ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົບພະຍົບ ເຮຕີ ບໍ່ຕໍ່າກວ່າ 18 ຄົນ ຈົມນໍ້າຕາຍ ຍ້ອນ ເຮືອຫຼົ້ມ (ວີດີໂອ)


ຮູບ ເຮືອໃບລົມ ທີ່ບັນທຸກອົບພະຍົບເຮຕີ ເກີນຂອບເຂດ ທີ່ແນມເຫັນ ຢູ່ນອກແຄມຝັ່ງລັດຟລໍຣິດາ.
ຮູບ ເຮືອໃບລົມ ທີ່ບັນທຸກອົບພະຍົບເຮຕີ ເກີນຂອບເຂດ ທີ່ແນມເຫັນ ຢູ່ນອກແຄມຝັ່ງລັດຟລໍຣິດາ.
ເຈົ້າໜ້າທີ່ກ່າວວ່າ ມີພວກອົບພະຍົບຢ່າງໜ້ອຍ 18 ຄົນ ຈົມນໍ້າ
ຕາຍຢູ່ທາງເໜືອຂອງເກາະເຮຕີໃນວັນພຸດວານນີ້ ຫຼັງຈາກເຮືອ
ໃບລົມລຳນຶ່ງໄດ້ຫຼົ້ມຂະນະທີ່ພວມຖືກແກ່ໄປຍັງໝູ່ເກາະ Turks
ແລະ Caicos.

ເຈົ້າໜ້າທີ່ໃນເຂດໝູ່ເກາະ ພາຍໃຕ້ການປົກຄອງຂອງອັງກິດດັ່ງ
ກ່າວເວົ້າວ່າ ຊາວເຮຕີ 32 ຄົນ ໄດ້ຖືກຊ່ອຍຂຶ້ນມາຈາກນໍ້າໂດຍ ຄະນະກູ້ໄພຂອງຕຳຫຼວດທ້ອງຖິ່ນປະມານ 100 ແມັດນອກແຄມ
ຝັ່ງຂອງເກາະ Providenciales. ສະຫະລັດ ໄດ້ສົ່ງກຳປັ່ນ ຮັບມື ກັບສະຖານະການຢ່າງໄວ 2 ລຳ ຂອງໜ່ວຍຍາມຝັ່ງ ໄປຈາກລັດ
ຟລໍຣິດາ ເພື່ອຊ່ອຍໃນການຊອກຄົ້ນຫາພວກທີ່ລອດຊີວິດມາໄດ້.

ຖະແຫຼງການຂອງຕຳຫຼວດເວົ້າວ່າ ກຳລັງຕຳຫຼວດນໍ້າຂອງໝູ່ເກາະ Turks ແລະ Caicos ໄດ້ຈັບເຮືອລຳນຶ່ງທີ່ບັນທຸກຜູ້ຄົນເກີນຂອບເຂດໃນຕອນເຊົ້າຂອງວັນພຸດວານນີ້ແລະກໍໄດ້ ແກ່ເຂົ້າຝັ່ງ ເວລາເຮືອລຳດັ່ງກ່າວໄດ້ປີ້ນຂວໍ້າຢ່າງໄວວາ ໃນຕອນເຊົ້າ ທີ່ຍັງມືດຢູ່ນັ້ນ.

ການຊອກຄົ້ນ ໄດ້ດຳເນີນຢູ່ຕໍ່ມາຕະຫຼອດມື້ໃນວັນພຸດ ເພື່ອຊອກຫາພວກທີ່ລອດຊີວິດມາ
ໄດ້ ຮວມທັງບາງຄົນທີ່ເຈົ້າໜ້າທີ່ເວົ້າວ່າ ປະກົດວ່າໄດ້ລອຍເຂົ້າຝັ່ງ ແລະຫລົບໜີໄປຈາກ ບ່ອນເກີດເຫດນັ້ນ.

ອົບພະຍົບ ເຮຕີ
please wait

No media source currently available

0:00 0:00:42 0:00
XS
SM
MD
LG