ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກຮ້ອງຮິບຮອັບບໍ່ສາມາດ ສະມັກເປັນ ປທ ເຮຕີ


ນາຍ Wyclef Jean ໂອ້ລົມກັບຊາວເຮຕີ ໃນລະຫວ່າງໂຄສະນາຫາສຽງ
ນາຍ Wyclef Jean ໂອ້ລົມກັບຊາວເຮຕີ ໃນລະຫວ່າງໂຄສະນາຫາສຽງ

ສະພາເລືອກຕັ້ງຂອງເຮຕີ ໄດ້ຕັດສິນ ໃນຕອນແລງຂອງມື້ ວັນສຸກ ວານນີ້ວ່າ ນັກສິນລະປິນຮິບຮອັບ Wyclef Jean ບໍ່ໄດ້ຮັບການອະນຸມັດ ຫຼືມີີຄຸນສົມບັດທີ່ຖືກຕ້ອງ ກ່ຽວກັບຂໍ້ບັງຄັບ ໃນເລື່ອງບ່ອນຢູ່ ໃນການທີ່ຈະສະມັກ ເຂົ້າແຂ່ງຂັນ ເປັນປະທານາທິບໍດີ ຂອງເຮຕິ ຊຶ່ງເປັນປະເທດ ເກາະດອນທຸກຍາກ ທີ່ໄດ້ຮັບຄວາມເສຍຫາຍຮ້າຍແຮງ ຈາກໄພແຜ່ນດິນໄຫວ.

ນາຍ Jean ທີ່ໄດ້ອາໄສ ຢູ່ໃນສະຫະລັດນັ້ນ ໄດ້ຍອມຮັບ ກ່ຽວກັບການຕັດສິນ ຂອງສະພາເລືອກຕັ້ງເຮຕີ ແລະຮຽກຮ້ອງໃຫ້ ພວກສະໜັບສະໜຸນລາວ ເຮັດແບບດຽວກັນ. ລາວໄດ້ກ່າວ ຜ່ານຖະແຫຼງຂ່າວ ສະບັບນຶ່ງວ່າ “ພວກເຮົາຕ້ອງເຄົາລົບ ການປົກຄອງ ດ້ວຍຕົວບົດກົດໝາຍ” ເພື່ອຈະໃຫ້ເຮຕີ ກາຍເປັນປະເທດ ທີ່ຍິ່ງໃຫຍ່.

ສະພາເລືອກຕັ້ງ ໄດ້ປະຕິເສດ ບໍ່ຮັບເອົາການສະມັກ ເປັນປະທານາທິບໍດີ ຂອງນາຍ Jean ຍ້ອນຜູ້ກ່ຽວ ບໍ່ໄດ້ຢູ່ໃນ ປະເທດເຮຕີ ເປັນເວລາ 5 ປີ ກ່ອນການເລືອກຕັ້ງ.

ນາຍ Jean ກ່າວວ່າ ເຖິງແມ່ນສະພາເລືອກຕັ້ງ ໄດ້ຕັດສິນແບບນັ້ນກໍຕາມ ແຕ່ບ້ານເກີດ ແມ່ນບ່ອນທີ່ຫົວໃຈຢູ່ ແລະຫົວໃຈຂອງລາວ ໄດ້ຢູ່ ແລະກໍຈະຢູ່ ທີ່ປະເທດເຮຕີ ຕະຫຼອດການ.

ນັກດົນຕີ ເຊື້ອສາຍເຮຕີ ອາຍຸ 40 ປີຄົນນີ້ ແມ່ນນຶ່ງ ໃນບັນດາຜູ້ສະມັກ ເຂົ້າແຂ່ງຂັນ ເປັນປະທານາທິບໍດີ ທັງໝົດ 34 ຄົນ ທີ່ໄດ້ຮັບການພິຈາລະນາ ໂດຍສະພາເລືອກຕັ້ງ ຊຶ່ງທາງສະພາ ໄດ້ໃຫ້ການອະນຸມັດ ແກ່ຜູ້ສະມັກ 19 ຄົນ ແລະປະຕິເສດ 15 ຄົນ.

ຮວມຢູ່ໃນບັນດາ ຜູ້ທີ່ໄດ້ຮັບການອະນຸມັດ ໄປແລ້ວ ໃນການເລືອກຕັ້ງ ປະທານາທິບໍດີ ຊຶ່ງຈະມີຂຶ້ນ ໃນວັນທີ 28 ພະຈິກ ທ້າຍປີນີ້ນັ້ນ ກໍມີອະດີດ ນາຍົກລັດຖະມົນຕີ 2 ທ່ານ ຄືທ່ານ Jacques Edouard Alexis ແລະ Yvon Neptune.

XS
SM
MD
LG