ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອິສຣາແອລ ງົດ​ອະນຸຍາດ ​ຕໍ່​ການ​ເດີນທາງ ​ຂອງ​ຊາວປາແລສໄຕນ໌ ຫຼັງຈາກການໂຈມຕີ ທີ່ Tel Aviv


Israel Shooting
please wait
Embed

No media source currently available

0:00 0:01:49 0:00

Israel ງົດ​ການອະນຸຍາດ​ຕໍ່​ການ​ເດີນທາງ​ຂອງ​ຊາວ Palestine 83,000 ຄົນ ​ໃນ​ຊ່ວງໄລຍະເດືອນສັກສິດ Ramadan ຫຼັງ​ຈາກ​ທີ່​ມື​ປືນ​ຊາວ Palestine 2 ຄົນ ​ໄດ້​ຍິງ​ປືນ​ໃສ່​ພວກ​ຜູ້​ຄົນ​ທີ່​ໄດ້​ໄປ​ຊື້​ເຄື່ອງ​ຂອງ​ແລະ​ຮັບ​ປະທານ​ອາຫານ ​ໃນ​ຕະ​ຫຼາດ​ໃກ້ໆ​ກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ Israel ​ທີ່ນະຄອນ Tel Aviv ​ໃນ​ແລງ​ວັນ​ພຸດ​ວານ​ນີ້ທີ່​ໄດ້​ສັງຫານ 4 ຄົນ ​ແລະ​ບາດ​ເຈັບ​ອີກ 5 ຄົນນັ້ນ.

“ບັດ​ອະນຸຍາດທັງ​ໝົດ​ສຳຫຼັບໃນ​ຊ່ວງ​ເດືອນສັກສິດ Ramadan ​ໂດຍ​ສະ​ເພາະບັດ​ອະນຸຍາດສຳຫຼັບ​ຄອບຄົວ​ຈາກ​ເຂດ Judea ​ແລະ Samaria ​ໄປ​ຍັງ Israel ນັ້ນ​ແມ່ນ​ຖືກ​ສັ່ງ​ໃຫ້​ໂຈະ​ໝົດ.​” ອີງ​ຕາມລາຍ​ງານສະບັບ​ນຶ່ງ​ຂອງອົງການ COGAT ຫຼືໜ່ວຍ​ບໍລິ ຫານ​ຄຸ້ມ​ຄອງ​ເລື້ອງ​ພົນລະ​ເຮືອນ​ທີ່​ອາ​ໄສ​ຢູ່​ໃນ​ເຂດຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ​ຫຼື West Bank ​ທີ່ໄດ້​ກ່າວ​ໃນ​ຖະ​ແຫຼ​ງການສະບັບ​ນຶ່ງ​ໃນ​ວັນ​ພະຫັດ​ມື້​ນີ້.

ຄຳ​ສັ່ງ​ນີ້ຍັງ​ມີ​ຜົນ​ກະທົບ​ຕໍ່​ຊາວ​ປາ​ແລ​ສ​ໄຕ​ນ໌ຫຼາຍຮ້ອຍ​ຄົນ​ຈາກ​ເຂດ​ກາຊາ​ແລະ​ຍາດ​ພີ່ນ້ອງ 204 ຄົນ​ຂອງ​ຜູ້​ທີ່​ຖືກ​ກ່າວ​ຫາ​ວ່າ​ເປັນ​ຄົນ​ຮ້າຍ​ຜູ້​ນຶ່ງ ຊຶ່ງ​ທັງ​ໝົດ​ນັ້ນຈະ​ຖືກ​ຫ້າມ​ບໍ່​ໃຫ້​ໄປ​ຢ້ຽມ ພວກ​ພີ່ນ້ອງ ​ໄປ​ຮ່ວມ​ສວດ​ມົນ​ພາວະນາ​ໃນ​ວັນ Ramadan ທີ່​ເຈຣູຊາ​ແລັມ ​ແລະ​ເດີນທາງ ​ໄປ​ຕ່າງປະ​ເທດ​ຜ່ານ​ທາງສະໜາມ​ບິນ​ນາໆ​ຊາດ​ທີ່​ນະຄອນຫຼວງ Tel Aviv.

ກອງທັບ​ອິສຣາ​ແອ​ລຍັງ​ກ່າວ​ວ່າ ຕົນ​ຈະ​ສົ່ງ​ກຳລັງ​ທະຫານ​ຕື່ມ​ອີກ​ຫລາຍ​ຮ້ອຍ​ຄົນເຂົ້າ​ປະຈຳ ການ​ຮວມທັງ​ທະຫານ​ລາບ​ແລະ​ໜ່ວຍ​ສືບ​ລັບ​ທີ່​ມີ​ຄວາມ​ສາມາດ​ສູງ​ໄປ​ຍັງ​ເຂດ West Bank ​ເພື່ອ​ຮັບ​ມື​ກັບ​ການ​ໂຈມ​ຕີ ​ໂດຍ​ເວົ້າວ່າ ການ​ສົ່ງ​ກຳລັງ​ໄປ​ໜຸນ​ແມ່ນ​ມີ​ຂຶ້ນນັ້ນ ​ແມ່ນ​ເໝາະ​ສົມ ກັບກາ​ນຊັ່ງຊາ​ເບິ່ງ​ສະຖານະ​ການຢູ່​ໃນ​ຖະ​ແຫລ​ງການ.

ຕຳຫຼວດ Israel ​ເອີ້ນ​ເຫດການໃນວັນ​ພຸດ​ວານ​ນີ້​ວ່າ ​ເປັນ​ການໂຈມ​ຕີກໍ່​ການ​ຮ້າຍ​ແລະ​ກ່າວ ວ່າ​ມື​ປືນ​ໄດ້​ໃຊ້​ປືນ​ອັດຕະ​ໂນ​ມັດ​ໃນ​ການ​ໂຈມ​ຕີ.

ຕຳຫຼວດອິສຣາ​ແອ​ລ​ໄດ້​ຈັບ​ຄົນ​ຮ້າຍ​ທັງ​ສອງ​ໄວ້.​ ນຶ່ງ​ໃນ​ນັ້ນ​ແມ່ນ​ຢູ່​ທີ່​ໂຮງໝໍ​ຍ້ອນ​ຖືກ​ຍິງ​ແລະ ​ໄດ້​ຮັບ​ບາດ​ເຈັບ. ​ເຂົາ​ເຈົ້າກ່າ​ວວ່າ ມື​ປືນ 2 ຄົນ​ນັ້ນ​ແມ່ນ​ເປັນ​ພີ່ນ້ອງ​ກັນ ຈາກ​ເມືອງ Hebron ໃນ​ເຂດ West Bank.

ຕຳຫຼວດ Israeli ເຝົ້າຍາມຮ້ານອາຫານ ຫຼັງຈາກເຫດໂຈມຕີໃນພາກກາງຂອງນະຄອນ Tel Aviv, 8 ມິຖຸນາ, 2016.
ຕຳຫຼວດ Israeli ເຝົ້າຍາມຮ້ານອາຫານ ຫຼັງຈາກເຫດໂຈມຕີໃນພາກກາງຂອງນະຄອນ Tel Aviv, 8 ມິຖຸນາ, 2016.

ນາຍົກລັດຖະມົນຕີ Israel ທ່ານ Benjamin Netanyahu ​ໄດ້​ກ່າວ​ວ່າ ຫຼັງ​ຈາກ​ທີ່​ໄດ້​ພົບ​ປະ​ກັບ​ຫົວໜ້າ​ຮັກສາຄວາມ​ປອດ​ໄພ​ແລ້ວ ກໍສະຫຼຸບ​ວ່າ ການ​ໂຈມ​ຕີ​ທີ່​ວ່າ​ນີ້​ແມ່ນ “ການ​ກໍ່​ການ​ຮ້າຍ.”

“ພວກ​ເຮົາ​ຈະເອົາທຸກ​ກ້າວ​ທີ່​ຈຳເປັນຕໍ່​ຜູ້​ໂຈມ​ຕີ ຫຼື​ພວກ​ໂຈມ​ຕີອື່ນໆ ​ແລະ​ເພື່ອ​ປົກ​ປ້ອງ​ພວກ​ທີ່​ມີ​ຄວາມ​ຈຳ​ເປັນ​ໃນ​ການ​ທີ່ຕ້ອງໄດ້​ຮັບ​ການ​ປົກ​ປ້ອງ​ຄຸ້ມ​ຄອງ” ນັ້ນຄື​ຄຳ​ເວົ້າຂອງ ທ່ານ Netanyahu. ​

ການຈຸດທູບທຽນໄວ້ອາໄລ ຕໍ່ພວກທີ່ໄດ້ຮັບເຄາະຈາກການໂຈມຕີຂອງປາແລສໄຕນ໌ ໃນນະຄອນ Tel Aviv, 9 ມິຸຖນາ, 2016.
ການຈຸດທູບທຽນໄວ້ອາໄລ ຕໍ່ພວກທີ່ໄດ້ຮັບເຄາະຈາກການໂຈມຕີຂອງປາແລສໄຕນ໌ ໃນນະຄອນ Tel Aviv, 9 ມິຸຖນາ, 2016.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້ປະນາມ ​“ໃນ​ຄຳ​ເວົ້າ​ທີ່ແຮງທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້” ​ໃນ​ອັນ​ທີ່​ກະຊວງ​ຕ່າງປະ​ເທດເອີ້ນ​ວ່າ ນີ້ແມ່ນ​ການ​ໂຈມ​ຕີທີ່​ຮ້າຍ​ກາດ ​ແລະຂີ້ຂາດ​ຕາຂາວ ຕໍ່​ພົນລະ​ເຮືອນ​ຜູ້​ບໍລິສຸດ​ທັງຫຼາຍ​ນັ້ນ.

​ເລຂາທິການ​ໃມຫຍ່ ອົງການ​ສະຫະ​ປະຊາ​ດທ່ານ Ban Ki-moon ​ໄດ້​ກ່າວ​ປະນາມການ​ໂຈມ​ຕີດັ່ງກ່າວ ​ໂດຍ​ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງວ່າ “ທ່ານ​ໄດ້​ຕົກ​ໃຈ ທີ່​ວ່າ​ບັນດາ​ຜູ້ນຳ​ຂອງ​ກຸ່ມ Hamas ​ໄດ້​ເລືອກ​ທີ່​ຈະ​ຍິນ​ດີ​ແລະ​ຊົມ​ຊອບ​ຕໍ່ການໂຈມ​ຕີດັ່ງກ່າວ​ນີ້ ​ແລະ​ບາງ​ກຸ່ມ​ພາກັນ​ສະຫຼອງ​ນຳ​ດ້ວຍ.”

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG