ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ສ​ຫລ ແລະ ອິ​ສ​ຣາ​ແອ​ລ ກັງ​ວົນ​ໃຈ ກ່ຽວ​ກັບ ກາ​ນ​ຕັ້ງ​ລັດ​ຖະ​ບານ ສາ​ມັກ​ຄີ​ຊາດ ຂອງ​ປາ​ແລ​ສ​ໄຕ​ນ໌ (ວີດີໂອ)


ຜູ້ນຳອາວຸໂສ ຂອງກຸ່ມ Hamas ທ່ານ Moussa Abu Marzouq ມາຮອດບ່ອນພົບປະກັບ ເຈົ້າໜ້າທີ່ອາວຸໂສ ​ຂອງກຸ່ມ Fatah ​ທ່ານ Azzam Al-Ahmed ໃນເມືອງ Gaza (26 ພຶດ​ສະ​ພາ 201)
ຜູ້ນຳອາວຸໂສ ຂອງກຸ່ມ Hamas ທ່ານ Moussa Abu Marzouq ມາຮອດບ່ອນພົບປະກັບ ເຈົ້າໜ້າທີ່ອາວຸໂສ ​ຂອງກຸ່ມ Fatah ​ທ່ານ Azzam Al-Ahmed ໃນເມືອງ Gaza (26 ພຶດ​ສະ​ພາ 201)
ຄາ​ດວ່າບັນດາ​ເຈົ້າໜ້າ​ທີ່ Palistinian ຈະ​ປະກາດ​ ໃຫ້​ຊາບ
ການ​ຈັດຕັ້ງ ລັດຖະບານ​ສາມັກຄີ ລະ​ຫວ່າງ ກຸ່ມ Fata ​ແລະ
ກຸ່ມ Hamas ​ໃນ​ວັນ​ຈັນ​ມື້​ນີ້ ຊຶ່ງ​ທັງ​ສອງ​ກຸ່ມ​ດັ່ງກ່າວ​ ໄດ້ແບ່ງ​
ກັນຄຸ້ມຄອງແຕ່ລະເຂດຄື West Bank ​ແລະ Gaza Strip
​ເປັນ​ເວລາ 7 ປີຜ່ານມາ​ແລ້ວ.

ບາດ​ກ້າວ​ດັ່ງກ່າວ​ ​ເກີດ​ຈາກ​ການທີ່​ພວກ​ເຂົາ​ ໄດ້ຕົກລົງ​ກັນໃນ​ເດືອນ​ເມສາ​ ເພື່ອ​ເສີມ​ສ້າງ​ການ​ຮ່ວມ​ມື​ກັນ​ທາງ​ການ​ເມືອງ.

​ສະຫະລັດ ຖື​ວ່າ ກຸ່ມ Hamas ​ເປັນ​ອົງການ​ຈັດຕັ້ງກໍ່​ການ​ຮ້າຍ ​ແລະ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ John Kerry ສະແດງ​ຄວາມ​ກັງວົນ ​ໃນ​ວັນ​ອາທິດ​ວານ​ນີ້ ຕໍ່​ປະ​ທາ​ນາ​ທິບໍດີ​ຂອງ​ Palistinian ທ່ານ Mahmoud Abbas ​ໃນ​ການ​ທີ່ກຸ່ມ Hamas ຈະ​ມີ​ບົດບາດ​ໃນລັດຖະບານ Palistinian ນັ້ນ.

​ໂຄສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ທ່ານ​ນາງ Jen Psaki ກ່າວວ່າ ທ່ານ Abbas ​ຮັບປະກັນຕໍ່​ລັດຖະມົນຕີ​ວ່າ ລັດຖະບານ​ຂອງ​ຕົນ​ຕັ້ງ​ຄວາມໝັ້ນໝາຍ​ໄວ້​ວ່າຈະບໍ່​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ຈະຮັບ​ຮູ້ Israel ​ແລະ ທ່ານ Kerry ກ່າວ​ວ່າ ສະຫະລັດ ຈະ​ພິຈາລະນາ​ເບິ່ງ ​ລັດຖະບານປະສົມ​ດັ່ງກ່າວ​ ເບິ່ງນະ​ໂຍບາຍ ​ແລະ ເບິ່ງພາກ​ປະຕິບັດ​ຕ່າງໆ​ຕໍ່​ໄປ.

ນາຍົກລັດຖະມົນຕີ​ຂອງ​ອິສຣາແອ​ລ ທ່ານ Benjamin Netanyahu ​ໄດ້​ຊຸກຍູ້ຜູ້ນຳ​ທົ່ວ​ໂລກບໍ່​ໃຫ້​ຮັບ​ຮູ້​ລັດຖະບານ​ Palistinian ​ໂດຍເວົ້າໃນ​ວັນ​ອາທິດ​ວານ​ນີ້ວ່າ ມັນ​ຈະເປັນ “ການສົ່ງ​ເສີມ​ໃຫ້ພວກ​ກໍ່​ການ​ຮ້າຍ​ມີ​ຄວາມເຂັ້ມ​ແຂງຂຶ້ນ” ​ເພາະວ່າ ກຸ່ມ Hamas ​ໄດ້​ຮຽກ​ຮ້ອງໃຫ້​ທຳລາຍລ້າງຜານ Israel.
ເບິ່ງວີດີໂອເລື້ອງນີ້.
please wait

No media source currently available

0:00 0:00:54 0:00
XS
SM
MD
LG