ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Hagel ເຕືອນຈີນ ຢ່າງເປີດເຜີຍ ກ່ຽວກັບການໂຈມຕີ ທາງອິນເຕີແນັດ (ວີດີໂອ)


ທ່ານ Chuck Hagel ລັດຖະມົນຕີກະຊວງປ້ອງກັນປະເທດ ສຫລ ກ່າວຄຳປາໄສ ຕໍ່ກອງປະຊຸມຄວາມໝັ້ນຄົງພູມີພາກ ທີ່ສິງກະໂປ (1 ມິຖຸນາ 2013)
ທ່ານ Chuck Hagel ລັດຖະມົນຕີກະຊວງປ້ອງກັນປະເທດ ສຫລ ກ່າວຄຳປາໄສ ຕໍ່ກອງປະຊຸມຄວາມໝັ້ນຄົງພູມີພາກ ທີ່ສິງກະໂປ (1 ມິຖຸນາ 2013)
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ໄດ້ສວຍໃຊ້
ກອງປະຊຸມວ່າດ້ວຍຄວາມໝັ້ນຄົງປະຈຳປີທີ່ສິງກະໂປ ກ່າວ
ຫາລັດຖະບານຈີນ ຢ່າງເປັນການເປີດເຜີຍວ່າ ທຳການໂຈມຕີ
ທາງອິນເຕີແນັດຕໍ່ເປົ້າໝາຍຕ່າງໆຂອງສະຫະລັດ.

ການກ່າວຫາຂອງທ່ານ Chuck Hagel ຢູ່ທີ່ກອງປະຊຸມວ່າດ້ວຍ
ຄວາມໝັ້ນຄົງ Shangri-La ໃນວັນເສົາມື້ນີ້ແມ່ນແນະໃຫ້ເຫັນວ່າ ວໍຊິງຕັນຍັງຈະສືບຕໍ່ທຳການກົດດັນໃຫ້ປັກກິ່ງແກ້ໄຂບັນຫາການ ໂຈມຕີທາງອິນເຕີແນັດຊຶ່ງໄດ້ກາຍມາເປັນເລື່ອງທີ່ສ້າງຄວາມຂຸ້ນ ຂ້ອງໝອງໃຈໃນຄວາມສຳພັນລະຫວ່າງສະຫະລັດກັບຈີນ

ທ່ານ Hagel ເວົ້າວ່າ “ສະຫະລັດໄດ້ສະແດງຄວາມວິຕົກກັງວົນກ່ຽວກັບການລ່ວງລໍ້າ ທີ່ເພີ້ມທະວີຂຶ້ນທາງອິນເຕີແນັດ ຊຶ່ງສ່ວນນຶ່ງແລ້ວແມ່ນປະກົດວ່າມີຄວາມກ່ຽວຂ້ອງ ກັບລັດຖະບານແລະກອງທັບຈີນ.”

ທ່ານ Hagel ເວົ້າວ່າ ສະຫະລັດມີຄວາມຕັ້ງໃຈ ທີ່ຈະດຳເນີນງານຮ່ວມກັບຈີນແລະປະເທດ ອື່ນໆ ເພື່ອສ້າງຕັ້ງມາດຕະຖານຂອງນາໆຊາດ ກ່ຽວກັບການປະພຶດປະຕິບັດແບບມີຄວາມ ຮັບຜິດຊອບໃນການຊົມໃຊ້ອິນເຕີແນັດ. ທ່ານເວົ້າວ່າທ່ານ ມີແຜນການທີ່ຈະຍົກເອົາບັນຫາ ດັ່ງກ່າວນີ້ຂຶ້ນມາໂອ້ລົມກັບຄະນະຜູ້ແທນຈີນ ຢູ່ນອກກອງປະຊຸມຄວາມໝັ້ນຄົງທີ່ສິງກະໂປ.

ເມື່ອໄວໆມານີ້ ລັດຖະບານ ແລະສື່ມວນຊົນຂອງສະຫະລັດ ລາຍງານວ່າ ພວກເຈາະຂໍ້ມູນ
ຄອມພິວເຕີ້ຈີນ ໄດ້ລັກຂະໂມຍເອົາຄວາມລັບ ໄປຈາກໂຄງການສ້າງອາວຸດ ຫຼາຍສິບໂຄງ ການ ແລະເທັກໂນໂລຈີປ້ອງກັນປະເທດອື່ນໆອີກ ຂອງທຳນຽບຫ້າແຈ. ຈີນໄດ້ປະຕິເສດຕໍ່ ຂໍ້ຫາເຫຼົ່ານີ້ ແຕ່ຍັງບໍ່ທັນໄດ້ຕອບຕໍ່ຄຳຖະແຫຼງເທື່ອຫຼ້າສຸດຂອງທ່ານ Hagel.

ການໃຫ້ຄວາມເຫັນທີ່ວ່ານີ້ ມີຂຶ້ນບໍ່ເທົ່າໃດມື້ ກ່ອນທີ່ປະທານປະເທດຈີນ ທ່ານ Xi Jinping ຈະພົບປະກັບປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາທີ່ລັດຄາລີຟໍເນຍບ່ອນທີ່ພວກ ເຈົ້າໜ້າທີ່ເວົ້າວ່າ ການໂຈມຕີທາງອິນເຕີແນັດກໍເປັນເລື່ອງນຶ່ງທີ່ຈະຖືກຍົກຂຶ້ນມາໂອ້ລົມກັນ.

ວີດີໂອ - ທ່ານ Hagel
please wait

No media source currently available

0:00 0:00:57 0:00
XS
SM
MD
LG