ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ມີການອະນຸຍາດ ໃຫ້ຖືປືນ ແຕ່ບໍ່ແມ່ນບານເທັນນິສ ຢູ່ທີ່ກອງປະຊຸມໃຫຍ່ ພັກຣີພັບບລິກັນ


ພວກເຈົ້າໜ້າທີ່ຕຳຫລວດ ຍ່າງປົນກັບຝູງຊົນຢູ່ເມືອງ Cleveland ລັດ Ohio.
ພວກເຈົ້າໜ້າທີ່ຕຳຫລວດ ຍ່າງປົນກັບຝູງຊົນຢູ່ເມືອງ Cleveland ລັດ Ohio.

ຮວມ​ຢູ່​ໃນ​ສິ່ງ​ຂອງ​ທີ່​ພວກ​ປະ​ທ້ວງ​ຈະ​ຖືກ​ຫ້າມ ບໍ່​ໃຫ້​ນຳ​ເອົາເຂົ້າ​ໄປ​ໃນ​ກອງ​ປະ ຊຸມໃຫຍ່​ແຫ່ງ​ຊາດຂອງພັກຣີພັບບລິກກັນຢູ່​ທີ່​ເມືອງ Cleveland ກໍມີ ດິນ​ລະເບີດ ມີດ​ໃຫຍ່ ຄັນຮົ່ມ ​ທີ່​ມີ​ເຫລັກແຫຼມຢູ່​ປາຍ ​ແລະ​ໝາກບານ​ເທັນ​ນິສ.

​ແຕ່​ສິ່ງ​ນຶ່ງ​ທີ່​ພວກ​ເຂົາ​ເຈົ້າຈະ​ອະນຸຍາດ​ໃຫ້​ນຳ​ເຂົ້າ​ໄປ​ໄດ້ ນັ້ນກໍ​ຄື​ປືນ.

​ເນື່ອງ​ຈາກ​ກົດໝາຍ​ຂອງ​ລັດ Ohio ຜູ້ໃດກໍ​ຕາມ​ທີ່ຢູ່​ໃນ​ລັດສະໝີ​ແປດ​ກິ​ໂລ​ແມັດ ມົນ​ທົນ ຂອງ “ຈຸດ​ສູນ​ກາງ” ​ໃນ​ເມືອງ Cleveland ຈະສາມາດ​ຖື​ອາວຸດ​ທີ່ຕົນ​ມີ ຢ່າງ​ຖືກຕ້ອງຕາມ​ກົດໝາຍ​ໄດ້​ຢ່າງ​ເປັນ​ການ​ເປີດ​ເຜີຍ. ​ພ້ອມດ້ວຍ​ໃບ​ອະ​ນຸຍາດ​ ທີ່​ສົມບູນ ເຂົາ​ເຈົ້າ​ຍັງ​ສາມາດ​ພົກ​ປືນ​ແບບ​ບໍ່​ໃຫ້​ຄົນ​ເຫັນ​ໄດ້.

​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ເມືອງ​ດັ່ງກ່າວ ​ບໍ່​ສາມາດ​ທີ່​ຈະ​ປ່ຽນ​ແປ​ງ​ໄດ້.

ທ່ານ Dan William ​ໂຄສົກ​ຂອງ​ເຈົ້າຄອງກຳ​ແພງເມືອງ Cleveland ກ່າວ​ຕໍ່ ວີ​ໂອ​ເອ ເວລາຖືກຖາມ​ ກ່ຽວ​ກັບ​ວ່າ ​ພວກ​ປະ​ທ້ວງ​ສາ​ມາດ​ຖື​ປືນເຂົ້າ​ໄປ​ໃນ​ເຂດ​ສູນ​ກາງ​ໄດ້​ຫລື​ບໍ່ ຊຶ່ງ​ທ່ານ​ກ່າວຕອບ​ວ່າ “ມັນເ​ປັນ​ກົດໝາຍ​ຂອງ​ລັດ ​ແລະ​ພວກ​ເຮົາ​ຕ້ອງປະຕິບັດ​ຕາມ​ກົດ ໝາຍນີ້ ຄຳ​ຕອບ​ກໍ​ຄື​ໄດ້.”

ສະຖານະ​ການດັ່ງ​ກ່າວ​ໄດ້​ເຮັດ​ໃຫ້ມີ​ການ​ຕື່ນ​ຕົກ​ໃຈ ​ໂດຍ​ສະ​ເພາະ​ເມື່ອ​ເວົ້າ​ເຖິງ ບັນຍາ ກາດທີ່​ຝົ​ດ​ເດືອດ​ທາງ​ດ້ານ​ການ​ເມືອງທີ່​ນຳໄປ​ສູ່​ການ​ມີ​ຄວາມສ່ຽງເພີ້ມຂຶ້ນ ທີ່​ຈະ​ເກີດການ​ປະ​ທ້ວງ​ໃຫຍ່ ​ແລະ​ປະ​ທະ​ກັນ​ຢູ່​ກອງ​ປະ​ຊຸມນີ້.

ກອງ​ປະຊຸມໃຫຍ່ແຫ່ງ​ຊາດຂອງ​ພັກ ຕາມ​ທຳນຽມ​ແລ້ວ ​ເປັນຈຸດເຕົ້າ​ໂຮມຂອງ ພວກ​ປະ​ທ້ວງໃນ​ທຸກໆ​ດ້ານ. ດ້ວຍ​ເຫດຜົນ​ດັ່ງກ່າວ​ນີ້ ມັນຈຶ່ງ​ບໍ່​ເປັນ​ເລື້ອງແປກທີ່​ຈະເກີດ​ຄວາມ ບໍ່​ສະຫງົບຕ່າງໆ​ນາໆ​ຢູ່​ທີ່​ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG