ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລມຕ ປ້ອງກັນປະເທດ ສະຫະລັດ ທ່ານ Chuck Hagel ລາອອກຈາກຕຳແໜ່ງ


US Defense Secretary Resigns
please wait

No media source currently available

0:00 0:02:46 0:00

ລັດຖະມົນຕີ​ ປ້ອງກັນ​ປະ​ເທດ ສະຫະລັດ ທ່ານ Chuck Hagel
​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງຫລັງ​ຈາກ​ເຂົ້າຮັບໜ້າທີ່ມາເກືອບ​ສອງ ​
ປີ​.

ປະທານ​າທິບໍດີ Barack Obama ກ່າວ​ໃນ​ວັນ​ຈັນ​ວານ​ນີ້ ​ທີ່ທຳ
ນຽບຂາວ ກັບ​ທ່ານ Hagel ​ແລະ​ຮອງ​ປະທານ​ນາ​ທິບໍດີ Joe
Biden ​ໂດຍ​ຮ້ອງ ລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ ວ່າ “ເປັນມື ທີ່
ແນ່ນອນ” ​ໃນ​ການ​ຊ່ວຍ​ເຫລືອ ລັດຖະບານ​ຂອງ​ທ່ານ ຮັບມືກັບ
ບັນຫາ​ທ້າ​ທາຍ ຂອງເຊື້ອ​ອີ​ໂບລາ ​ແລະ​ກຸ່ມລັດ​ອິສລາມ.

ປະທານ​າທິບໍດີ ກ່າວ​ວ່າ ທ່ານ Hagel ​ໄດ້ອຸທິດຕົວທ່ານ​ເອງ​ຕໍ່ຄວາມ​ປອດ​ໄພ​ຂອງສະຫະ
ລັດ ​ແລະ​ບັນດາຜູ້​ຊາຍແລະ​ຜູ້ຍິງ ທີ່ຢູ່​ໃນ​ເຄຶ່ອງ​ແບບ​ ມາ​ເປັນ​ເວລາ​ຫລາຍ​ທົດ​ສະ​ວັດ.

ທ່ານ Hagel ກ່າວ​ວ່າ ທ່ານ​ຈະຢູ່​ໃນຕຳແໜ່ງຕໍ່ໄປ ຈົນ​ກວ່າຜູ້​ມາຮັບໜ້າ​ທີ່ແທນ ທ່ານໄດ້​ຮັບ​ການຢືນຢັນຈາກສະພາ​.

ອະດີດ​ຜູ້​ຊ່ວຍລັດຖະມົນຕີປ້ອງ​ກັນ​ປະ​ເທດ ທ່ານນາງ MicheleFloury ກຳລັງ​ຖືກ​ກ່າວ​ເຖິງ
ຢູ່​ໃນວໍ​ຊີິງຕັນວ່າ ​ອາດເປັນ​ຜູ້ນຳ​ໜ້າທີ່​ຈະ​ມາ​ແທນທ່ານ Hagel.

ຜູ້​ທີ່​ຈະ​ມາ​ແທນທ່ານຄົນອຶ່ນໆ ທີ່​ອາດ​ເປັນ​ໄປ​ໄດ້​ນັ້ນ ​ແມ່ນຮວມທັງອ​ະດີດ​ຮອງ ລັດ​ຖະ
ມົນຕີປ້ອງ​ກັນ​ປະ​ເທດ ທ່ານ Ashton Carter ​ແລະ ທ່ານ Robert Work ຊຶ່ງຍັງ​ກຳ
ຕຳ​ແໜ່​ງດັ່ງກ່າວຢູ່​ໃນ​ປັດ​ຈຸ​ບັນ​ນີ້.

ໜັງ​ສຶພິມ The New York Times ​ໄດ້ອ້າງ​ຄຳເວົ້າຂອງບັນ​ດາເຈົ້າ​ໜ້າ​ອະວຸໂສ ທີ່ລາຍ
​ງານ​ເປັນເທື່ອທຳ​ອິດ​ໃນວັນ​ຈັນວານນີ້ວ່າ ການ​ລາ​ອອກນີ້ ມີ​ຂື້ນ​ “ພາຍ​ໃຕ້​ຄວາມ​ກົດ​ດັນ”
ທ່າ​ມກາງ​ວິ​ກິດ​ການ​ນະ​ໂຍບາຍ​ຕ່າງປະ​ເທດ​ຫລາຍ​ຢ່າງ ຮວມທັງ​ການສູ້​ລົບ​ຕ້ານພວກ​ຫົວ​ຮຸນ​ແຮງລັດ​ອິສລາມໃນ​ຊິີເຣຍແລະ​ອີຣັກ ທີ່ກຳລັງດຳເນີນຢູ່ໃນເວລານີ້.

US HAGEL RESIGNS CNPK
please wait
Embed

No media source currently available

0:00 0:01:27 0:00

XS
SM
MD
LG