ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮຕີ ຈັດການ ເລືອກຕັ້ງ ສະະມາຊິກສະພາ ທີ່ຖືກເລື່ອນມາແຕ່ດົນນານ


ບັນດາພະນັກງານເລືອກຕັ້ງ ທົບທວນບັດ ລົງຄະແນນສຽງ ໃນລະຫວ່າງກ່ານນັບຄະແນນ ໃນນະຄອນຫຼວງ Port au Prince, ປະເທດ ເຮຕີ. 9 ສິງຫາ 2015.
ບັນດາພະນັກງານເລືອກຕັ້ງ ທົບທວນບັດ ລົງຄະແນນສຽງ ໃນລະຫວ່າງກ່ານນັບຄະແນນ ໃນນະຄອນຫຼວງ Port au Prince, ປະເທດ ເຮຕີ. 9 ສິງຫາ 2015.

ປະ​ເທດ ເຮ​ຕີ ​ໄດ້​ຈັດການ​ເລືອກຕັ້ງລັດຖະສະພາ​ ທີ່​ລໍ​ຖ້າ​ມາ​ເປັນ​ເວລາ​ດົນ​ນານ, ​ເຊິ່ງ​ເປັນ​ການ​ດຳ​ເນີນການເພື່ອກ້າວ​ໄປ​ສູ່​ຄວາມ​ໝັ້ນຄົງ​ທາງ​ດ້ານ​ການ​ເມືອງ ​ໃນ​ປະ​ເທດ​ທີ່​ຍັງ​ເຮັດ​ວຽກ​ເພື່ອ​ຟື້ນ​ຟູ​ຕົນ ຈາກເຫດການແຜ່ນ​ດິນ​ໄຫວ​ທຳລາຍ​ລ້າງ​ໃນ​ປີ 2​010.

ການ​ເລືອ​ກຕັ້ງໃນ​ສະຖານ​ທີ່​ລົງ​ຄະ​ແນນ​ສຽງ​ບາງແຫ່ງ ​ໄດ້​ຮັບ​ຄວາມ​ດ່າງ​ພ້ອຍຍ້ອນການ​ປະ​ທະ​ກັນ, ລວມທັງ​ໃນ​ນະຄອນຫຼວງ Port au Prince ນຳ. ສຳລັບ​ສະຖານ​ທີ່​ອື່ນໆ, ບັນດາ​ຜູ້​ລົງ​ຄະ​ແນນ​ສຽງ​ໄດ້​ລໍຖ້າ​ຫຼາຍ​ຊົ່ວ​ໂມ​ງຫຼັງ​ຈາກ​ການ​ເລືອກ​ຕັ້ງໄດ້​ຖືກ​ກຳນົດໃຫ້ເປີດ ​ແລະ ​ໃນບາງ​ກໍລະນີ​ກໍ່ແມ່ນ​ໄດ້​ມີ​ການ​ຕໍ່​ເວລາ​ໃຫ້ລໍ.

ທ່ານ Pierre Louis Opont, ຜູ້ອຳນວຍການສະພາກ​ານ​ເລືອກ​ຕັ້ງ​ສະ​ເພາະ​ການ, ​ໄດ້​ກ່າວ​ໃນ​ຖະ​ແຫຼ​ງຂ່າວ​ໃນ​ຕອນແລງວັນ​ອາ​ທິດ​ວ່າ ບັນຫາ​ແມ່ນ​ໄດ້​ຖືກ​ຈຳກັດ​ໃຫ້​ມີ​ສະຖານ​ທີ່​ເລືອກ​ຕັ້ງ​ຈຳນວນ​ໜ້ອຍ​ລົງ.

​ມີ​ຜູ້​ສະໝັກຮັບເລື​ອກຕັ້ງ 1,800 ທ່ານ​ຈາກ 130 ພັກ​ຕ່າງ​ກັນ. ຜົນ​ຂອງ​ການ​ເລືອກ​ຕັ້ງ​ຄາດ​ວ່າ​ຈະ​ບໍ່​ຖືກເປີດ​ເຜີຍ​ອອກ​ໃນໄວໆ​ນີ້. ລາຍ​ງານ​ເວົ້າ​ວ່າບັນ​ດາຜູ້ອອກ​ມາ​ລົງ​ຄະ​ແນນ​ສຽງ​ແມ່ນ ​ມີ​ຈຳນວນ​ຕ່ຳ.

ປະ​ເທດ ເຮ​ຕີ​ ບໍ່​ມີ​ສະພາ​ຕັ້ງ​ແຕ່​ພວກ​ເຂົາ​ເຈົ້າ​ໄດ້​ຍຸບ​ລົງ​ໃນ​ເດືອນ​ມັງກອນ​ທີ່​ຜ່ານ​ມາ. ການ​ດຳລົງ​ຕຳ​ແໜ່​ງຂອງ​ສະມາ​ຊິກ​ສະພາ​ສະ​ໄໝ​ທີ່​ຜ່ານ​ມາ​ແມ່ນໄດ້ຄົບ​ກຳນົດ​ ກ່ອນ​ທີ່​ປະ​ເທດ​ຈະ​ສາ​ມາດ​ຈັດການເລືອກ​ຕັ້ງ​ຄັ້ງ​ໃໝ່.

ການ​ເລືອກ​ຕັ້ງ​ຮອບ​ໜ້າ​ແມ່ນ​ຖືກ​ກຳນົດ​ຂຶ້ນ​ໃນເດືອນ ຕຸລາ ​ເມື່ອ ເຮ​ຕິ ຈະ​ເລືອກ​ເອົາ
​ປະ​ທານາ​ທິບໍດີຄົນ​ໃໝ່ ມາສືບ​ທອດ​ ທ່ານ Michel Martelly.

Haiti Elections
please wait
Embed

No media source currently available

0:00 0:02:10 0:00

XS
SM
MD
LG