ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມືປືນ ສັງຫານ ພະນັກງານ ສັກຢາ ປ້ອງກັນ ໂປລິໂອ ໃນ ປາກິສຖານ


ແຜນທີ່ ປາກິສຖານ
ແຜນທີ່ ປາກິສຖານ
ບັນດາ​ເຈົ້າ​ໜ້າ​ທີ່ ​ໃນພາກຕາ​ເວັນ​ຕົກ​ສຽງເໜືອ​ຂອງປາ​ກິ​ສຖານ
ກ່າວ​ວ່າ ພວກ​ມື​ປືນໄດ້​ທໍາ​ການ​ໂຈມ​ຕີສູນ​ກາງ​ສັກ​ຢາ​ປ້ອງ​ກັນ​ພະ
ຍາດ polio ​ໂດຍ​ໄດ້ສັງຫານ ​ພະນັກງານສັກ​ຢາ​ນຶ່ງ​ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ນອກ​ນັ້ນຍັງ​ມີ​ອີກຢ່າງ​ໜ້ອຍ​ນຶ່ງຄົນ​ໄດ້​
ຮັບ​ບາ​ດເຈັບ​ໃນ​ການ​ໂຈມ​ຕີ ​ໃນວັນ​ເສົາ​ມື້​ນີ້ ຢູ່​ໃນ​ເຂດຊານ​ເມືອງ
Peshawar ​ເມືອງ​ຫລວງ​ຂອງ​ແຂວງ Khyber Pakhtunkhwa.

ຍັງບໍ່​ມີ​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ໃນ​ການ​ໂຈມ​ຕີຄັ້ງນີ້​ເທື່ອ.

ພວກ​ຫົ​ວຮຸນ​ແຮງ ມັກ​ໂຈມ​ຕີ​ ບັນດາພະນັກງານສັກ​ຢາ​ປ້ອງ​ກັນ​ພະຍາດ Polio ຢູ່ເລື້ອຍໆ
​ໂດຍ​ກ່າວ​ຫາ​ວ່າ ​ເຂົາ​ເຈົ້າ​ເປັນ​ນັກ​ສືບ​ໃຫ້​ແກ່ ປະ​ເທດຕາ​ເວັນ​ຕົກ ຫລື​ເປັນ​ພາກ​ສ່ວນນຶ່ງ
​ໃນ​ການ​ເຮັດ​ໃຫ້​ຊາວ​ມຸສລິ​ມ​ເປັນ​ໝັນ ມີ​ລູກ​ບໍ່​ໄດ້.

Polio ​ເປັນພະຍາດ​ຕິດ​ແປດ​ຮ້າຍ​ແຮງ​ທີ່​ສຸດ ທີ່​ພາ​ໃຫ້​ເປັນ​ເປ້ຍ​ຫລ່ອຍ​ແບບ​ປົວ ບໍ່​ໄດ້.

ອົງການ​ລົບລ້າງ​ພະຍາດ polio ​ໃນທົ່ວ​ໂລກ ກ່າວ​ວ່າ polio ຍັງ​ເປັນ​ພະຍາດ​ທີ່​ແຜ່​ລະບາດ
​ຢູ່ໃນສາມ​ປະ​ເທດ ຄື ອັຟກາ​ນິສຖານ ​ໄນ​ຈີ​ເຣຍ​ແລະ​ປາ​ກິ​ສຖານ. ອົງການ​ດັ່ງກ່າວ ຍັງ​ເວົ້າ
ວ່າ ​ຈົນ​ກວ່າ​ການ​ແຜ່​ລະບາດ​ຂອງ polio ​ໄດ້​ຖືກສະ ກັດ​ກັ້ນ ຢູ່​ໃນ​ບັນດາ​ປະ​ເທດ​ເຫລົ່າ​ນີ້​
ແລ້ວ ປະ​ເທດ​ທັງໝົດຍັງ​ຄົງ​ມີ​ຄວາມສ່ຽງຕໍ່​ການ​ຕິດ​ເຊື້ອພະຍາດ polio ​ໄດ້.
XS
SM
MD
LG