ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການສະຫຼອງ ບຸນຜີ ຮາລໂລວິນ ໃນ ສະຫະລັດ ອາເມຣິກາ


 ນາງ Samantha ຈັນ​ທະ​ພອນ ແລະ ທ້າວ Jose Garcia ພາກັນແຕ່ງໂຕ ສະຫລອງບຸນຜີ Halloween
ນາງ Samantha ຈັນ​ທະ​ພອນ ແລະ ທ້າວ Jose Garcia ພາກັນແຕ່ງໂຕ ສະຫລອງບຸນຜີ Halloween
ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາຣົບ ລາຍການ​ຊີວິດ​ຊາວ​ລາວ​ໃນ
​ຕ່າງ​ແດນ​ມື້​ນີ້ ຂ້າພະ​ເຈົ້າ ຈະ​ນໍາພາ​ທ່ານ ​ໄປສັງ​ເກດ​ເບິ່ງການ​
ປ່​ຽນ​ແປງດິນ​ຟ້າ​ອາ​ກາດ ຈາກ​ລະ​ດູ​ຮ້ອນ ມາ​ສູ່​ລະ​ດູ​ໃບ​ໄມ້​
ຫລົ່ນ ຫລືລະ​ດູ​ເກັບ​ກ່ຽວ ​ຊຶ່ງ​ອາກາດບໍ່​ຮ້ອນ ບໍ່​ໜາວ ແຕ່​ເຢັນ
ສະບາຍ. ໃນບັນຍາກາດດັ່ງກ່າວ ເວລານີ້ກໍຍັງເປັນ​ລະ​ດູ​ການ
ທີ່​ເລີ້ມ​ມີກິດ​ຈະ​ການ​ທີ່​ໜ້າ​ສົນ​ໃຈ​ຫລາຍໆ​ຢ່າງ ​ໂດ​ຍ​ສະ​ເພາະ​
ຢ່າງ​ຍິງ ​ການ​ສະ​ຫລອງ​ບຸນ​ຜີ Halloween ​ແລະ​ບຸນວັນ​ຂອບ
​ໃຈ​ພະ​ເຈົ້າ ຫລື​ບຸນ​ໄກ່​ງ່ວງທີ່​ຈະ​ມີ​ຂື້ນ​ໃນ​ທ້າຍເດືອນ​ພະຈິກ​ນີ້.

ຄວາມງົດງາມຂອງລະດູໃບໄມ້ຫລົ່ນ ທີ່ Shenandoah ລັດ Virginia ປ່າສະຫງວນແຫ່ງຊາດ
ຄວາມງົດງາມຂອງລະດູໃບໄມ້ຫລົ່ນ ທີ່ Shenandoah ລັດ Virginia ປ່າສະຫງວນແຫ່ງຊາດ

​ໃນລະ​ດູໃບ​ໄມ້​ຫລົ່ນ​ນີ້ ທ້ອງ​ຟ້າ​ຈະ​ມືດມົວ​ໄວ ​ແສງ​ຕາ​ເວັນ​ຈະ
ໜ້ອຍ​ລົງ ເຮັດ​ໃຫ້​ມື້​ນຶ່ງສັ້ນ​ໄວເຂົ້າກວ່າ​ເກົ່າ ເພາະ​ສະ​ນັ້ນ ໃນ​
ຕອນ​ແລງວັນ​ເສົາ ​ທີ່ 2 ອາ​ທິດ​ທຳ​ອິດ​ເດືອນພະຈິກ ກ່ອນ​ຄົ​ນຈະ​
ເຂົ້າຫລັບ​ນອນ ​ທຸກ​ຄົນ​ຕ້ອງໄດ້ບິດ​ໂມງ​ຄືນ​ຫລັງ​ນຶ່ງ​ຊົ່ວ​ໂມງ ​
ເພື່ອ​ຕຽມໃຊ້ໃຫ້​ຖືກ​ກັບເວ​ລາໃໝ່​ ທີ່ເລີ້ມ​ແຕ່​ສອງ​ໂມງຕອນ
ເຊົ້າ​ວັນ​ອາ​ທິດ. ພາກ​ປະຕິບັດ​ດັ່ງກ່າວ​ກໍ​ເພື່ອ ​ຕຽ​ມປະ​ກອບພ​າ
​ລະ​ກິດໃຫ້​ຖືກ​ຕ້ອງກັບ​ເວລາ ໃນ​ວັນ​ຈັນ​ຂອງ​ມື້​ຕໍ່​ມາ. ການ​ປ່ຽນ​
ເວ​ລາໃຫ້​ກັບ​ຄືນໄປ​ໜ້າ​ນຶ່ງ​ຊົ່ວ​ໂມງ ຈະ​ເລີ້ມ​ເກີດ​ຂື້ນ​ອີກ ໃນລະ
​ດູ​ບານໃໝ່ ​ເດືອນ​ເມ​ສາ ​ປີ 2014 ພາສາອັງກິດ ຮ້ອງ​ການ​ປ່ຽນ​
ແປງ​ເວ​ລາ​ນີ້ວ່າ Daylight Savings Time ຊຶ່ງໝາຍ​ເຖິງ ​ການ​
ຮັກ​ສາພະ​ລັງ​ງານ​ໄຟ​ຟ້າ. ເພື່ອ​ຊ່ວຍ​ໃຫ້​ຄົນ​ມີຄວາມ​ຊົງ​ຈຳກັບ
​ການ​ປ່ຽນ​ເວລາ​ດັ່ງກ່າວນີ້ຊາວ​ອາ​ເມຣິກັນ ​ຮ້ອງ​ວ່າ
“Spring forward, Fall back” ຫລື “ລະດູບານໃໝ່ໄປໜ້າ
ລະດູໃບໄມ້ຫລົ່ນກັບຫລັງ.”

ໃບໄມ້ກໍາລັງປ່ຽນສີ ກ່ອນຈະຫລົ່ນ
ໃບໄມ້ກໍາລັງປ່ຽນສີ ກ່ອນຈະຫລົ່ນ

ການປະ​ຕິ​ບັດດັ່ງ​ນີ້​ກໍ​ເພື່ອ​ຮັກ​ສາ​ພະ​ລັງ​ງານໄຟ​ຟ້າ ແລະໃຫ້​ໂອ​ກາດ ພະນັກງານໄດ້ ​ກັບ​ເມື່ອ​ບ້ານ​ເຮືອນ​ໄວໃນ​ເວ​ລາທີ່​ຍັງ​ມີ​ແສງ​ຕາ​ເວັນຢູ່. ຫລາຍ​ໆປະ​ເທດ​ໃນ​ຂົງ​ເຂດ ຢູ​ໂຣບ ໄດ້ເລີ້ມພາ​ກັນ​ໃຊ້​ລະ​ບົບປ່ຽນ​ແປງໃຊ້ເວ​ລາ​ດັ່ງ​ກ່າວ​ນີ້​ມາ​ແຕ່ ​ສະ​ໄໝ​ສົງ​ຄາມ​ໂລກ​ຄັ້ງ​ທີ່​ນຶ່ງ ຕິດ​ຕາມ​ມາ​ດ້ວຍ ສະ​ຫະ​ລັດ ທີ່​ໄດ້ເລີ້ມໃຊ້​ໃນ​ປີ 1918 ​ແຕ່​ວ່າ ​ລັດ​ຖະ​ສະ​ພາ ບໍ່ໄດ້​ອອກກົດ​ໝາຍ​ບັງ​ຄັບ​ໃຊ້​ ​ຈົນ​ກວ່າລະ​ດູ​ໃບ​ໄມ້​ຫລົ່ນ​ປີ 1974.

ການຕົກແຕ່ງເອ້ຍັອງບຸນປີ ຮາໂລວິນ
ການຕົກແຕ່ງເອ້ຍັອງບຸນປີ ຮາໂລວິນ


ລະ​ດູ​ໃບ​ໄມ້​ຫລົ່ນ​ຂອງ ວັ​ນ​ພະ​ຫັດ​ ທີ່ 31 ທ້າຍເດືອນຕຸ​ລາ ແຕ່​ລະ​
ປີ ຊາວ​ອາ​ເມ​ຣິ​ກັນ ຈະພາ​ກັນ ສະ​ຫລອງ​ບຸນ​ຜີ ຮ້ອງ​ວ່າ
Halloween ເວ​ລາ​ນີ້ເຂົາ​ເຈົ້າພາກັນຕົກ​ແຕ່ງໜ້າ​ບ້ານເຮືອນ​
ຊານໃຫ້ເປັນ​ໜ້າ​ຢ້ານກົວ ແລະ​ແຕ່ງ​ໂຕ​ມາ​ໃນ​ຮູບ​ແບບ​ຕ່າງໆ
ທັງ​ງົດງາມແລະ​ເປັນ​ໜ້າ​ຢ້ານຄື​ຜີ​. ຄໍາ​ວ່າ ຜີ ແມ່ນ​ຄົນ​ທີ່​ຕາຍ​ໄປ
​ແລ້ວ ​ແຕ່ຍັງ​ບໍ່ທັນໄດ້ໄປ​ເກີດໄປ​ຂານຍັງ​ວົນ​ວຽນນໍາ​ມະນຸດ​ຜູ້​ມີ​
ຊີວິດ​ຢູ່​. ຫລາຍໆ​ປ​ະ​ເພນີ ​ພາ​ກັນເຊື່ອ​ຖື​ເລື້ອງ​ດັ່ງກ່າວ​ນີ້ບໍ່​ຄື​ກັນ
ບາງ​ປະເພນີຖື​ວ່າ ​ເປັນ​ສິ່ງເຄັດ​ຂວງ ບໍ່​ສົມ​ຄ​ວນເອົາມາປະ​ຕິ​
ບັດຫລີ້ນໆ ​ແຕ່​ບາງ​ປະ​ເພນີຖື​ວ່າເປັນ​ຂອງ​ທໍາ​ມະ​ດາ.

ເບິ່ງດຸ ເຂົາເຈົ້າ ບໍ່ຢ້ານຜີ
ເບິ່ງດຸ ເຂົາເຈົ້າ ບໍ່ຢ້ານຜີ

ຫລາຍໆ​ຄົນບໍ່​ເຄີຍ​ເຫັນ​ຜີ ​ພຽງ​ແຕ່​ໄດ້​ຍິນ​ຄໍາ​ຊາ​ລື ​ຫລອກ​ຫລອນ
ເປັນ​ຕາ​ຢ້ານ ​ແລະ​ຄວາມ​ຢ້ານ​ດັ່ງກ່າວ​ ​ເຮັດ​ໃຫ້ມະນຸດ​ເກີດ​ຄວາມ
ລັ່ງ​ເລ​ໃຈວ່າ ມີ​ຜີ​ແທ້ຫລື​ບໍ່​ ​ທີ່​ປະ​ປົນ​ກັບ​ມະນຸດ​ຜູ້​ຍັງ​ມີ​ຊີວິດ​ຢູ່. ຖ້າ
​ຫາກ​ມີ​ຜີແທ້ໆ​ນັ້ນຄິດວ່າ ທຸກຄົນ​ຄົງ​ຈະ​ຢ້ານກົວບໍ່​ໜ້ອຍ​ກໍ່​ຫລາຍ.
​ຍ້ອນ​ວ່າ​ຄົນສ່ວນໃຫຍ່ບໍ່​ເຄີ​ຍ​ເຫັນ​ຜີ ແຕ່ຢາກພາ​ກັນມີປະ​ສົບ
​ການ​ກັບ​ຄວາມຢ້ານ​ກົວ​ ເຂົາ​ເຈົ້າ​ພາ​ກັນຫັນ​ປ່ຽນມາໃຫ້​ເປັນການ
ມ່ວນຊື່ນ ​ໂດຍພາກັນຫລີ້ນ​ບຸນຜີHalloween ແຕ່ງ​ໂຕຄື​ຜີ ແລະ
ໃສ່​ຊຸດ​ແປກໆ​ຕ່າງໆ​.

ບັນດາເດັກນ້ອຍ ພາກັນນຸ່ງເຄຶ່ອງຜີທີ່ແປກໆ
ບັນດາເດັກນ້ອຍ ພາກັນນຸ່ງເຄຶ່ອງຜີທີ່ແປກໆ

ບຸນ Halloween ຢາກ​ຄ້າຍຄືກັນ​ກັບບຸນ​ຫໍ່​ເຂົ້າປະດັບດິນ ຂອງ
ສາສະໜາ​ພຸດ​ຫິນະ​ຍານ ທີ່​ຊາວ​ລາວພາກັນ​ສະຫລອງ​ແຕ່ລະ​ປີ​
ໃນ​ເດືອນກັນຍາ ​ເວລາ​ນີ້ຊາວພຸດ​ພາກັນ​ເຮັດ​ເຂົ້າຕົ້ມ ​ເຂົ້າ​ໜົມ
​ແລ້ວ​ນໍາ​ເອົາ​ໄປຕັກບາດ​ຢູ່​ວັດ ​ແລະ​ສ່ວນນຶ່ງແມ່ນ​ນໍາ​ໄປ​ປະ​ໄວ້
​ຕາມ​ຕ້າຍ​ວັດ ກ້ອງ​ຕົ້ນ​ໄມ້ ຫໍຜີ ທາດຄົນ​ຕາຍ​ເຫລົ່ານີ້​ເປັນ​ຕົ້ນ
​ເພື່ອ​ໃຫ້​ພວກ​ຜີ​ສາງ​ນາງ​ໄມ້ໄດ້ຢູ່​ໄດ້​ກິນ.

ເດິ່ນໜ້າບ້ານຕົກແຕ່ງດ້ວຍ ຫີບຄົນຕາຍ ແລະຜີຫົວກຸດ
ເດິ່ນໜ້າບ້ານຕົກແຕ່ງດ້ວຍ ຫີບຄົນຕາຍ ແລະຜີຫົວກຸດ

​ບຸນ​ຜີ Halloween ​ແມ່ນ​ບຸ​ນຂອງ​ຊາວຄຣິສຕຽນ ທີ່ໄດ້ສະຫລອງ
ກັນ​ຢູ່​ໃນ​ຫລາຍໆ​ປະ​ເທດ ໃນ​ລະດູ​ກັບກ່ຽວ ​ແລະ​ລະນຶກ​ເຖິງ​ຜູ້​ທີ່
​ໄດ້​ລ່ວງ​ລັບ​ໄປ. ປະ​ເພນີ​ດັ່ງກ່າວ​ນີ້​ເປັນ​ທີ່​ເຊື່ອ​ກັນ​ວ່າ ​ເລີ້ມ​ເກີດ​ມາ
​ຈາກ​ຮິດຄອງ​ຂອງ​ຊາວ​ເດີນ​ເຮືອ celtic ​ແລະ​ຊາວ pegan ອັນ
​ເປັນ​ທີ່​ມາຂອງ ການ​ນັບຖື​ຜີ ທີ່​ພົວພັນ​ກັບ ສາສະໜາ​ຄຣິສຕຽນ.

​ບັນ​ຍາ​ກາດ​ຂອງບຸນ​ຜີ Halloween ນີ້​ ເລີ້ມ​ມີອາກາດເຢັນ ​ໃບ​ໄມ້​
ປ່ຽນ​ຈາກ​ສີ​ຂຽວ ມາ​ເປັນສີ​ເຫ​ລື​ອງ ​ແດງ ໝາກ​ກ້ຽງ ສີ​ຊໍ້າ​ຕ່າງໆ
ຢ່າງງົດ​ງາມ ຫລັງ​ຈາກ​ນັ້ນ​ກໍຈະ​ເຫັນໄວ້​ແຕ່​ຮ່າງ. ​ໃນ​ລະດູການອັນ
ນີ້ ຜູ້ຄົນຫລາຍໆ​ຮ້ອຍ​ພັນ​ຄົນ ​ຢູ່​ທີ່​ລັດ Virginia ຈະພາ​ກັນ​ຂັບ​ລົດ
ຫລ່​ຽນ​ແຖວ​ຂື້ນ​ສັນພູ Skyline Drive ທ່ຽວຊົມຄວາມງາມຂອງ
ໃບໄມ້ ທີ່​ກຳ​ລັງປ່​ຽນ​ສີ ຢູ່ທີ່ປ່າ​ອຸດທະຍານແຫ່ງ​ຊາດ ຫລື Shenandoah National Park ​ເຫັນ​ແລ້ວງົດ​ງາ​ມ ສະ​ຫວາດ​ສະ​ເຫວີຍ ​ເໝືອນດັ່ງ​ຢູ່​ໃນໂລກທີ່​ງົດ​ງາມ ​ແລະ​ສະຫງົບ​ງຽບ​ແຫ່ງ​ໃດ​ແຫ່ງ​ນຶ່ງ.

ຮ້ານຂາຍໝາກອຶ ແລະ ສາລີແຫ້ງ ເພື່ອຕົກແຕ່ງບຸນຜີ ຮາໂລວິນ
ຮ້ານຂາຍໝາກອຶ ແລະ ສາລີແຫ້ງ ເພື່ອຕົກແຕ່ງບຸນຜີ ຮາໂລວິນ

ຢູ່​ຕາ​ມຕະຫລາດ ຮ້ານ​ຄ້າ​ຕ່າງໆ ເຮົາຈະ​ສັງ​ເກດ​ເຫັນ ມີໜ່ວຍ
​ໝາກ​ອື້ສີເຫລືອງ ໝາກສາລີ​ແຫ້ງ ແລະ​ຜົນ​ລະປູກ​ຕ່າງໆວາງ
ເອ້ຂາຍ ພ້ອມ​ດ້ວຍ​ເຂົ້າ​ໜົມ ທຸກ​ໆ​ຊະນິດອັນ​ເປັນ​ສັນຍາ​ລັກ
ຂອງ ບຸນ​ຜີ​.​ ການ​ສະຫລອງ​ບຸນຜີ Halloween ​ໄດ້​ກາຍ​ມາ​
ເປັນ​ການ​ຄ້າ​ໃຫຍ່ ເວລາ​ນີ້ຊາວບ້ານ​ຊາວ​ເມືອງພາກັນ​ເອົາ​
ໝາກ​ອຶ​ມາ​ເຈາະ​ເຮັດໂຄມ​ໄຟ​ເປັນຮູບ​ໜ້າ​ຜີ ​ແລ້ວ​ເອົາ​ທຽນ​
ໄຂ​ໃຕ້​ໃສ່​ໄວ້​ຢູ່​ທາງ​ໃນ​ ຕົກ​ແຕ່ງ​ໄວ້​ຕາມ​ຕີນ​ຂັ້ນ​ໄດ ​ຢູ່​ຕາມ
ບ້ານ​ເຮືອນເຂົາ​ເຈົ້າ ​ພາກັນຕົກ​ແຕ່​ງເປັນ​ໜ້າ​ຢ້ານ​ທີ່​ສຸດ ​ເຊັ່ນ
​ວ່າ ມີ​ກະໂຫລກຫົວຄົນ​ຕາຍ ​ເດີ່ນ​ບ້ານ​ກາຍ​ເປັນ​ຜີ​ປ່າຊ້າ​ຝັງ​ສົບ​ ມີຫີບ​ຄົນ​ຕາຍ ມີ​ແມ່ມົດ ໄຍແມງ​ໝູ່​ມ ​ແລະ​ສິ່ງ​ທີ່ຫລອກ​ຕາ​ໃຫ້​ເປັນ​ຕາ​ຢ້ານ​ຕ່າງ​ໆ​.


ໃນ​ວາ​ລະ​ໂອ​ກາດ​ດຽວ​ກັນ​ນີ້ຢູ່​ ນະ​ຄອນ​ຫລວງ ວໍ​ຊິງ​ຕັນ ດີ​ຊີ ທໍານຽບຂາວ ​ບ້ານພັກ
ຂອງ ປະທານາທິບໍດີ ສະຫະລັດ ກໍໄດ້​ຖືກ​ຕົກ​ແຕ່ງໃຫ້ຄື​ກັນ​ກັບ​ເຮືອນ​ຜີ​. ​ເວລາ​ນີ້ ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ພ້ອມ​ດ້ວຍ ​ສະຕີ​ໝາຍເລກ​ນຶ່ງ
ທ່ານ​ນາງ Michelle Obama ໄດ້​ເປັນ​ເຈົ້າ​ພາບ ນໍາພາແ​ຈກຢາ​ຍຂະໜົມ​ໃຫ້ແກ່ ບັນດາເດັກນ້ອຍ​ລູກ​ທະຫານ ທີ່ ​ພໍ່​ ຫລືແມ່​ ​ເສຍ​ຊີ​ວິດ​ຢູ່​ໃນ​ສົງ​ຄາມ ຫລືກຳ​ລັງ​ປະ​ຕິ
​ບັດ​ງານ ຢູ່​ໃນ​ເຂດ​ຕ່າງໆ ດັ່ງ​ທ່ານ​ເຫັນ​ພາບ ວີ​ດີ​ໂອ ຂອງ​ພິທີ່​ບຸນ​ຜີ Halloween
ຢູ່ຂ້າງ​ລູ່ມ​ນີ້ :

Us Halloween
please wait
Embed

No media source currently available

0:00 0:00:42 0:00


ໃນ​ຄໍາ​ຄືນຂອງ​ວັນ​ບຸນ​ຜີ Halloween ນີ້ ບັນດາ​ເດັກນ້ອຍ ​ແລະ​ຜູ້ໃຫຍ່ຕ່າງກໍພາກັນແຕ່ງ
ໂຕນຸ່ງເຄຶ່ອງຜີ ​ໃສ່​ໜ້າ​ກາກ ທີ່​ເປັນຕາ​ຢ້ານ ​ແລະແຕ່ງ​ໂຕ​ແບບໂລດ​ໂຜນ​ຕ່າງໆ. ພໍ​ຕາ​ເວັນ​ຕົກ​ດິນ​ ພວກ​ຜີ​ເຫລົ່າ​ນີ້ພາກັນ ຖື​ຖົງ ​ແລະ​ກະຕ່າ ​ຢ່າງເຫ​ລາະເຄາະ​ປະຕູ​ບ້ານ​ເຣືອນຄົນຂໍ​ເຂົ້າ​ໜົມ ຫລື candies ເຂົາ​ເຈົ້າພາກັນເວົ້າ​ວ່າ “trick or treat” ​ຊຶ່ງມີ​ຄວາມ​ໝາຍ​ວ່າ​
“ຊິ​ໃຫ້​ຂ້ອຍ​ເປັນ​ຜີ​ຫລອກ​ເຈົ້າ​ ຫລື​ວ່າ​ເຈົ້າ​ຊິ​ເອົາ​ຂະໜົມ​ໃຫ້​ຂ້ອຍ.” ຫລັງ​ຈາ​ກນັ້ນ ​ເຈົ້າ​ຂອງ​
ບ້ານ​ຈະພາກັນໄຂ​ປະ​ຕູ​ອອກ​ມາ ແລ້ວ​ເອົາເຂົ້າ​ໜົມ candies ທີ່​ຕຽມ​ໄວ້​ນັ້ນປ່ອນໃສ່ຖົງ
ໃຫ້​ພວກ​ຜີນ້ອຍດັ່ງກ່າວ.

ບັນດາຊາວລາວ ອາເມຣິກັນ ພາກັນມ່ວນຊື່ນ ສະຫລອງບຸນຜີ ຮາໂລວີນ
ບັນດາຊາວລາວ ອາເມຣິກັນ ພາກັນມ່ວນຊື່ນ ສະຫລອງບຸນຜີ ຮາໂລວີນ

ຢູ້​ຕາມຄູ້​ມຂ່ວງ​ບາງ​ບ່ອນ ໃນ​ເມືອງ Arlington ລັດ Virginia ນັ້ນ
ຊາວ​ບ້ານຈະພາກັນ​ປິດ​ຖະໜົນຫົນທາງໜ້າ​ບ້ານ ນັດ​ໝາຍກັນ​
ຕັ້ງໂຕ້​ອາຫານ ​ແຕ່​ລະ​ຄອບຄົວ​ພາກັນຈັດ​ແຈງ​ ອາຫານແຕ່ລະ​
ເຫຍຶ່ອງມ​າ​ສົມທົບ​ກິນ​ເຂົ້າ​ແລງ​ຮ່ວມ​ກັນ ​ໂອ້ລົມ​ກັນ ​ແລະຢ້ຽມ
ຢາມ​ຖາມ​ຂ່າວ​ກັນ. ທ່ານ​ນາງ Sara ຜູ້​ປະ​ສານ​ງານ​ການ​ເຕົ້າ
​ໂຮມ​ສັງ​ສັນ​ກັບ​ເພື່ອນ​ບ້ານ ກ່າວ​ຕໍ່ ວີ​ໂອ​ເອ ວ່າ :

ນັກຫລີ້ນບຸນຜີ ຮາໂລວີນ
ນັກຫລີ້ນບຸນຜີ ຮາໂລວີນ

ລິງໂດຍກົງ

ສ່ວນ​ບັນດາ​ຜູ້​ໃຫຍ່ ​ໂດຍ​ສະ​ເພາະ​ຢ່າງ​ຍິງ ຢູ່​ທີ່​ນະຄອນຫລວງ​ວໍ​ຊິງ​ຕັນ ດີ​.ຊີ ​ເຂົາ​ເຈົ້າ​ພາ ກັນ​ນຸ່ງ​ເຄື່ອງ​ຜີຕ່າງໆ ​ເຕົ້າ​ໂຮມ​ກັນຢູ່​ຕາມ​ຖະ​ໜົນ​ໃນ​ເມືອງ George Town ບ່ອນ​ຊຸມ​ນຸ​ມ​ທີ່​ມີ​ຊື່​ສຽງ ຍ່າງ​ເລາະ​ຕາມ​ຖະໜົນ ​ແລະ​ອັ່ງ​ອໍ​ກັນ​ກິນ​ເຂົ້າຢູ່​ຮ້ານ​ອາຫານ ​ແລະ​ກິນເຫລົ້າ​ຢູ່​ຕາມບາ​ຕ່າງໆ. ທ່ານ ກໍ່​ແມ່ນ​ຜູ້​ນຶ່ງ​ທີ່​ຕັ້ງ​ອົກ​ຕັ້ງ​ໃຈ ໃຊ້​ເວ​ລາ ແລະ​ເງິນ​ແຕ່​ລະ​ປີ​ຕົກ​ແຕ່ງ​ບ້ານ​ເຮືອນ​ຂອງ​ລາວ ໃຫ້​ຄັກ​ກ່ອໜູ່ ທ່ານ ໄດ້​ໃຫ້​ການ​ສຳ​ພາດ​ຕໍ່ ວີ​ໂອ​ເອ ວ່າ :

ທ່ານ Charles ແລະຄອບຄົວ
ທ່ານ Charles ແລະຄອບຄົວ

ລິງໂດຍກົງ


ໃນ​ຂະ​ນະ​ດຽວ​ກັນ ຢູ່​ທີ່​ຮ້ານ​ອາ​ຫານ​ລາວ​ແຫ່ງ​ນຶ່ງ ກໍ​ມີ​ຊາວ​ລາວ
ອາ​ເມ​ຣິ​ກັນ ຈຳ​ນວນ​ນຶ່ງ ພາ​ກັນ​ມາເຕົ້າ​ໂຮມ​ຊູມ​ນຸ່ມ ສະ​ຫລອງ
​ບຸນຜີ ຮາ​ໂລ​ວີນ ນຸ່ງ​ເຄຶ່ອງ​ແບບ​ແປກໆແຫວກ​ແນວ ຕ່າງໆ​ຢ່າງສະ​ໜຸກ​ສະ​ໜານ
ນາງໄກ່ ແກ້ວວິໄລຫົງ ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ:

ໄກ່
ໄກ່

ລິງໂດຍກົງ





ນັ້ນແມ່ນຕອນນຶ່ງຂອງເພງ "Full Moon" ຫລືເດືອນເພັງ ທີ່ເວົ້າກ່ຽວກັບຜີ ຂອງນັກຮ້ອງ ເພັດ
ນໍຣະວົງ. ກະລຸນາຕິດຕາມຮັບຟັງເພງ ແລະເວິ່ງຮູບພາບລະດູໃບໄມ້ຫລົ່ນແລະຮູບການສະ
ຫລອງບຸນນຸ່ງເຄຶ່ອງຜີໄດ້ຢູ່ໜ້າແວັຍໄຊລ "ລາວຕ່າງແດນ" ແລະຢ່າລືມ ເອົາລູກສອນ ຄລິກ ເບິ່ງແຕ່ລະຮູບ ແລ້ວຮູບຈະຂະຫຍາຍໃຫຍ່ຂື້ນໃຫ້ທ່ານໄດ້ເຫັນຢ່າງເຕັມສ່ວນ.

ກິ່ງສະຫວັນ ປະຖັມມະວົງ ລາຍງານຈາກ ປ່າອຸດທະຍານແຫ່ງຊາດ Shenandoah ລັດ Virginia
ກິ່ງສະຫວັນ ປະຖັມມະວົງ ລາຍງານຈາກ ປ່າອຸດທະຍານແຫ່ງຊາດ Shenandoah ລັດ Virginia
XS
SM
MD
LG