ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພວກ​ຄົນ​ຮ້າຍ ມີອາວຸດ RPG ໂຈມຕີ ດ່ານກວດທະຫານ ຫຼາຍແຫ່ງຢູ່ ອີຈິບ


ແຜນທີ່ ເຂດແຫຼມ Sinai ປະເທດ Egypt
ແຜນທີ່ ເຂດແຫຼມ Sinai ປະເທດ Egypt

ພວກ​ຄົນ​ຮ້າຍ ທີ່ມີປືນ​ຍິງ​ລະເບີດມື RPG ເປັນອາວຸດ ​ໄດ້​
ໂຈມ​ຕີ ດ່ານກວດ​ຂອງ​ທະຫານ​ຫຼາຍ​ແຫ່ງ ຢູ່​ໃນ​ເຂດ​ພາກ​
ເໜືອແຫຼມ Sinai ຂອງອີຈິບ ​ໃນ​ວັນ​ພະຫັດວານ​ນີ້ ເຮັດໃຫ້
ທະຫານຢ່າງ​ນ້ອຍ 15 ຄົນ​ ແລະ ພົນລະ​ເຮືອນ 2 ຄົນ ເສຍ
​ຊີວິດ ພ້ອມ​ກັບ​ອີກ ຫຼາຍສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ຍັງ​ບໍ່​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ຕໍ່​ການໂຈມ​ຕີດັ່ງ
ກ່າວ ​ໃນ​ທັນທີ​ເທື່ອ ​ແຕ່່​ພວກ​ຫົວ​ຮຸນ​ແຮງ​ທີ່​ສະໜັບສະໜຸນ
ກຸ່ມ​ລັດ​ອິສລາມເຄີຍ​ໄດ້​ປະຕິບັດ​ການ ​ແບບ​ດຽວ​ກັນ​ນີ້ ຢູ່
ໃນ​ແຫຼມ Sinai ມາ​ແລ້ວ.

ສະຫະລັດ ​ໄດ້​ປະນາມ​ຢ່າງແຮງຕໍ່ການ​ໂຈມ​ຕີ​ດັ່ງກ່າວ. ກະຊວງ​ການ​ຕ່າງປະ​ເທດກໍໄດ້
ກ່າວຢ້ຳ​ວ່າ ສະຫະລັດ​ຍັງຄົງ​ຢຶດໝັ້ນ​ໃນ​ການ​ສະໜັບ ສະໜຸນ​ຂອງ​ຕົນ ​ຕໍ່​ຄວາມ​ພະຍາ
ຍາມຂອງ​ອີ​ຈິບ ​ເພື່ອ​ປາບປາມພວກ​ກໍ່​ການ​ຮ້າຍ ​ແລະ​ກ່າວ​ອີກ​ວ່າ ຕົນ​ຈະ​ສືບ​ຕໍ່​ດຳເນີນ
ງານ​ຢ່າງ​ໃກ້ຊິດ​ກັບ​ອີ​ຈິບ ​ເພື່ອ​ຮັບ​ມື​ກັບ “ໄພ​ຂົ່ມຂູ່ຕ່າງໆ ​ຕໍ່​ຄວາມ​ໝັ້ນຄົງ​ ຢູ່ໃນ​ຂົງ​
ເຂດທີ່​ມີ​ຄວາມ​ຮັບຜິດ​ຊອບ​ຮ່ວມ​ກັນ.”

ການ​ໂຈມ​ຕີໃນ​ຄັ້ງນີ້ ແມ່ນ​ເປັນ​ເທື່ອຫຼ້າສຸດ ​ໃນການໂຈມຕີ ແລະການ ດັກສະກັດ ທີ່ມີ
ມາເປັນລຳດັບ ​ໃນໄລຍະສອງສາມເດືອນຜ່ານ​ມາ​ນີ້ ​ທັງໆທີ່ໄດ້ມີການກວດລ້າງປາບ
ປາມ​ຂະໜາດ​ໃຫຍ່​ ຂອງ​ກອງ​ທະຫານ ​ຕໍ່ການ​ກໍ່​ກະບົດ​ທີ່ເພີ້ມທະວີຂຶ້ນ ຢູ່ໃນ​ພາກ​ເໜືອ​
ຂອງ​ແຫຼມ Sinai ທີ່​ມີ​ຊາຍ​ແດນ​ຕິດ​ກັບປະ​ເທດ​ອິສຣາ​ແອ​ລ ​ແລະ ​ເຂດ Gaza ນັ້ນ.

XS
SM
MD
LG