ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ຈະຊ່ວຍເສີມສ້າງ ສະມັດຖະພາບ ທາງທະຫານ ໃນເອເຊຍ (ວີ​ດິ​ໂອ ລາວ/ອັງກິດ)


ສະຫະລັດຈະຊ່ວຍເສີມສ້າງ ກອງທັບໃນເອເຊຍອາຄະເນ

ເມື່ອທ້າຍເດືອນສິງຫາຜ່ານມານີ້ ທ່ານ Chuck Hagel ລັດຖະ
ມົນຕີປ້ອງກັນປະເທດສະຫະລັດ ຢ້ຽມຢາມຂົງເຂດເອເຊຍຕາ
ເວັນອອກສຽງໃຕ້ ໃນຄວາມພະຍາຍາມເພື່ອສ້າງຄວາມເຂັ້ມ
ແຂງ​ໃຫ້ແກ່ຄວາມສໍາພັນດ້ານການທະຫານກັບບັນດາປະເທດ
ພາຄີ ແລະພັນທະມິດ ຕໍ່ໜ້າອິດທິພົນທີ່ກໍາລັງເຕີບໃຫຍ່ຂຶ້ນໄປ
ເລື້ອຍໆຂອງຈີນ ຢູ່ໃນຂົງເຂດດັ່ງກ່າວ ​ແລະເພື່ອເຂົ້າຮ່ວມກອງ
ປະຊຸມຂອງຄະນະລັດຖະມົນຕີປ້ອງກັນປະເທດຂອງສະມາຄົມ
ອາຊ່ຽນ ທີ່ປະເທດ ບຣູໄນ. Luis Ramirez ຜູ້ສື່ຂ່າວວີໂອເອ
ປະຈໍາ Pentagon ຫລືທໍານຽບຫ້າ​ແຈ ມີລາຍງານກ່ຽວກັບ
ເລຶ່ອງນີ້ ຊຶ່ງທອງປານ ຈະນໍາມາ ສະເໜີທ່ານໃນອັນດັບຕໍ່ໄປ.

ລິງໂດຍກົງ

ການຢ້ຽມຢາຂອງທ່ານ Hagel ໃນຄັ້ງນີ້ ມີວັດຖຸປະສົງ ເພື່ອສ້າງຄວາມໝັ້ນໃຈ ໃຫ້​ແກ່​
ບັນດາປະເທດພາຄີໃນຂົງເຂດດັ່ງກ່າວ ອີກຄັ້ງນຶ່ງ ວ່າ ສະຫະລັດຢືນຢູ່ເບື້ອງຫຼັງ​ເຂົາເຈົ້າ
ໃນຄວາມພະຍາຍາມເພື່ອສ້າງສາກອງທັບຂອງພວກເຂົາເຈົ້ານັ້ນ.

​ໃນ​ລະຫວ່າງຢຸດແວ່ທີ່ອິນໂດເນເຊຍນັ້ນ ລັດຖະມົນຕີປ້ອງກັນປະເທດສະຫະລັດໄດ້
ປະກາດການຕົກລົງຂາຍເຮືອບິນເຮລິຄອບເຕີ ລຸ່ນ Apache ມູນຄ່າ 500 ລ້ານໂດລ່າ ໃຫ້ແກ່ກອງທັບອິນໂດເນເຊຍ.

ທ່ານ Hagel ເວົ້າວ່າ: “ທີ່ພວກເຮົາເຊັນກັນໃນມື້ນີ້ ຄືເອກກະສານຂໍ້ຕົກລົງ
ຂາຍເຮືອບິນເຮລິຄອບເຕີ້ເຫຼົ່ານັ້ນ.”


ມັນອາດເບິ່ງຄືວ່າເປັນສິ່ງຂັດໆກັນຢູ່ ທີ່ວ່າທ່ານ Hagel ໄປຢ້ຽມຢາມເອເຊຍ ໃນຂະນະ
ທີ່ກໍ່າປັ່ນລົບຂອງສະຫະລັດຢູ່ໃນທ່າຕຽມພ້ອມທີ່ຈະທໍາການໂຈມຕີຊີເຣຍ.

ແຕ່ຄວາມພະຍາຍາມຂອງລັດຖະບານໂອບາມາ ທີ່ຈະຫັນເຫຈຸດ​ເພ່ງ​ເລັງ​ທາງ​ທະຫານ​
ຂອງຕົນ ໄປຍັງຂົງເຂດແປຊິຟິກນັ້ນ ຖືວ່າເປັນບຸລິມະສິດສູງສຸດປະການນຶ່ງ ແລະນັກວິ
ເຄາະ Patrick Cronin ເວົ້າວ່າ ການເຂົ້າຮ່ວມກອງປະຊຸມອາຊ່ຽນນັ້ນ ​ແມ່ນ​ເປັນສິ່ງ
ສໍາຄັນໃນການສ້າງ ຄວາມເຊື່ອຖືສໍາລັບສະຫະລັດ.

ທ່ານ Cronin ເວົ້າວ່າ: “ສໍາລັບສະຫະລັດ ການບໍ່​ໄປຮ່ວມໃນກອງປະຊຸມບັ້ນດັ່ງ
ກ່າວນີ້ ບໍ່ອອກເດີນທາງທີ່ໄດ້ວາງແຜນໄວ້ດົນນານນັ້ນແລ້ວ ແມ່ນຈະສົ່ງສັນຍານ
ທີ່ຜິດພາດຢ່າງສິ້ນ​ເຊີງ ​ໄປ​ຍັງຂົງເຂດ. ສະນັ້ນ ມັນຈຶ່ງເປັນການສໍາຄັນຫຼາຍ ທີ່
ແມ່ນແຕ່ໃນຂະນະທີ່ກໍາລັງເກີດວິກິດການ ຫລື​ເຫດການ​ອື່ນໆ ຢູ່​ໃນເຂດອື່ນໆ
ຂອງໂລກກໍຕາມ ລັດຖະມົນຕີປ້ອງກັນປະເທດສະຫະລັດ ກໍຈະຕ້ອງ​ໄດ້ປະຕິບັດ
ຕາມກໍານົດການ ທີ່ໄດ້ວາງໄວ້ ເພື່ອສະ​ແດງວ່າ ພວກເຮົາສາມາດ ເປັນພາຄີ
ແລະພັນທະມິດ ທີ່ຄາດ​ການໄດ້ໃນຂົງເຂດເອເຊຍ.”


ພ້ອມ​ດຽວ​ກັນ​ນີ້ ທ່ານ Hagel ໄດ້ປະກາດອອກໄປວ່າ ວໍຊິງຕັນຈະ​ເພີ້ມທະວີການຊ່ວຍ
ເຫຼືອທາງທະຫານໃຫ້​ແກ່ຂົງເຂດເອເຊຍຕາເວັນອອກສຽງໃຕ້ຂຶ້ນ 50% ຊຶ່ງ​ພາກສ່ວນນຶ່ງ
​ແມ່ນ​ສໍາ​ລັບການເຝິກອົບລົມແລະພັດທະນາກໍາລັງທະຫານ​ ເຊ່ນກອງທັບຟິລິບປິນ ຊຶ່ງ
ເປັນບ່ອນຢຸດແວ່ຢ້ຽມຢາມ​ແຫ່ງສຸດທ້າຍຂອງທ່ານ.

ນັກວິເຄາະ Cronin ເອີ້ນການຢ້ຽມຢາມຄັ້ງນີ້ວ່າ ເປັນການລົງທຶນ ຫຼືການເຄື່ອນໄຫວທີ່
ສະຫຼາດຮອບຄອບດີ ໃນ​ເວລາທີ່ງົບປະມານປ້ອງກັນປະເທດສະຫະລັດ ຖືກຕັດລົງໄປຫຼາຍນັ້ນ.

ທ່ານ Cronin ເວົ້າວ່າ: “ດ້ວຍເງິນໂດລ່າຕໍ່ໂດລ່າ ການເຂົ້າໄປພົວພັນ ການໃຫ້
ຄວາມຊ່ວຍເຫຼືອເທື່ອລະເລັກລະນ້ອຍ ຕໍ່ບັນດາປະເທດພາຄີ ແລະພັນທະມິດ
ຂອງພວກເຮົາ ຢູ່ໃນຂົງເຂດເອເຊຍຕາເວັນອອກນັ້ນ ແມ່ນຈະ​ໄດ້​ໝາກຜົນ
ຫຼາຍໄປກວ່າການທຸ່ມເທເງິນເຂົ້າໃສ່ໃນເວທີ ໃຫຍ໋ໆບ່ອນດຽວ ທີ່ອາດບໍ່ເປັນ
ປະໂຫຍດເທົ່າທີ່ຄວນ ສໍາລັບການພົວພັນກັບຂົງເຂດນີ້.”


ຈີນບໍ່ໄດ້ລວມຢູ່ໃນລາຍການເດີນທາງຢ້ຽມຢາມ​ຄັ້ງນີ້ຂອງ​ທ່ານ Hagel ແຕ່ຂໍ້ຂັດແຍ້ງ​
ເລື້ອງ​ເຂ​ດນໍ້າ​ແດນ​ດິນ​ໃນ​ທະ​ເລຂອງປັກກິ່ງກັບຟິລິບປິນ ແລະບັນດາປະເທດພັນທະ
ມິດ ແລະພາຄີອື່ນໆຂອງສະຫະລັດນັ້ນກໍ​ລວມຢູ່​ໃນການປຶກສາຫາລືກັນຫຼາຍທີ່ສຸດ.

​ເບິ່ງ​ວີ​ດິ​ໂອ​ລາຍ​ງານ​ນີ້ ​ເປັນ​ພາສາ​ອັງກິດ:

US Bolsters Asian Militaries in Face of China's Growth
please wait

No media source currently available

0:00 0:02:36 0:00
ລິງໂດຍກົງ

ການເດີນທາງຢ້ຽມຢາມຂອງທ່ານ Hagel ​ແມ່ນມີ​ຂຶ້ນ ຫລັງ​ຈາກການຢ້ຽມຢາມທໍານຽບ
ຫ້າ​ແຈ (Pantagon) ຂອງ​ລັດຖະມົນຕີປ້ອງກັນປະເທດຈີນ ເມື່ອອາທິດຜ່ານມາ ຊຶ່ງທັງ
ສອງຝ່າຍໄດ້ໂອ້ລົມກັນເລຶ່ອງການ​ເພີ້​ມທະວີ ​ການ​ແລກປ່ຽນລະຫວ່າງກັນ ແລະການ
ຄຸ້ມ​ຄອງ​ອັນ​ທີ່​ອາດສາມາດ ເປັນຄວາມສໍາພັນທີ່ຫຍຸ້ງ​ຍາກໄດ້ນັ້ນ.

ທ່ານ Hagel ເວົ້າວ່າ: “ເປົ້າໝາຍຂອງພວກເຮົາ ກໍແມ່ນເພື່ອສ້າງຄວາມໄວ້ເນື້ອ
ເຊື່ອໃຈກັນລະຫວ່າງກອງທັບຂອງພວກເຮົາ ໂດຍຜ່ານການຮ່ວມມືກັນ. ຄວາມ
ໂປ່ງໃສທີ່ພວກເຮົາມີມານັ້ນ ຖືວ່າສໍາຄັນທີ່ສຸດ ​ໃນ​ການລົດຜ່ອນຄວາມສ່ຽງ ທີ່
ຈະເກີດມີການຄໍານວນທີ່ຜິດພາດຂຶ້ນ​ມາໄດ້ ແລະຫຼີກລ່ຽງຄວາມເຄ່ງຕຶງ ແລະ
ຂໍ້ຂັດແຍ້ງກັນ ທີ່ບໍ່ໄດ້ຕັ້ງໃຈຈະໃຫ້ເກີດຂຶ້ນນັ້ນ.”


​ກອງທັບຂອງສະຫະລັດແລະຈີນ ໄດ້ມີການຮ່ວມມືກັນຫລາຍຂຶ້ນ ໂຮມທັງການຊ້ອມລົບ
ກັບກອງທັບເຮືອຈີນ ຢູ່ເຂດນອກຝັ່ງຂອງ ເກາະຮາວາຍ ເມື່ອປີຜ່ານມາ.

​ແລະເປັນເທື່ອທໍາອິດ ທີ່ວໍຊິງຕັນໄດ້ເຊື້ອເຊີນຈີນ ໃຫ້ເຂົ້າປະກອບສ່ວນໃນການຊ້ອມລົບ
ນາໆ​ຊາດ ທີ່ໃຫຍ່ໆບັ້ນນຶ່ງ ໃນປີໜ້ານີ້.
XS
SM
MD
LG