ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Hagel ຈະໂອ້ລົມ ການລັກຂໍ້ມູນ ທາງອິນເຕີແນັດ ກັບ ຜູ້ແທນຈີນ


ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ທ່າ​ນ Chuck Hagel ຈະຖະແຫລງ ກ່ຽວກັບ ການລັກເຈາະຂໍ້ມູນ ຢູ່ກອງປະຊຸມ ທີ່ສີງກະໂປ.
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ທ່າ​ນ Chuck Hagel ຈະຖະແຫລງ ກ່ຽວກັບ ການລັກເຈາະຂໍ້ມູນ ຢູ່ກອງປະຊຸມ ທີ່ສີງກະໂປ.
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ທ່າ​ນ Chuck Hagel
ກ່າວ​ວ່າ ທ່ານຄາດ​ວ່າ​ຈະ​ຍົກ​ເອົາ​ລາຍງານ ກ່ຽວ​ກັບພວກ​ໂຈມ​
ຕີ​ເຈາະ​ຂໍ້​ມູນ​ຄອມ​ພິວ​ເຕີ້​ຈີນ ໄດ້​ລັກຂະ​ໂມ​ຍ​ເອົາຂໍ້​ມູນ ຄວາມ​
ລັບ ​ໄປ​ຈາກ​ໂຄງການ​ເຮັດ​ອາວຸດຫຼາຍສິບ​ໂຄງການ ຂອງທໍາ
ນຽບຫ້າ​ແຈ ​ແລະ​ເທັກ​ໂນ​ໂລ​ຈີປ້ອງ​ກັນ​ປະ​ເທດ​ອື່ນໆຂຶ້ນມາ​
ໂອ້ລົມ​ກັນ ເວລາ​ທີ່​ທ່ານ​ພົບ​ປະ​ກັບບັນດາ​ຄະນະຜູ້​ຕາງ ໜ້າ
ຈີນ ​ໃນ​ທ້າ​ຍສັບປະດາ​ນີ້.

​ໃນ​ການ​ຖະ​ແຫຼງ​ຕໍ່​ບັນດາ​ນັກ​ຂ່າວ​ ຢູ່​ເທິງ​ເຮືອບິນ​ຂອງ​ທ່ານທີ່​ພວມເດີນ​ທາງ​ຈາກລັດຮາ​ວາຍ ​ໄປ​ສູ່ສິງກະ​ໂປ​ໃນ​ວັນ​ສຸກ​ມື້​ນີ້ ທ່ານ Hagel ກ່າວ​ວ່າ ສະຫະລັດກຳລັງຕອບ​ໂຕ້​ຕໍ່​ການ​ລ່ວງ ລໍ້າ​ທາງ​ອິນ​ເຕີ​ແນັດ​ຂອງຈີນ ທັງຢ່າງ​ເປັນ​ການ​ເປີດ​ເຜີຍ ​ແລະປິດ​ລັບ.

ທ່ານ Hagel ກ່າວ​ວ່າ:

“ມີວິ​ທີ​ດຽວ ​ທີ່​ຈະ​ຮັບ​ມື​ກັບ​ບັນຫາ​ດັ່ງກ່າວ ກໍ​ຄື​ກົງໄປ​ໜ້າ. ພວກ​ເຮົາ​ຕັ້ງ​ໃຈທີ່​ຈະ​ໃຊ້ທຸກ​ວິ​ທີ​ທາງ​ ​ແລະ​ການ​ປະສານ​ງານກັນ​ຢ່າ​ງ​ໃກ້​ຊິດ ​ຕະຫຼອດທັງຫາ​ທາງ​ເສີມ​ສ້າງ ທີ່​ຫວັງ​ວ່າ​ຈະ ​ໃຫ້​ເຮົາໄດ້ຢູ່​ໃນ​ທ່າ​ທີ ​ບ່ອນທີ່​ເຮົາ​ສາມາດ​ເຂົ້າ​ໃຈໄດ້ດີ​ຂື້ນ ​ເຂົ້າ​ໃຈ​ໃຫ້​ດີ​ຂື້ນວ່າ ​ແມ່ນ​ຫຍັງ ​ເປັນ​ກົດ​ລະບຽບຂອງເສັ້ນທາງ​ດັ່ງກ່າວ.”

ທ່ານ Hagel ກ່າວ​ວ່າ ທ່ານ​ຈະ​ຖະ​ແຫລ​ງ ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີແນັດ ຢູ່​ໃນ​ຄໍາ​ປາໄສ​ໃນ​ວັນ​ເສົາ​ມື້​ອື່ນນີ້ ຢູ່​ທີ່ກອງ​ປະຊຸມ ວ່າ​ດ້ວຍຄວາມ​ປອດ​ໄພ Shangri-La ທີ່​ສິງ ກະ​ໂປ. ທ່ານ​ກ່າວ​ວ່າ ບັນຫາ​ດັ່ງກ່າວມີ​ທ່າ​ທາງ​ວ່າ​ຈະ​ຖືກ​ຍົກ​ຂຶ້ນມາ​ຫາລື​ກັນໃນ​ການ​ພົບ​ປະ​ສັ້ນໆ​ກັບຜູ້ຕາງໜ້າ​ຈີນ ຢູ່​ນອກ​ກອງ​ປະຊຸມທີ່​ວ່າ​ນີ້.

ກ່ຽວຂ້ອງກັນ

XS
SM
MD
LG