ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ່າງນ້ອຍ 310 ຄົນ ຢຽບກັນຕາຍ ໃນພິທີບູຊາ ສະແຫວງບຸນ ຮາຈ໌


ນັກສະແຫວງບູນ ມຸສລິມ ຢືນອ້ອມຜູ້ເຄາະຮ້າຍ ໃນເມືອງ ມີນາ, ປະເທດ ຊາອູດີອາເຣເບຍ. ໃນລະຫວ່າງ ພິທີບູຊາສະແຫວງບຸນ ຮາຈ໌ ປະຈຳປີ. 24 ກັນຍາ, 2015.
ນັກສະແຫວງບູນ ມຸສລິມ ຢືນອ້ອມຜູ້ເຄາະຮ້າຍ ໃນເມືອງ ມີນາ, ປະເທດ ຊາອູດີອາເຣເບຍ. ໃນລະຫວ່າງ ພິທີບູຊາສະແຫວງບຸນ ຮາຈ໌ ປະຈຳປີ. 24 ກັນຍາ, 2015.

ເຈົ້າ​ໜ້າ​ທີ່ ຊາ​ອູ​ດິອາ​ເຣ​ເບຍ ກ່າວ​ວ່າ ການ​ຢຽບ​ກັນ​ຕາຍ​ໃນ​ວັນ​ພະຫັດ​ມື້​ນີ້ ​ຢູ່​ນອກ​ນະຄອນ​ ​ເມັກ​ກະ ​ໄດ້​ເຮັດ​ໃຫ້​ມີ​ຢ່າງ​ໜ້ອຍ 310 ຄົນ​ເສຍ​ຊີວິດ ​ແລະ ​ໄດ້​ຮັບ​ບາດເຈັບ 450 ຄົນ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ໄດ້ເຂົ້າ​ຮ່ວມໃນ​ພິທີ​ບູຊາສະ​ແຫຼວງ​ບຸນ Hajj ປະຈຳ​ປີ
ຂອງຊາວມຸສລິ​ມ.

​ເຫດການ​ດັ່ງກ່າວ​ໄດ້​ເກີດຂຶ້ນ​ໃນ​ເມືອງ Mina ​ເຊິ່ງ​ເປັນ​ບ່ອນ​ທີ່​ພວກສະ​ແຫວ​ງບຸນ​ແກວ່ງ​ກ້ອນ​ຫີນ​ໃສ່​ເສົາ​ຫີນ ​ທີ່​ເປັນ​ຕົວ​ແທນ​ໃຫ້​ກັບ​ປີສາດ​ໃນ​ພິທີ​ບູຊາ Hajj ຂັ້ນສຸດທ້າຍ ກ່ອນ​ການ​ເລີ່​ມຕົ້ນ​ບຸນ Eid al-Adha.

ແຜນທີ່ເມືອງ ມີນາ ໃນນະຄອນ ເມັກກະ, ປະເທດ ຊາອູດິອາເຣເບຍ.
ແຜນທີ່ເມືອງ ມີນາ ໃນນະຄອນ ເມັກກະ, ປະເທດ ຊາອູດິອາເຣເບຍ.

ຜູ້ອຳ​ນວ​ຍການປ້ອງກັນ​ໄພຝ່າຍ​ພົນລະ​ເຮືອນ​ຂອງ ຊາ​ອູ​ດິອາ​ເຣ​ເບ​ຍ​ ​ໄດ້ໃຫ້​ຕົວ​ເລກ​ຜູ້​ເສຍ​ຊີວິດ​ຜ່ານ​ທາງ Twitter ຂອງ​ພວກ​ເຂົາ​ເຈົ້າ ​ແລະ ​ໄດ້​ນຳ​ສະ​ແດ​ງຮູບ​ພາບ​ຂອງ​ພະນັກງານ​ກູ້​ໄພ ຊ່ວຍ​ຄົນ​ດ້ວຍ​ເປຫາມ, ລວມທັງ​ຄົນ​ໜຶ່ງ​ທີ່​ປະກົດ​ວ່າພາ​ຍາ​ຍາ​ມຈະ​ຊ່ວຍໃຫ້​ຊາຍ​ຄົນ​ໜຶ່ງ​ຟື້ນ​ ຊີວິດ​ຄືນ​ມາ.

ການ​ຢຽບ​ກັນຕາຍ​ຫຼາຍ​ຄັ້ງໄດ້​ເກີດ​ຂຶ້ນ​ ໃນລະຫວ່າງການ​ສະ​ແຫວງບຸນ Hajj ​ໃນ​ຮອບ 25 ປີ​ທີ່​ຜ່ານ​ມາ​ ໃນ​ຂະນະ​ທີ່​ປະຊາຊົນ​ຈຳນວນ​ມະຫາ ສານ​ໄດ້​ໄປເຕົ້າ​ໂຮມ​ກັນ​ ສຳ​ລັບ​ພິທີ​ທີ່​ຈັດ​ຂຶ້ນ 5 ມື້ ​ເຊິ່ງ​ເປັນ​ທີ່ບັງຄັບ​ ໃຫ້​ກັບ​ຊາວມຸສລິ​ມ ທີ່​ມີ​ສຸຂະ​ພາບແ​ຂງ​ແຮງ​ທຸກ​ຄົນໄດ້​ເຂົ້າ​ຮ່ວມ​ຄັ້ງ​ໜຶ່ງ​ໃນ​ຊີວິດ​ຂອງ ​ພວກ​ເຂົາ​ເຈົ້າ. ສຳລັບ​ປີ​ນີ້, ມີ​ປະມານ 2 ລ້ານຄົນໄດ້ເຂົ້າ​ຮ່ວມ​ໃນ​ພິທີດັ່ງກ່າວ.

ໜ່ວຍບໍລິການສຸກເສີນ ຊ່ວຍເຫຼືອຜູ້ຮັບເຄາະຮ້າຍ ທີ່ຖືກຢຽບໃນຝູງຄົນທີ່ເມືອງ ມີນາ, ປະເທດຊາອຸດິອາເຣເບຍ ໃນລະຫວ່າງພິທີບຸຊາສະແຫວງບຸຸນ. 24 ກັນຍາ 2015.
ໜ່ວຍບໍລິການສຸກເສີນ ຊ່ວຍເຫຼືອຜູ້ຮັບເຄາະຮ້າຍ ທີ່ຖືກຢຽບໃນຝູງຄົນທີ່ເມືອງ ມີນາ, ປະເທດຊາອຸດິອາເຣເບຍ ໃນລະຫວ່າງພິທີບຸຊາສະແຫວງບຸຸນ. 24 ກັນຍາ 2015.

ຄວາມ​ຫາ​ຍານະທີ່​ຮ້າຍ​ ແຮງສຸດ​ໄດ້​ເກີດ​ຂຶ້ນໃນ​ປີ 1990 ​ເມື່ອ​ການຢຽບ ​ກັນຕາຍ​ໃນ​ອຸໂມງ ຂອງເມືອງ Mina ​ໄດ້​ເຮັດ​ໃຫ້ຫຼາຍ​ກວ່າ 1400 ຄົນ​ເສຍ​ຊີວິດ. ການ​ຢຽບ​ກັນ​ຕາຍ​ໃນ​ປີ 1994,​ 2004 ​ແລະ 2006 ​ແຕ່​ລະ​ຄັ້ງ​ ແມ່ນ​ໄດ້​ເຮັດ​ໃຫ້​ມີ​ພວກສະ​ແຫວ​ງບຸນ​ເສຍ​ຊີວິດ ຫຼາຍກວ່າ 200 ຄົນ.

​ ໃນ​ຕົ້ນ​ຂອງ​ເດືອນ​ນີ້, ເຄື່ອງຍົກສຳລັບ​ໃຊ້ໃນການ​ກໍ່ສ້າງ​ໄດ້​ຫັກ​ລົງ​ມາ​ທັບ​ວັດ​ໃຫຍ່​ອິສລາມ ຂອງນະຄອນ Mecca, ​ເຮັດ​ໃຫ້ 109 ຄົນ​ເສຍ​ຊີວິດ ​ແລະ ປະມານ 400 ຄົນ​ອື່ນໆ​ ໄດ້​ຮັບ​ບາດ​ເຈັບ​ໃນ​ສະຖານ​ທີ່​ສັກສິດ​ທີ່​ສຸດ​ຂອງ​ສາສະໜາ ອິສລາມ.

Hajj Stampede
please wait
Embed

No media source currently available

0:00 0:00:57 0:00

Saudi officials said a stampede Thursday outside the city of Mecca killed at least 310 people and injured 450 others as they took part in the annual Muslim hajj pilgrimage.

The incident happened in Mina where pilgrims throw rocks at pillars representing the devil in the final hajj ritual before beginning the Eid al-Adha festival.

Saudi Arabia's civil defense directorate gave the casualty figures on its Twitter account and posted pictures showing rescue workers attending to people on stretchers, including one who appears to be trying to resuscitate a man.

Multiple deadly stampedes have taken place at the hajj during the past 25 years as huge numbers of people gathered for the five-day event required of all able-bodied Muslims once in their lifetime.This year, some 2 million people are participating.

The worst disaster happened in 1990 when a stampede in a Mina tunnel killed more than 1,400 people.Stampedes in 1994, 2004 and 2006 each killed more than 200 pilgrims.

Earlier this month, a construction crane collapsed at Mecca's Grand Mosque, killing 109 people and injuring about 400 others at Islam's holiest site.

XS
SM
MD
LG