ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ແລະຈີນ ແລກປ່ຽນ ຄວາມເວົ້າ ທີ່ແຂງແຮງ ກ່ຽວກັບ ນະໂຍບາຍ ໃນພາກພື້ນ (ວີດີໂອ)


ທ່ານ Chuck Hagel ລັດຖະມົນຕີປ້ອງກັນປະເທດ ສະຫະລັດ (ຊ້າຍ) ທ່ານ Chang Wanquan (ຂວາ) ຟັງເພງຊາດຈີນ ໃນລະຫວ່າງພິທີຕ້ອນຮັບ ທີ່ສຳນັກງານໃຫຍ່ ກະຊວງປ້ອງກັນປະເທດຈີນ ທີ່ນະຄອນປັກກິ່ງ ວັນທີ 8 ເມສາ, 2014.
ທ່ານ Chuck Hagel ລັດຖະມົນຕີປ້ອງກັນປະເທດ ສະຫະລັດ (ຊ້າຍ) ທ່ານ Chang Wanquan (ຂວາ) ຟັງເພງຊາດຈີນ ໃນລະຫວ່າງພິທີຕ້ອນຮັບ ທີ່ສຳນັກງານໃຫຍ່ ກະຊວງປ້ອງກັນປະເທດຈີນ ທີ່ນະຄອນປັກກິ່ງ ວັນທີ 8 ເມສາ, 2014.
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Chuck
Hagel ​ເຕືອນ​ວ່າ​ ສະຫະລັດ​ຈະ​ປ້ອງ​ກັນ​ພວກ​ປະ​ເທດ
​ພັນທະ​ມິດ​ໃນ​ເອ​ເຊຍ​ຂອງ​ຕົນ ​ໃນ​ກໍລະນີ​ທີ່ເກີດ​ບັນຫາ​
ຂັດ​ແຍ້​ງ​ໃດໆ​ກັບ​ຈີນ​ນັ້ນ.

ຫົວໜ້າ​ທຳນຽບຫ້າ​ແຈ ກ່າວ​ຖ້ອຍ​ຖະ​ແຫຼ​ງດັ່ງກ່າວ​ໃນ
​ວັນ​ອັງຄານ​ມື້​ນີ້ ຫລັງ​ຈາກ ທຳ​ການ​ພົບ​ປະ​ທີ່ນະຄອນ​
ປັກ​ກິ່ງກັບ​ທ່ານ Chang Wanquan ຄູ່​ຕຳ​ແໜ່​ງຝ່າຍ
ຈີນຂອງທ່ານ.

ທ່ານ Hagel ກ່າວ​ວ່າ ວໍ​ຊິງ​ຕັນ​ມີ “ຄວາມ​ໝາຍ​ໝັ້ນ
​ຢ່າງ​ເຕັມ​ສ່ວນ”
ຕໍ່​ສົນທິສັນ ຍາ​ຕ່າງໆ ທີ່​ບັງຄັບ​ໃຫ້​ຕົນຕ້ອງ​ປົກ​ປ້ອງ​ພວກ​ປະ​
ເທດ​ພັນທະ​ມິດ​ທີ່​ມີ​ມາ​ຕັ້ງ​ດົນ​ນານ ກໍ​ຄື ຍີ່ປຸ່ນ ​ແລະ​ຟີ​ລິບ​ປິນນັ້ນ.

ຟີລິບປິນ ​ແລະ​ຍີ່ປຸ່ນ ​ແມ່ນ​ຮວມຢູ່​ໃນຫລາຍໆ​ປະ​ເທດ​ໃນ​ເອ​ເຊຍ​ ທີ່​ກ່າວ​ຫາ​ຈີນ
​ວ່າ ກຳລັງ​ໃຊ້​ການ​ນາບ​ຂູ່​ ເພື່ອ​ເຮັດ​ໃຫ້ການ​ກ່າວ​ອ້າງ​ເອົາ​ກຳ​ມະ​ສິດ​ທາງທະ​ເລ
ຂອງ​ຕົນ​ໄດ້ຮັບຜົນນັ້ນ.
ບັນຫາຂັດແຍ້ງ ກ່ຽວກັບໝູ່ເກາະ ທີ່ຍີ່ປຸ່ນເອີນ້ວ່າ Senkaku ແລະຈີນເອີ້ນ Diaoyu
ບັນຫາຂັດແຍ້ງ ກ່ຽວກັບໝູ່ເກາະ ທີ່ຍີ່ປຸ່ນເອີນ້ວ່າ Senkaku ແລະຈີນເອີ້ນ Diaoyu

ນອກນັ້ນ ທ່ານ Hagel ຍັງໄດ້ກ່າວ​ເຖິງ​ການ​ຕຳ​ໜິຕິ
ຕຽນ​ຂອງ​ສະຫະລັດ​ຄືນ​ອີກກ່ຽວ​ກັບ​ການຈັດ​ຕັ້ງ​ເຂດ
​ປ້ອງ​ກັນ​ທາງ​ອາກາດທີ່ບັງຄັບໃຫ້​ພວກ​ເຮືອບິນທີ່ບິນ
​ຜ່ານ​ເຂດ​ນັ້ນ​ຕ້ອງ​ບົ່ງ​ບອກ​ຊື່ ທີ່​ຈີນ​ໄດ້​ຈັດ​ຕັ້ງ​ຂຶ້ນ ​ໃນ​
ປີ​ແລ້ວ​ນີ້ ເພື່ອ​ກວມ​ເອົາ​ໝູ່ເກາະ​ຕ່າງໆທີ່​ທາງ​ລັດຖະ
ບານ​ຍີ່ປຸ່ນ​ອ້າງ​ເອົາ​ກຳມະສິດ​ເຊັ່ນ​ກັນ​ນັ້ນ.

ທ່ານ Hagel ກ່າວ​ວ່າ “ ສະຫະລັດ​ໄດ້​ປະກາດ​ໃຫ້​
ຮູ້​ມາ​ຢ່າງ​ຈະ​ແຈ້ງ​ແລ້ວ​ກ່ຽວ​ກັບ​ເລື້ອງ​ນີ້. ​ແລະ​ອັນ​
ນັ້ນ​ກໍ​ແມ່ນ​ວ່າ ກ່ອນ​ອື່ນ​ໝົດ ທຸກໆ​ປະ​ເທດ​ມີ​ສິດ​
ໃນ​ການຈັດ​ຕັ້ງ​ເຂດ​ປ້ອງ​ກັນ​ທາງ​ອາກາດ​ຂອງ​ຕົນແຕ່​ບໍ່​ມີ​ສິດ​ດຳ​ເນີນການ​ແຕ່
​ຝ່າຍ​ດຽວ ​ໂດຍ​ບໍ່​ມີ​ການ​ປະສານ​ງານ​ກັນ ຫຼື​ບໍ່​ມີ​ການ​ປຶກສາ​ຫາລື​ກັນ​ກ່ອນ​ນັ້ນ.
ສິ່ງ​ເຫຼົ່າ​ນີ້ ​ແມ່ນ​ຕື່ມ​ໃສ່ຄວາມ​ເຄັ່ງ​ຕຶງ ການ​ເຂົ້າ​ໃຈ​ຜິດ​ກັນແລະໃນ​ຂັ້ນ​ຕໍ່​ໄປ ສາ
ມາດ​ຕື່ມ​ໃສ່ ​ແລະ​ເກີດ​ຂໍ້​ຂັດ​ແຍ້​ງທີ່​ເປັນອັນຕະລາຍ​ໄດ້.


​ທີ່ກອງ​ປະຊຸມ​ຖະແຫຼງ​ຂ່າວ​ຮ່ວມ​ກັນນັ້ນ ທ່ານ Chang Wanquan ​ໄດ້​ຢືນ​ຢັດກ່ຽວ
ກັບ​ທ່າ​ທີ​ຂອງ​ຈີນ ​ໂດຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ​ປັກ​ກິ່ງ “ຈະ​ບໍ່​ທຳ​ການ​ປະນີປະນອມ
ບໍ່ມີການ​ຍິນ​ຍອມ​ໃດໆ”
ກ່ຽວ​ກັບ​ຂໍ້​ຂັດ​ແຍ້​ງກັນ​ນີ້.
HAGEL CHINA SOTVO
please wait
Embed

No media source currently available

0:00 0:00:58 0:00
XS
SM
MD
LG