ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານອາຍານາໆຊາດ ພິຈາລະນາ ຈະດຳເນີນຄະດີ ອະດີດ ຜູ້ບັນຊາການ ກຳລັງຕໍ່ຕ້ານ ຂອງພະເຈົ້າ ຫຼືບໍ່

ທ່ານ Dominic Ongwen ຜູ້ບັນຊາການຊາວຢູການດາ ກຳລັງຂອງຂຸນເສິກ Joseph Kony ລໍຖ້າ ການຕັດສິນ ຂອງ ສານອາຍານາໆຊາດ ທີ່ນະຄອນ Hague ປະເທດ Netherlands, 26 ມັງກອນ, 2015.
ທ່ານ Dominic Ongwen ຜູ້ບັນຊາການຊາວຢູການດາ ກຳລັງຂອງຂຸນເສິກ Joseph Kony ລໍຖ້າ ການຕັດສິນ ຂອງ ສານອາຍານາໆຊາດ ທີ່ນະຄອນ Hague ປະເທດ Netherlands, 26 ມັງກອນ, 2015.

ສານ​ອາຍາ​ນາໆ​ຊາດ ເລີ້ມ​ຮັບ​ຟັງ​ຄຳໃຫ້ການເປັນ​ເວລາ​ຫຼາຍໆ​
ມື້ໃນ​ວັນພະຫັດ​ມື້​ນີ້ ​ເພື່ອ​ພິຈາລະນາ​ເບິ່ງວ່າ ຕົນ​ຄວນ​ຈະສືບ​ຕໍ່
ດຳ​ເນີນ​ຄະດີ​ ຜູ້​ບັນຊາ​ການກອງ​ກຳລັງ​ຕໍ່ຕ້ານ​ ຂອງ​ພະເຈົ້າ ຫຼື
Lord’s Resistance Army ທ່ານ Dominic Ongwen ຫຼືບໍ່.

ທ່ານ​ໄດ້​ປະ​ເຊີນ​ໜ້າ​ກັບ​ຂໍ້​ຫາ 70 ກະ​ໂທ​ງ ​ໃນ​ການ​ກໍ່​ອາຊະ​ຍາ​ກຳ​ສົງຄາມ ​ແລະ​ກໍ່​ໂທດ​ກຳ ຕ້ານມະນຸດສະທຳ ຮວມທັງການ​ສັງຫານ ການຈັບ​ມາ​ເປັນຂ້າ​ທ​າດ ການປຸ້ນ​ສະດົມ ​ແລະ​ການທໍລະ​ມານ​ພົນລະ​ເຮືອນ​ນຳ. ຫຼັງ​ຈາກໄດ້​ຮັບ​ຟັງ​ຄຳ​ຖະ​ແຫຼງຂອງຄະນະໄອ​ຍະ​ການ​ແລະ​ຄຳ​ໃຫ້ການ​ຂອງທະນາຍຄວາມ​ຝ່າຍ​ຈຳ​ເລີຍ ​ຊຶ່ງ​ຄາດ​ວ່າຈະ​ໃຊ້​ເວລາ​ປະມານ 5 ມື້ນັ້ນ ຜູ້​ພິ ພາກສາ​ ຈຶ່ງຈະຕັດສິນ​ວ່າ ມີ​ຫຼັກ​ຖານ​ພຽງພໍ​ຫຼືບໍ່ ທີ່​ຈະ​ດຳ​ເນີນ​ຄະດີ​ຄວາມຜູ້ກ່ຽວ. ​

ທ່ານ Joseph Kony, ຜູ້ນຳຂອງ Lord's Resistance Armyໃນຂະນະທີ່ ພົບປະກັນກັບບັນດາເຈົ້າໜ້າທີ່ 60 ທ່ານ ແລະຄະນະລັດຖະສະພາ ຈາກພາກເໜືອຂອງບຸຣຸນດີ ຂອງອົງການທີ່ບໍ່ຂຶ້ນກັບລັດຖະບານ, 31 ກໍລະກົດ, 2006, ທີ່ ຄອງໂກ ໃກ້ກັບຊາຍແດນຊູດານ.

ທ່ານ Ongwen ​ໄດ້​ເຂົ້າ​ມອບ​ຕົວ ນຶ່ງ​ປີ​ມາແລ້ວ ຕໍ່​ກອງ​ກຳລັງ​ພິ​ເສດຂອງ​ສະຫະລັດ ​ໃນ​ສາທາລະນະ​ລັດ ອາ​ຟຣິກາ​ກາງ ​ເຮັດ​ໃຫ້ການ​ດຳ​ເນີນ​ຄວາມ​ພະຍາຍາມມາ​ເປັນ 10 ປີ​ທີ່​ຈະເອົາ​ຜູ້ກ່ຽວ​ມາ​ດຳ​ເນີນ​ຄະດີລົງ​ໂທດ ກ່ຽວ​ກັບ​ການ​ກໍ່​ໂທດ​ກຳ​ຂອງກຳລັງ​ຕໍ່ຕ້ານ​ຂອງ​ພະ ​ເຈົ້າຫຼື Lord’s Resistance Army ສິ້ນສຸດ​ລົງ. ກຸ່ມ​ດັງ​ກ່າວໄດ້​ຖືກ​ກ່າວ​ຫາວ່າ ສັງຫານ ​ແລະ​ລັກ​ພາ​ຕົວປະຊາຊົນຫຼາຍສິບ​ພັນ​ຄົນ ​ໃນທົ່ວ​ປະ​ເທດ Uganda ​ແລະ 3 ປະ​ເທດ​ໃກ້​ຄຽງ ​ໃນ​ຮອບ 30 ປີທີ່​ຜ່ານ​ມານີ້.

ກຸ່ມ​ສິດທິ​ມະນຸດ Human Right Watch ​ໄດ້​ກ່າວ​ວ່າ ຂັ້ນ​ຕອນ​ການ​ພິຈາລະນາ​ຄະດີ​ໃນ
​ໃນ​ວັນ​ພະຫັດ​ມື້ນີ້ ເປັນ​ບາດກ້າວ​ສຳຄັນ ​ໃນ​ການ​ນຳເອົາ​ຕົວ​ຜູ້​ກໍ່​ການມາ​ລົງ​ໂທດ ​ກ່ຽວ​ກັບ ​ໂທດ​ກຳ​ຕ່າງໆ ທີ່​ຜູ້ກ່ຽວ​ໄດ້​ກະທຳ ໃນຢູການ​ດາ.

XS
SM
MD
LG