ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຜູ້ນຳພັກເດໂມແຄຣັດໃນສະພາຕຳ່ ກ່າວວ່າ ເພິ່ນໄດ້ຮັບຂໍ້ຄວາມທີ່ ຫຍາບຄາຍ ຫຼັງຈາກຖືກເຈາະ ຂໍ້ມູນ


ພາບໜ້າຈໍເວັບໄຊທ໌ ຈາກຜູ້ເຈາະຂໍ້ມູນ Guccifer 2.0. 13 ສິງຫາ, 2016
ພາບໜ້າຈໍເວັບໄຊທ໌ ຈາກຜູ້ເຈາະຂໍ້ມູນ Guccifer 2.0. 13 ສິງຫາ, 2016

ທ່ານນາງ Nancy Pelosi ຜູ້ນຳພັກເດໂມແຄຣັດ ສະພາຕ່ຳ ສະຫະລັດໄດ້ເຕືອນບັນດາ ສະມາຊິກສະພາພັກເດໂມແຄຣັດຄົນອື່ນໆໃນວັນເສົາວານນີ້ວ່າ ບໍ່ໃຫ້ຮັບໂທລະສັບ ຫຼື ອ່ານຂໍ້ຄວາມ ຫຼັງຈາກເພິ່ນໄດ້ຮັບໂທລະສັບ ແລະ ຂໍ້ຄວາມທີ່ມີ “ຄວາມລາມົກ ແລະ ຫຍາບຄາຍ” ພາຍຫຼັງຈາກນັກເຈາະຂໍ້ມູນຄົນໜຶ່ງໄດ້ເປີດເຜີຍ ຂໍ້ມູນສ່ວນຕົວຂອງບັນດາ ສະມາຊິກສະພາເກືອບ 200 ຄົນ.

ຜູ້ເຈາະຂໍ້ມູນຄອມພິວເຕີຄົນໜຶ່ງຜູ້ທີ່ເອີ້ນຕົນເອງວ່າ Guccifer 2.0 ໄດ້ຂຽນຖະແຫຼງການ ຫຼາຍສະບັບທາງອອນໄລນ໌ວ່າ ລາວໄດ້ດຳເນີນ ການລະເມີດລັກຂໍ້ມູນຂອງອົງການຕ່າງໆ ໃນພັກເດໂມແຄຣັດມາແລ້ວ 2 ຄັ້ງ. ຄັ້ງຫຼ້າສຸດແມ່ນການເປີດເຜີຍຂໍ້ມູນຂອງສ່ວນຕົວ ແລະ ການເປີດເຜີຍ ຂໍ້ຄວາມໃນອີເມລສ່ວນຕົວຂອງບັນດາຜູ້ນຳພັກເດໂມແຄຣັດ.

ໜ້າເວັບໄຊທ໌ ທີ່ຕັ້ງຂຶ້ນມາໂດຍນັກເຈາະຂໍ້ມູນຊື່ວ່າ Wordpress.com ໄດ້ຖືກປັບປຸງໃນ ວັນສຸກທີ່ຜ່ານມາເພື່ອສະແດງໃຫ້ເຫັນຊື່ຂອງອີເມລ, ເບີໂທລະສັບສ່ວນຕົວ, ທີ່ຢູ່ອາໄສ ແລະ ຂໍ້ມູນສ່ວນຕົວອື່ນໆ. ການ ເປີດເຜີຍດັ່ງກ່າວແມ່ນຂໍ້ມູນຂອງສະມາຊິກລັດຖະສະພາ ໃນອະດີດ ແລະ ປະຈຸບັນ 194 ຄົນ,, ຜູ້ວາງແຜນການເຮັດວຽກຂອງພວກເຂົາເຈົ້າ, ບັນ ດາຜູ້ຊີ້ນຳອາວຸໂສ ແລະ ຄົນອື່ນໆ.

ທ່ານນາງ Nancy Pelosi ກ່າວຄຳປາໄສ ໃນຄຳ່ຄືນທີ 4 ຂອງກອງປະຊຸມຫຼວງແຫ່ງຊາດ ພັກເດໂມແຄຣັດ ໃນນະຄອນ Philadelphia. 28 ກໍລະກົດ, 2016.
ທ່ານນາງ Nancy Pelosi ກ່າວຄຳປາໄສ ໃນຄຳ່ຄືນທີ 4 ຂອງກອງປະຊຸມຫຼວງແຫ່ງຊາດ ພັກເດໂມແຄຣັດ ໃນນະຄອນ Philadelphia. 28 ກໍລະກົດ, 2016.

ການລາຍງານຕ່າງໆດັ່ງທີ່ທ່ານນາງ Pelosi ໄດ້ລະບຸເປັນຂໍ້ມູນອອກມາອາດແມ່ນຂອງ ແທ້, ແຕ່ຈະເປັນຊົ່ວຄາວເທົ່ານັ້ນ.

ຜູ້ນຳສະພາຕ່ຳພັກເດໂມແຄຣັດ ໄດ້ກ່າວວ່າ ເພິ່ນຈະປ່ຽນເບີໂທລະ ສັບຂອງຕົນເອງ ແລະ ໄດ້ແນະນຳໃຫ້ເພື່ອນຮ່ວມງານຂອງພາກັນ ເຮັດຄືກັນ.

ທ່ານນາງ Pelosi ກ່າວວ່າ “ນີ້ແມ່ນເລື່ອງທີ່ໂສກເສົ້າ, ບໍ່ແມ່ນ ພຽງສຳລັບພວກເຮົາ ເທົ່ານັ້ນ, ແຕ່ສຳຄັນກວ່ານີ້ແມ່ນ, ສຳລັບປະເທດຊາດ ຂອງພວກເຮົາ.”

ໃນການສະແດງເຫດຜົນຂອງການກະທຳຂອງເພິ່ນ, ຜູ້ເຈາະຂໍ້ມູນ ໄດ້ກ່າວວ່າ ການ ເລືອກຕັ້ງເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ປີນີ້ແມ່ນ “ກຳລັງຈະກາຍເປັນເລື່ອງ ຕະຫຼົກ.” ໂດຍອ້າງອີງເຖິງການລ່ວງລ້ຳຕໍ່ຄະນະກຳມະການ ພັກເດໂມແຄຣັດແຫ່ງຊາດ ກ່ອນໜ້ານີ້, ເຊິ່ງໄດ້ເປີດເຜີຍວ່າ ຜູ້ປະຕິບັດງານຂອງພັກ ອາດຈະສະໜັບສະໜູນ ທ່ານ ນາງ Hillary Clinton ຢ່າງບໍ່ເໝາະສົມໃນ ລະຫວ່າງ ການ ເລືອກຕັ້ງຂັ້ນຕົ້ນ ທີ່ໄດ້ດຳ ເນີນຂຶ້ນໃນກອງ ປະຊຸມຫຼວງສະເໜີຊື່ໃນ ເດືອນທີ່ຜ່ານມາ, ທ້າວ Guccifer ໄດ້ຂຽນວ່າ ການລັກເຈາະຂໍ້ ມູນໄດ້ ສະແດງໃຫ້ເຫັນວ່າ “ທຸກໆຢ່າງແມ່ນໄດ້ຖືກແກ້ໄຂໃນສາກ ເບື້ອງຫຼັງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG