ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ມີຄວາມໝັ້ນໝາຍ ທີ່​ຈະ​ທຳງານ ຮ່ວມກັບ ປະເທດພັນທະມິດ ໃນຢູໂຣບ


Haley: US-Russia Cooperation Can't Be At Expense of Allies
please wait

No media source currently available

0:00 0:00:43 0:00

ທ່ານນາງ Niki Haley ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສະຫະປະຊາຊາດ ກ່າວຖະແຫລງຕໍ່ ສະພາຄວາມໝັ້ນຄົງ ສປຊ

ເອກອັກຄະລັດຖະທູດ ສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງ Niki Haley
ໄດ້ກ່າວໃນວັນອັງຄານວານນີ້ວ່າ ສະຫະລັດມີຄວາມໝັ້ນໝາຍ ທີ່​ຈະ​ທຳງານຮ່ວມກັບ
ບັນດາປະເທດພັນທະມິດ ໃນຢູໂຣບ ເຖິງແມ່ນວ່າ ຈະບໍ່ສາມາດຕົກລົງກັນໄດ້ ເປັນ
ບາງຄັ້ງບາງຄາວ ກໍຕາມ.

ທ່ານນາງ Haley ໄດ້ກ່າວຖະແຫລງ ຕໍ່ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ
ວ່າ “ໃນທີ່ສຸດແລ້ວ ຜູ້ໃດຜູ້ນຶ່ງ ບໍ່ຄວນຕີຄວາມໝາຍຜິດພາດ ໃນບາງຄັ້ງບາງຄາວ ທີ່​
ມີຄວາມແຕກຕ່າງກັນ​ ໃນ​ດ້ານນະໂຍບາຍ ແລະ ການອະພິປາຍ ນັ້ນ ວ່າເປັນສັນຍານ
ຂອງສິ່ງໃດສິ່ງນຶ່ງ ທີ່ຕ່ຳກວ່າ ຄວາມໝັ້ນໝາຍທັງ​ໝົດ ຕໍ່ພັນທະມິດ ຂອງພວກເຮົາ
ໃນຢູໂຣບ. ຄວາມໝັ້ນໝາຍນັ້ນ ແມ່ນໜຽວແໜ້ນຢູ່.”

ເລຂາທິການໃຫຍ່ ອົງການ NATO ທ່ານ Jens Stoltenberg ຕ້ອນຮັບ ຮອງປະທານາທິບໍດີ ສະຫະລັດ ທ່ານ Mike Pence ຢູ່ທີ່ສຳນັກງານໃຫຍ່ ຂອງ NATO ໃນນະຄອນ Brussels, ປະເທດແບລຈຽມ, ວັນທີ 20 ກຸມພາ 2017.
ເລຂາທິການໃຫຍ່ ອົງການ NATO ທ່ານ Jens Stoltenberg ຕ້ອນຮັບ ຮອງປະທານາທິບໍດີ ສະຫະລັດ ທ່ານ Mike Pence ຢູ່ທີ່ສຳນັກງານໃຫຍ່ ຂອງ NATO ໃນນະຄອນ Brussels, ປະເທດແບລຈຽມ, ວັນທີ 20 ກຸມພາ 2017.

ທ່ານນາງຍັງໄດ້ເອີ້ນ ອົງການ NATO ວ່າ “ເປັນພັນທະມິດທີ່ແຂງແກ່ນທີ່ສຸດ ໃນ
ປະຫວັດສາດ”
ແລະ ໄດ້ກ່າວຕໍ່ໄປວ່າ ສະຫະລັດ ພວມທຳງານ ເພື່ອເຮັດໃຫ້ອົງການນີ້
“ມີປະສິດທິພາບຫຼາຍຂຶ້ນຕື່ມອີກ.”

ຄຳເຫັນດັ່ງກ່າວຂອງທ່ານນາງ ໄດ້ສະທ້ອນ ​ເຖິງ​ຄວາມ​ເຫັນ ຂອງຮອງປະທານາທິບໍດີ
Mike Pence ທີ່ໄດ້ກ່າວໄປ ເມື່ອວັນຈັນຜ່ານມາ ໃນເວລາທ່ານໄດ້ບອກເລຂາທິການ
ໃຫຍ່ ອົງການ NATO ທ່ານ Jens Stoltenberg ວ່າ ສະຫະລັດ ມີ​ຄວາມໝັ້ນໝາຍ
ຕໍ່ພັນທະມິດໃນອົງການ NATO ແຕ່ປະເທດອື່ນໆ ຍັງຈະຕ້ອງໄດ້ຮັບພາລະຮ່ວມກັນ
​ໃນດ້ານງົບປະມານປ້ອງກັນປະ​ເທດ ໃຫ້ຫຼາຍຂຶ້ນຕື່ມອີກ.

ທ່ານ Pence ໄດ້ປະກາດກ່ຽວ​ກັບນະໂຍບາຍ ຂອງຄະນະລັດຖະບານຊຸດໃໝ່ ພາຍ
ໃຕ້ການນຳພາຂອງປະທານາທິບໍດີ ດໍໂນລ ທຣຳ ວ່າ “ພວກເຮົາປະສົງທີ່ຈະເພີ້ມການ​
ໃຊ້ຈ່າຍດ້ານການປ້ອງກັນປະ​ເທດ ຂອງພວກເຮົາ. ອາເມຣິກາ ຈະຮັບໜ້າທີ່​ ໃນ
ພາກສ່ວນຂອງພວກເຮົາ.”
ແຕ່ທ່ານໄດ້ກ່າວຕື່ມວ່າ “ມັນເຖິງເວລາແລ້ວທີ່ຈະຕ້ອງ
ເຮັດ ບໍ່ແມ່ນເວົ້າລ້າໆ”
ໂດຍ 23 ປະເທດ ທີ່ບໍ່ໄດ້ປະຕິບັດຕາມຂີດກຳນົດຕ່ຳສຸດ ຄື
2 ເປີເຊັນຂອງ​ຈີ​ດີ​ພີ ​ທີ່​ໄດ້​ຕັ້ງ​ໄວ້​ນັ້ນ.

ທ່ານ Stoltenberg ໄດ້ກ່າວວ່າ ທ່ານເຫັນດີ ກັບທ່ານ Pence ທີ່ວ່າ ປະເທດອື່ນໆ
ຕ້ອງ​ໄດ້ຈ່າຍ ໃນສ່ວນຮັບຜິດຊອບຂອງພວກເຂົາເຈົ້າ.

ທ່ານໄດ້ເວົ້າວ່າ “ຂ່າວດີກໍແມ່ນວ່າ ພວກເຮົາກຳລັງເຄື່ອນໄຫວໄປໃນທິດທາງນັ້ນ.”

ທ່ານທຣຳ ໄດ້ສະເໜີແນະຜ່ານມາ ວ່າ ສະຫະລັດ ອາດຈະບໍ່ປົກປ້ອງບັນດາພັນທະມິດ
ໃນອົງການ NATO ທີ່ບໍ່ໄດ້ຈ່າຍສ່ວນຮັບຜິດຊອບຂອງພວກເຂົາເຈົ້າ ໃນດ້ານການ
ປ້ອງກັນປະ​ເທດ.

ທ່ານນາງ Haley ໄດ້ກ່າວວ່າ ເພິ່ນເຊື່ອວ່າ ສະຫະລັດ ສາມາດມີສາຍພົວພັນທີ່ດີຂຶ້ນ
ກັບຣັດເຊຍ ແຕ່ການຮ່ວມໄມ້ຮ່ວມໄມ້ຮ່ວມມືກັບຣັດເຊຍນັ້ນ “ບໍ່ສາມາດມີຂຶ້ນໄດ້
ຫາກມັນຈະສົ່ງຜົນເສຍຫາຍ ຕໍ່ບັນດາປະເທດເພື່ອນມິດ ໃນຢູໂຣບ ແລະ ບັນດາ
ພັນທະມິດທັງຫຼາຍ.”


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG