ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມຮາມັສ ບໍ່ຮູ້ວ່າ ທະຫານອິສຣາແອລ ທີ່ຫາຍສາບສູນນັ້ນ ຢູ່ໃສ (ວີດີໂອ)


War in Gaza Also Waged on the Internet
please wait

No media source currently available

0:00 0:02:29 0:00

ວີດີໂອ: ສົງຄາມຢູ່ເຂດກາຊາ ດຳເນີນໄປ ຢູ່ໃນອິນເຕີແນັຕ ຄືກັນ.

ກອງທັບ​ອິສຣາ​ແອ​ລ​ໄດ້​ປິດ​ລ້ອມ​ເມືອງ Rafah ທາງ​ພາກ​ໃຕ້​
ຂອງ​ເຂດ​ອາຊາ ​ໃນ​ຂະນະ​ທີ່​ທະຫານ​ອິສຣາ​ແອ​ລຊອກ​ຫາ
ນາຍ​ທະຫານ​ຄົນ​ນຶຶ່ງ​ທີ່​ເຂົາ​ເຈົ້າ​ເຊື່ອ​ວ່າ ​ໄດ້​ຖືກ​ພວກ​ຮາ​ມັສ
ຈັບ​ໄປ ​ໃນ​ການ​ດັກ​ໂຈມ​ຕີ.

ໃນ​ວັນ​ເສົາ​ມື້​ນີ້​ເຊັ່ນ​ກັນ ບັນດາ​ເຈົ້າ​ໜ້າ​ທີ່ປາ​ແລ​ສ​ໄຕ​ນ໌ ກ່າວ
​ວ່າ 34 ຄົນ​ໄດ້ເສຍ​ຊີວິດ ​ໃນການ​ໂຈມ​ຕີ​ທາງ​ອາ​ກາດ ຢູ່​ໃນ
​ແລະ​ອ້ອມ​ແອ້ມ​ເມືອງ Rafah ​ໃນ​ວັນ​ເສົາ​ມື້​ນີ້ ຫລັງ​ຈາກ​ທີ່​
ຫລາຍ​ສິບ​ຄົນ​ໄດ້​ເສຍ​ຊີວິດ​ໄປ ​ໃນ​ວັນ​ສຸກ​ວານ​ນີ້.

​ໃນ​ຂະນະ​ທີ່​ອິສຣາ​ແອ​ລຊອກ​ຫາ​ທະຫານ​ຂອງ​ຕົນ​ຢູ່​ນັ້ນ ກຸ່ມ Hamas ກ່າວ​ວ່າ ຕົນ​ບໍ່​ຮູ້​ວ່າ ທະຫານ​ອິສຣາ​ແອລ ຍົດ​ຮ້ອຍ​ໂທຄົນ​ນັ້ນ ຢູ່​ໃສ ​ແຕ່​ສັນນິຖານ​ວ່າ ຜູ້ກ່ຽວອາດ​ໄດ້​ເສຍ​ຊີວິດ​ໄປ​ແລ້ວ ​ໃນ​ການ​ໂຈມ​ຕີ​ຂອງອິສຣາ​ແອລເອງ ທີ່​ມີ​ຂຶ້ນ​ບໍ່​ດົນ​ຫລັງ​ຈາກ ​ການ​ຢຸດຍິງທີ່​ໄກ່ເກ່ຍ
​ໂດຍ​ນາໆ​ຊາດ ​ໄດ້​ມີ​ຜົນ​ບັງຄັບ​ໃຊ້.

ກຸ່ມຮາ​ມັສ​ກ່າວໃນວັນ​ເສົາ​ມື້​ນີ້ວ່າ ຕົນ​ໄດ້​ຂາດ​ການ​ຕິດ​ຕໍ່​ກັບ​ພວກ​ນັກ​ລົບ​ຂອງ​ຕົນ ຢູ່​ພາກ​ໃຕ້​ຂອງ​ເຂດກາຊາ ບ່ອນ​ທີ່ອິສຣາ​ແອ​ລກ່າວ​ວ່າ ທະຫານ​ຂອງ​ຕົນ​ໄດ້​ຖືກ​ລັກພາ​ໂຕ​ໄປ. ກຸ່ມ Hamas ​ເວົ້າ​ວ່າ ຕົນ​ເຊື່ອວ່າ ສະມາຊິກ​ຂອງຕົນ ຢູ່​ທາງ​ພາກໃຕ້ຂອງເຂດ​ກາຊາ ​ໄດ້​ເສຍ​ຊີວິດໄປ​ໝົດ​ ພ້ອມ​ດ້ວຍ​ທະຫານອິສຣາ​ແອ​ລ ​ໃນການ​ໂຕມຕີ​ຂອງອິສຣາ​ແອ​ລ.

ວີດີໂອ: ຊາວກາຊາສວຍໂອກາດ ອອກໄປພັກຜ່ອນ ເວລາມີການຢຸດຍິງຊົ່ວຄາວ:

Broken Cease-fire Ends Gazans’ Brief Respite from War
please wait

No media source currently available

0:00 0:02:10 0:00

ປະທານາທິບໍດີສະຫະລັດ ທ່ານ Barrack Obama ​ໄດ້ຮຽກ​ຮ້ອງໄປ​ຍັງກຸ່ມ Hamas ​ໃຫ້​ປ່ອຍ​ໂຕ​ທະຫານ​ອິສຣາ​ແອບ ​ໂດຍ​ທັນ​ທີ ​ແລະ​ກໍ​ບໍ່​ມີ​ເ​ງື່ອນ​ໄຂໃດໆ ​ເພື່ອ​ສະ​ແດງ​ວ່າ ກຸ່ມ Hamas ຈິງ​ໃຈ​ກ່ຽວກັບ​ຄວ​າມ​ພະຍາຍາມທີ່​ຈະແກ້​ໄຂ​ສະຖານະ​ການ​ໃນເຂດ​ກາຊານັ້ນ.

ຢູ່່​ທີ່ກອງ​ປະຊຸມ​ຖະ​ແຫລ​ງຂ່າວ ​ໃນ​ວັນ​ສຸກ​ວານ​ນີ້ ທ່ານ Obama ກ່າ​ວຊໍ້າ​ແລ້ວ​ຊຳ້ອີກ​ວ່າ ອິດຣາ​ແອ​ລ ມີ​ສິດ​ປ້ອງ​ກັນ​ຕົນ​ເອງ​ຈາກລູກ​ຈະ​ຫລວດ ​ແລະການ​ໂຈມ​ຕີ​ຂອງ​ກຸ່ມ Hamas. ​ແຕ່ ທ່ານ​ໄດ້​ຮ້ອງ​ການເສ​ຍຊີວິດຂອງ​ພົນລະ​ເຮືອນ​ປາ​ແລ​ສ​ໄຕ​ນ໌ ນັ້ນ​ວ່າ​ ພາ​ໃຫ້ຫົວ​ໃຈ​ແຕກ​ທະລາ​ຍ ​ແລະ​ກ່າວ​ວ່າ ຕ້ອງ​ທຳ​ທຸກ​ວິທີ​ທາງເພື່ອປ້ອງ​ກັນ​ເຂົາ​ເຈົ້າ.

​ໃຂຕອນ​ແລງ​ວັນ​ສຸກ​ວານ​ນີ້ ລັດຖະສະພາ​ສະຫະລັດ ​ໄດ້​ຮັບ​ຜ່ານທຶນ​ຊ່ວຍ​ເຫລືອສຸກ​ເສີນ 225 ລ້ານ​ໂດ​ລ່າ ​ແກ່ໂຄ​ງການປ້ອງ​ກັນ​ລະບົບ​ລູກ​ສອນ​ໄຟ Iron Dome ຂອງ ອິສຣາ​ແອ​ລ ​ແລະ​ໄດ້ສົ່ງ​ມາດ​ຕະການ​ໄປໃຫ້ປະທານາ ທິບໍດີ Barack Obama ເຊັນ​ເປັນ​ກົດໝາຍ. ສະພາ​ຕໍ່​າກໍ​ໄດ້ລົງມະ​ຕິຮັບຮອງ​ເອົາ 395 ຕໍ່ 8 ສຽງ​ຄັດຄ້ານ.

​ໃນ​ຕອນ​ເຊົ້າ​ວັນ​ເສົາ​ມື້ນີ້ ​ເວັບ​ໄຊ້​ແຫ່ງ​ນຶ່ງຂອງ ອິສຣາ​ແອ​ລ ​ເວົ້າ​ວ່າ ລະບົບ Iron Dome ​ໄດ້​ສະກັດ​ກັ້ນ​ລູກ​ຈະ​ຫລວດ​ຫລາຍ​ລູກ ບໍ່​ດົນ​ຫລັງ​ຈາກກຸ່ມ Hamas ກ່າວ​ວ່າ ຕົນ​ໄດ້​ຍິງ
​ຈະ​ຫລວດ​ສາມ​ລູກ​ເຂົ້າ​ໃສ່ ນະຄອນ Tel Aviv.

ISRAEL PALESTINIANS CNPK
please wait

No media source currently available

0:00 0:01:56 0:00

XS
SM
MD
LG