ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສຫລ ມີຄວາມໝັ້ນໝາຍ ທີ່ຈະໃຫ້ ການຄຸ້ມຄອງ ແກ່ຍີ່ປຸ່ນ (ວີດີໂອ)


ລັດຖະມົນຕີປ້ອງກັນປະເທດ ສຫລ ທ່ານ Chuck Hagel (ຊ້າຍ) ຈັບມື ກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ກ່ອນປະຊຸມກັນ ທີ່ນະຄອນຫຼວງໂຕກຽວ (5 ເມສາ 2014)
ລັດຖະມົນຕີປ້ອງກັນປະເທດ ສຫລ ທ່ານ Chuck Hagel (ຊ້າຍ) ຈັບມື ກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ກ່ອນປະຊຸມກັນ ທີ່ນະຄອນຫຼວງໂຕກຽວ (5 ເມສາ 2014)
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Chuck
Hagel ພວມ ຢູ່ທີ່ປະເທດຍີ່ປຸ່ນບ່ອນທີ່ທ່ານຈະໃຫ້ການຄ້ຳປະ
ກັນ ແກ່ພວກເຈົ້າໜ້າທີ່ຍີ່ປຸ່ນວ່າ ສະຫະລັດມີຄວາມໝັ້ນໝາຍ ຕໍ່ສົນທິສັນຍາດ້ານປ້ອງກັນປະເທດຮ່ວມກັນ ຢູ່ໃນຂົງເຂດ.

ໃນການຖະແຫຼງ ທີ່ຖານທັບອາກາດ Yokota ຂອງສະຫະລັດຢູ່
ນອກນະຄອນຫຼວງໂຕກຽວ ໃນວັນເສົາມື້ນີ້ທ່ານ Hagel ເວົ້າວ່າ
ການປະກາດຮວມເອົາເຂດໄຄຣເມຍຂອງຢູເຄຣນເຂົ້າເປັນພາກ ສ່ວນນຶ່ງຂອງຣັດເຊຍແລະການເຄື່ອນຍ້າຍກຳລັງທະຫານຢູ່ຕາມ
ບໍລິ ເວນຊາຍແດນຢູເຄຣນນັ້ນໄດ້ກໍ່ໃຫ້ເກີດມີຄວາມວິຕົກກັງວົນ ໃນໝູ່ປະເທດພັນທະມິດ ຢູ່ໃນເຂດມະຫາສະມຸດປາຊີຟິກ ແລະ
ແຫ່ງອື່ນໆ. ວໍຊິງຕັນແລະພັນທະມິດ ກ່າວວ່າ ຕົນຈະບໍ່ໃຫ້ການປົກປ້ອງຄຸ້ມຄອງແກ່ຢູເຄຣນ ທາງດ້ານທະຫານ ຍ້ອນຢູເຄຣນ ບໍ່ແມ່ນສະມາຊິກຂອງອົງການເນໂຕ້.

ທ່ານ Hagel ກ່າວຕໍ່ພວກນັກຂ່າວ ໃນລະຫວ່າງການຢ້ຽມຢາມ ເປັນເວລາ 2 ມື້ ວ່າ ທ່ານຈະພະຍາຍາມໃຫ້ການຄ້ຳປະກັນແກ່ພວກຜູ້ນຳຂອງຍີ່ປຸ່ນວ່າ ວໍຊິງຕັນມີຄວາມ ໝາຍໝັ້ນຢ່າງແຂງຂັນ ທີ່ຈະໃຫ້ການປົກປ້ອງຄຸ້ມຄອງ ຄວາມປອດໄພ ໃຫ້ແກ່ຍີ່ປຸ່ນ. ຍີ່ປຸ່ນແລະຫຼາຍໆປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ພວມມີບັນຫາຂັດແຍ້ງ ຢ່າງຮ້າຍແຮງ ກ່ຽວກັບເລື່ອງເຂດນ້ຳແດນດິນ ກັບຈີນ ຊຶ່ງໄດ້ອ້າງເອົາກຳມະສິດ ໃນ ໝູ່ເກາະໝູ່ດອນຫຼາຍແຫ່ງ ຢູ່ໃນຂົງເຂດ.

ໃນຂະນະທີ່ວໍຊິງຕັນເຄີຍກ່າວຊ້ຳແລ້ວຊ້ຳອີກວ່າ ຕົນບໍ່ເຂົ້າຂ້າງຝ່າຍໃດກ່ຽວກັບບັນ ຫາຂັດແຍ້ງເລື່ອງໝູ່ເກາະໝູ່ດອນ ແຕ່ທ່ານ Hagel ກໍກ່າວວ່າ ສະຫະລັດຢາກໃຫ້ປະ ເທດຕ່າງໆຢູ່ໃນຂົງເຂດ ແກ້ໄຂບັນຫາຂັດແຍ້ງເຫລົ່ານີ້ດ້ວຍສັນຕິວິທີ.
US JAPAN SOTVO
please wait
Embed

No media source currently available

0:00 0:00:38 0:00
XS
SM
MD
LG