ້ແກ່ຊາວ​ປະ​ມົງແລະ​ຄອບຄົວ​ຂອງ​ເຂົາ​ເຈົ້າ.

ທ່ານ Le Thanh Luu ກ່າວ​ວ່າ “ບໍ່​ວ່າ​ມັນ​ເກີດ​ຂື້ນ​ຢູ່​ແຫ່ງຫົນ​ໃດການ​ຍິງຊາວ​ປະມົງ ທີ່​ບໍ່
ຕິດ​ອາວຸດ ໃຫ້ເຖິງແກ່ຄວາມຕາຍ ແມ່ນບໍ່​ມີ​ຄວາມ​ເປັນ​ມະນຸດ ​ແລະ​ຮັບ​ເອົາ​ບໍ່​ໄດ້. ທ່ານບໍ່
​ສາມາດ​ກ່າວວ່າ ​ເປັນ​ການ​ປ້ອງ​ກັນ​ໂຕຫລື​ແນວ​ໃດແນວ​ນຶ່ງ. ພວກ​ເຮົາຂໍປະນາມ​ຢ່າງ​ແຮງ​
ຕໍ່​ພຶດຕິການ​ດັ່ງກ່າວ.”

​ແຕ່ອົງການຂ່າວ​ຣອຍ​ເຕີ ​ໄດ້​ອ້າງ​ຄຳ​ເວົ້າຂອງ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ຂັ້ນ​ສູງຂອງໄທ​ຄົນ​ນຶ່ງ
​ວ່າ ການ​ຍິງຊາວປະມົງຫວຽດນາມນີ້ແມ່ນ​ເປັນ​ການ​ປ້ອງ​ກັນ​ໂຕ​.

XS
SM
MD
LG