ທ່ານ Chuck Hagel ລັດຖະມົນຕີປ້ອງກັນປະເທດສະຫະລັດ ເຕືອນບັນດາສະມາຊິກສະພາ ທີ່ລົງຄະແນນສຽງເມື່ອຕອນເຊົ້າ ມືດວັນອາທິດມື້ນີ້ ທີ່ເຮັດໃຫ້ລັດຖະບານເຄື່ອນໃກ້ເຂົ້າໄປຫຼາຍຂຶ້ນ ທີ່ຈະປິດກິດຈະການລົງ ກ່ຽວກັບຜົນຮັບຂອງການເຄຶ່ອນໄຫວຂອງເຂົາເຈົ້ານັ້ນ ໂດຍກ່າວວ່າ ຖ້າຫາກວ່າ ການປະເຊີນໜ້າກັນ ຢູ່ໃນລັດຖະສະພາຍັງດຳເນີນຕໍ່ໄປແລ້ວ ສະຫະລັດ ຈະກາຍເປັນປະເທດທີ່ປົກຄອງກັນບໍ່ໄດ້.
ບັນດາສະມາຊິກສະພາ ສັງກັດພັກຣີພັບບລິກັນໄດ້ທວງໃຫ້ເລື່ອນເວລາໃນການຈັດຕັ້ງ ປະຕິບັດໂຄງການຮັກສາສຸຂະພາບ ຂອງປະທານາທິບໍດີໂອບາມາ ອອກໄປນຶ່ງປີ ເພື່ອ ແລກກັບການອະນຸມັດງົບປະມານ ໃຫ້ເງິນສະໜັບສະໜຸນ ການປະຕິບັດການຂອງລັດ ຖະບານ.
ທ່ານ Hagel ອະດີດສະມາຊິກສະພາສູງພັກຣີພັບບລິກັນ ຈາກລັດ Nebraska ເວົ້າກັບພວກນັກຂ່າວ ເວລາກໍາລັງເດີນທາງໄປຍັງກຸງໂຊລ ເກົາຫຼີໃຕ້ ເພື່ອເຂົ້າຮ່ວມວັນຄົບຮອບ 60 ປີ ໃນການສ້າງຕັ້ງພັນທະມິດ ດ້ານປ້ອງກັນປະເທດລະຫວ່າງສະຫະລັດແລະເກົາຫຼີໃຕ້ ຊຶ່ງທ່ານ Hagel ເວົ້າວ່າ ທ່ານບໍ່ພໍໃຈປານໃດກັບຍຸດທະສາດການເມືອງສະພາຕໍ່າພັກຣີພັບບລິກັນ ທີ່ມອງເຫັນການໃກ້ ຢ່າງເປັນອັນຕະລາຍນັ້ນ.
ຝ່າຍທໍານຽບຂາວ ກໍເວົ້າວ່າ ຕົນຈະໃຊ້ສິດຍັບຍັ້ງ ຫຼືວີໂຕ້ຮ່າງກົດໝາຍດັ່ງກ່າວຂອງພັກຣີພັບບລິກັນ.
ຂະນະດຽວກັນ ບັນດາສະມາຊິກສະພາຕໍ່າ ກໍໄດ້ອະນຸມັດມາດຕະການນຶ່ງ ເພື່ອສືບຕໍ່ຈ່າຍເງິນໃຫ້ແກ່ພວກທະຫານ ຖ້າຫາກລັດຖະບານປິດຈິດຈະການລົງ. ແຕ່ແນວໃດກໍດີ ປະມານເຄິ່ງນຶ່ງ ຂອງພວກຄົນງານພົນລະເຮືອນ 800,000 ຄົນ ຂອງກະຊວງຈະຖືກຈັດຢູ່ໃນບັນຊີພັກ ບໍ່ໄດ້ເງິນ ຖ້າຫາກສະພາ ບໍ່ສາມາດຕົກລົງກັນໄດ້ໃນເລື່ອງງົບປະມານໃໝ່ ເວລາງົບປະມານປີສິ້ນສຸດລົງ ໃນວັນຈັນມື້ອື່ນນີ້.
ອົງການຕ່າງໆຂອງລັດຖະບານກາງ ໄດ້ຕຽມວາງແຜນອະນຸຍາດໃຫ້ພວກພະນັກງານທີ່ບໍ່ຖືກຈັດຢູ່ໃນໜ້າທີ່ຈໍາເປັນ ພັກການໄດ້ ເລີ່ມແຕ່ວັນອັງຄານເປັນຕົ້ນໄປ ຊຶ່ງເປັນມື້ທໍາອິດຂອງງົບປະມານປີ 2014 ຍົກເວັ້ນແຕ່ມີການລົງຄະແນນສຽງ ຂອງທັງສອງສະພາ ເພື່ອອະນຸມັດງົບປະມານໃຫ້ເງິນລັດຖະບານໃຊ້ຈ່າຍ ກາຍຕອນແລງວັນຈັນໄປນັ້ນ.