ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຮຕີ ໄດ້ເລືອກເອົາ ປະທານາທິບໍດີ ຮັກສາການ ລັດຖະບານ ໄລຍະຂ້າມຜ່ານ

ຜູ້ສະໝັກເປັນປະທານາທິບໍດີ ຮັກສາການ ທ່ານ Jocelerme Privert ກ່າວຄຳປາໄສ ຕໍ່ຄະນະກຳມາທິການ ພິເສດ ຂອງສອງສະພາ ຫຼື Special Bicameral Commission ສຳລັບການເລືອກຕັ້ງເອົາປະທານາທິບໍດີ ຮັກສາການ ສາທາລະນະລັດ ຢູ່ໃນລັດຖະສະພາເຮຕີ ທີ່ນະຄອນຫຼວງ Port-au-Prince ຂອງເຮຕີ, ວັນທີ 13 ກຸມພາ 2016.

ບັນດາສະມາຊິກສະພາ ນິຕິບັນຍັດຂອງເຮຕີ ໄດ້ເລືອກເອົາ
ຜູ້ນຳຂອງຕົນ ທ່ານ Jocelerme Privert ເປັນປະທານາທິບໍດີ
ໄລຍະຂ້າມຜ່ານຂອງປະເທດ ລຸນຫຼັງການລົງຈາກຕຳແໜ່ງ
ຂອງອະດີດປະທານາທິບໍດີ Michel Martelly ເມື່ອບໍ່ດົນມານີ້.

ທ່ານ Privert ໄດ້ຮັບການຮັບຮອງເອົາ ຈາກບັນດາເພື່ອນຮ່ວມ
ງານຂອງທ່ານ ຫຼັງຈາກທີ່ໄດ້ມີ ກອງປະຊຸມສະພາ ເປັນເວລາ
ຍາວນານ ຈາກວັນເສົາວານນີ້ ຈົນຮອດ ວັນອາທິດມື້ນີ້.

ທ່ານ Privert ໄດ້ກ່າວຫລັງຈາກ ການລົງຄະແນນສຽງ ວ່າ ທ່ານ
ຫວັງວ່າ ຈະນຳພາລັດຖະບານຊົ່ວຄາວ ທີ່ຈະ “ສົ່ງເສີມໃຫ້ເກີດຄວາມໝັ້ນໃຈ ພາຍໃນ
ທຸກໆ ພາກສ່ວນຂອງສັງຄົມ ທັງໝົດ.”

ການເລືອກຕັ້ງໃໝ່ ຈະມີຂຶ້ນ ໃນສອງສາມເດືອນຈະມາເຖິງນີ້.

ຊາຍເຮຕີຄົນໜຶ່ງ ຂີ່ລົດຈັກ ຜ່ານລົດຄັນໜຶ່ງ ທີ່ໄດ້ຖືກວາງເພີງ ໂດຍພວກປະທ້ວງ ໃນລະຫວ່າງ ການເດີນຂະບວນຕໍ່ຕ້ານ ຂະບວນການເລືອກຕັ້ງ ໃນນະຄອນຫຼວງ Port-au-Prince ຂອງເຮຕີ, ວັນທີ 18 ມັງກອນ 2016.
ຊາຍເຮຕີຄົນໜຶ່ງ ຂີ່ລົດຈັກ ຜ່ານລົດຄັນໜຶ່ງ ທີ່ໄດ້ຖືກວາງເພີງ ໂດຍພວກປະທ້ວງ ໃນລະຫວ່າງ ການເດີນຂະບວນຕໍ່ຕ້ານ ຂະບວນການເລືອກຕັ້ງ ໃນນະຄອນຫຼວງ Port-au-Prince ຂອງເຮຕີ, ວັນທີ 18 ມັງກອນ 2016.

XS
SM
MD
LG