ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ບໍລິສັດ Halliburton ຈະຍອມຮັບຜິດ ໃນການທຳລາຍ ຫຼັກຖານ


ບໍລິສັດ​ ບໍລິການພະລັງງານ ສະຫະລັດ Halliburton ​ໄດ້​ຕົກລົງ​
ທີ່​ຈະ​ຍອມຮັບ​ຜິດ ​ໃນ​ການ​ທໍາລາຍ​ຫລັກ​ຖານ
ບໍລິສັດ​ ບໍລິການພະລັງງານ ສະຫະລັດ Halliburton ​ໄດ້​ຕົກລົງ​ ທີ່​ຈະ​ຍອມຮັບ​ຜິດ ​ໃນ​ການ​ທໍາລາຍ​ຫລັກ​ຖານ
ບໍລິສັດ​ ບໍລິການພະລັງງານ ສະຫະລັດ Halliburton ​ໄດ້​ຕົກລົງ​
ທີ່​ຈະ​ຍອມຮັບ​ຜິດ ​ໃນ​ການ​ທໍາລາຍ​ຫລັກ​ຖານ ທີ່​ພົວພັນ​ກັບການ
​ຮົ່ວ​ໄຫຼຂອງ​ນໍ້າມັນໃນ​ບໍລິ​ເວນ ​ອ່າວ​ເມັກຊິ​ໂກ ຫວ່າງ​ສາມ​ປີ​ກ່ອນ.

ຖະ​ແຫຼງຂ່າວ​ສະບັບ​ນຶ່ງ ຂອງກະຊວງ​ຍຸຕິ​ທໍາສະຫະລັດກ່າວ​ວ່າ
ສຳນວນ​ຟ້ອງ​ທີ່​ກ່າວ​ຫາບໍລິສັດ Halliburton ກ່ຽວ​ກັບ​ຄວາມ​ຜິດ
​ນຶ່ງ​ກະທົງໃນ​ການ​ທຳລາຍ​ຫຼັກ ຖານ ໄດ້​ຍື່ນຕໍ່​ສານ​ລັດຖະບານ​
ກາງ ໃນ​ວັນ​ພະຫັດ​ວານ​ນີ້ ທີ່​ລັດ Louisiana.

ຖະ​ແຫຼງຂ່າວ​ເວົ້າວ່າ ​ໃນ​ຖານະ​ທີ່​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ
​ຍອມຮັບ​ຜິດນັ້ນ ບໍ ລິສັດ Halliburton​ ​ໄດ້​ຕົກລົງ​ທີ່​ຈະ​ຈ່າຍ​ຄ່າ​
ປັບ​ໃໝ​ໃນ​ຈຳນວນ​ສູງ​ສຸດ ​ໃຫ້​ຢູ່​ໃນ ລະຫວ່າງ​ການ​ທົດ​ສອບເປັນ
ເວລາ 3 ປີ ​ແລະ​ສືບ​ຕໍ່​ໃຫ້ການ​ຮ່ວມ​ມື​ແກ່​ການ​ສືບ ສວນ​ຂອງ​ລັດ
ຖະບານ​ກ່ຽວ​ກັບ​ການ​ຮົ່ວ​ໄຫລ​ຂອງ​ນໍ້າມັນ.

ບໍລິສັດ Halliburton ກ່າວ​ວ່າ ຄ່າ​ປັບໃໝ ​ແມ່ນຕົກ​ເປັນ​ເງິນ
200,000 ພັນ​ໂດ​ລາ. ບໍລິສັດ​ດັ່ງກ່າວ ​ເປັນບໍລິສັດ​ສັນຍາ​ຈ້າງ​
ເຮັດ​ຊິີມັງ ​ໃຫ້​ແກ່ບໍລິສັດ​ນໍ້າມັນ​ຍັກ​ໃຫຍ່ BP ຂອງ​ອັງ​ກິດ ຢູ່​ຖານ​ເຈາະ​ນໍ້າມັນ ທີ່ເກີດ
ລະ​ເບີດຂື້ນ ​ໃນ​ເດືອນ​ເມ​ສາ ປີ 2010. ​ເຫດ​ລະ​ເບີີດ​ນີ້ ໄດ້​ເຮັດໃຫ້ພະນັກງານ​ເສຍ​ຊີວິດ 11 ຄົນ ​ແລະ​ເຮັດ​ໃຫ້ ນໍ້າມັນ​ດິບ​ຮົ່ວໄຫລ​ອອກ​ມາ​ເກືອ​ບ 5 ລ້ານ​ຖັງ ​ໃສ່​ນໍ້າ​ທະ​ເລຢູ່​ນອກ​ແຄມ​ຝັ່ງ​ທາງ ພາກ​ໃຕ້​ຂອງສະຫະລັດ​ ​ໃນ​ໄລຍະເກືອບ​ສາມ​ເດືອນ.

ກະຊວງ​ຍຸຕິ​ທໍາ ກ່າວ​ວ່າ ບໍລິສັດ Halliburton ​ໄດ້​ສັ່ງ​ໃຫ້​ທໍາລາຍຄອມ​ພິວ​ເຕີ​ຕ່າງໆ​ທີ່​ອອກ​ແບບ​ຈຳລອງ ​ແລະ​ຫລັກ​ຖານ​ອື່ນໆທີ່​ພົວພັນ​ກັບ​ການ​ສືບສວນ​ເບິ່ງ​ເຫດ​ຮ້າຍໃນ​ຄັ້ງນີ້.

ກ່ຽວຂ້ອງກັນ

XS
SM
MD
LG