ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກເຈາະເຂົ້າ ໂປຣແກຣມ ຄອມພິວເຕີ ໄດ້ປ່ອຍອອກຂໍ້ມູນ ສ່ວນຕົວຂອງຊາວ ເທີກີ 50 ລ້ານຄົນ


ພວກເຈາະເຂົ້າໂປຣແກຣມຄອມພິວເຕີ ໄດ້ປ່ອຍຖານຂໍ້ມູນ
ທາງອອນໄລນ໌ ທີ່ບັນຈຸຂໍ້ມູນສ່ວນຕົວຂອງຊາວ ເທີກີ ເກືອບ
50 ລ້ານຄົນ.
ພວກເຈາະເຂົ້າໂປຣແກຣມຄອມພິວເຕີ ໄດ້ປ່ອຍຖານຂໍ້ມູນ ທາງອອນໄລນ໌ ທີ່ບັນຈຸຂໍ້ມູນສ່ວນຕົວຂອງຊາວ ເທີກີ ເກືອບ 50 ລ້ານຄົນ.

ພວກເຈາະເຂົ້າໂປຣແກຣມຄອມພິວເຕີຢ່າງຜິດກົດໝາຍ ໄດ້ປ່ອຍຖານຂໍ້ມູນທາງອອນ ໄລນ໌ ເຊິ່ງພວກເຂົາກ່າວວ່າ ມັນບັນຈຸຂໍ້ມູນສ່ວນຕົວຂອງຄົນ ເທີກີ ເກືອບ 50 ລ້ານຄົນ.

ຂໍ້ມູນລວມມີ ຊື່, ເລກບັດປະຈຳຕົວຂອງປະເທດ, ທີ່ຢູ່, ວັນເກີດ ແລະ ຊື່ຂອງພໍ່ແມ່. ມັນໄດ້ ເນັ້ນຢ້ຳ ໂດຍສະເພາະເຖິງຂໍ້ມູນສ່ວນຕົວຂອງປະທານາທິບໍດີ ທ່ານ Recep Tayyip Erdogan ແລະ ນາຍົກລັດຖະມົນຕີ ທ່ານ Ahmet Davutoglu.

ອົງການຂ່າວ AP ສາມາດລະບຸຂໍ້ມູນບາງສ່ວນໂດຍການອ້າງອີງເລກບັດປະຈຳຕົວ ເທີກີ ທີ່ບໍ່ເປີດເຜີຍຕໍ່ຂໍ້ມູນທີ່ບັນຈຸຢູ່ໃນຖານຂໍ້ມູນນັ້ນ. ມີລະຫັດປະຈຳຕົວ 8 ຕົວເລກແມ່ນຖືກ ຕ້ອງກົງກັນ.

ພວກເຈາະເຂົ້າໂປຣແກຣມຄອມພິວເຕີ ໄດ້ຂຽນຂໍ້ຄວາມ ກັບຂໍ້ມູນທີ່ຮົ່ວໄຫຼອອກມາວ່າ “ຈະມີໃຜຈິນຕະນາການເຖິງຄວາມຄິດຍ້ອນກັບຄືນອາດີດ, ການວິຈານ ແລະ ການ ເພີ່ມຂຶ້ນຂອງລັດທິຄວາມຮຸນແຮງທາງສາສະໜາໃນ ເທີກີ ຈະນຳໄປສູ່ໂຄງຮ່າງທາງ ເທັກນິກທີ່ກຳລັງແຕກເປັນຊິ້ນສ່ວນນ້ອຍໆ ແລະ ອ່ອນໄຫວ?”

ນອກນັ້ນພວກເຂົາຍັງໄດ້ຂຽນຂໍ້ຄວາມ “ບົດຮຽນທີ່ຕ້ອງຮຽນ” ສຳລັບ ເທີກີ ໃນຄວາມ ໝັ້ນຄົງທາງອິນເຕີເນັດນຳ, ລວມທັງ “ການປ່ຽນແປງຂໍ້ມູນທີ່ບໍ່ແມ່ນການປ່ຽນຂໍ້ຄວາມ ໃຫ້ເປັນລະຫັດ” ແລະ “ການໃສ່ຂໍ້ມູນລະຫັດລັບໃນລະບົບຄອມພິວເຕີ ມັນບໍ່ໄດ້ເຮັດ ຫຍັງໃນການຮັກສາຄວາມປອດໄພ.”

XS
SM
MD
LG