ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຜູ້ນຳຝ່າຍຄ້ານຂອງ ບູຣຸນດີ ຖືກມືປືນ ສັງຫານເສຍຊີວິດ


ພີ່ນ້ອງ ແລະ ໝູ່ເພື່ອນພາກັນເຕົ້າໂຮມອ້ອມຮ່າງສົບຂອງທ່ານ Zedi Feruzi ຜູ້ນຳພັກຝ່າຍຄ້ານທີ່ຖືກຍິງເສຍຊີວິດ ໃນ​​ເມືອງ Ngagara, ນະຄອນຫຼວງ Bujumbura ທີ 23 ພຶດສະພາ 2015
ພີ່ນ້ອງ ແລະ ໝູ່ເພື່ອນພາກັນເຕົ້າໂຮມອ້ອມຮ່າງສົບຂອງທ່ານ Zedi Feruzi ຜູ້ນຳພັກຝ່າຍຄ້ານທີ່ຖືກຍິງເສຍຊີວິດ ໃນ​​ເມືອງ Ngagara, ນະຄອນຫຼວງ Bujumbura ທີ 23 ພຶດສະພາ 2015

ຜູ້​ນຳພັກຝ່າຍ​ຄ້ານ​ໃນ Burundi ​ໄດ້​ຖືກ​ຍິງຕາຍ ​ໂດຍ​ມື​ປືນທີ່​ບໍ່​ຮູ້​ວ່າ​ແມ່ນ​ຝ່າຍ​ໃດ ​ໃນນະຄອນຫຼວງ Bujumbura, ອີງຕາມ​ຜູ້​ເຫັນເຫດ ການ ​ແລະ ປະຊາຊົນ​ໃນ​ທ້ອງ​ຖິ່ນ.

ພວກ​ເ​ຂົາ​ເວົ້າ​ວ່າ ທ່ານ Zedi Feruzi, ຫົວ​ໜ້າ​ພັກປະຊາ​ຊົນ​ສາມັກ​ຄີ ຫຼື UPD, ພ້ອມ​ດ້ວຍຜູ້​ຄຸ້ມ​ກັນ​ຂອງ​ທ່ານຢ່າງ​ໜ້ອຍໜຶ່ງ​ຄົນ ​ໄດ້​ເສຍ​ຊີວິດ ​ເວລາ​ຖືກ​ຍິງ​ໂດຍ​ພວກ​ຄົນ​ຮ້າຍ​ທີ່​ຂີ່ລົດ​ຜ່ານ​ໄປ ໃນ​ມື້​ວັນ​ເສົາ​ທີ່​ຜ່ານ​ມາ ​ໃນ​ເມືອງ Ngagara ຂອງ​ນະຄອນຫຼວງ.

​ລາຍ​ລະອຽດ​ອື່ນໆ​ແມ່ນ​ຍັງ​ບໍ່​ທັນ​ມີ​ໃຫ້ຮູ້​ ໃນ​ທັນທີນີ້​ເທື່ອ. ການ​ໂຈມ​ຕີ​ດັ່ງກ່າວ​ແມ່ນ​ເຫດ​ການ​ຄວາມ​ຮຸນ​ແຮງ​ຫຼ້າ​ສຸດ ທີ່​ເກີດ​ຂຶ້ນ​ຢ່າງຕໍ່​ເໜື່ອງ ​ ຢູ່​ໃນ​ປະ​ເທດ​ ຫຼັງຈາ​ກກາ​ນປະກາດສະໝັກ​ເລືອກ​ຕັ້ງ ​ເພື່ອ​ດຳລົງ​ຕຳ​ແໜ່​ງ ອີກ​ສະ​ໄໝ​ໜຶ່ງ​ຂອງ​ປະ​ທານ​າທິບໍດີ Pierre Nkurunziza.

​ໃນ​ມື້​ວັນ​ສຸກ, ຄົນຮ້າຍ​ໄດ້ໂຍນ​ລະ​ເບີດເຂົ້າໃສ່​ໃນ​ຕະຫຼາດແອ​ອັດແຫ່ງ​ໜຶ່ງໃນ​ເມືອ​ງຫຼວງ Bujumbara ເຮັດ​ໃຫ້​ມີ​ຄົນ​ເສຍ​ຊີວິດ​ຢ່າງ​ໜ້ອ​ຍ ສອງ​ຄົນ.

​ໃນເວລາ​ດຽວ​ກັນ, ການ​ປະ​ທ້ວງຕໍ່ຕ້ານ​ລັດຖະບານ​ກໍ່ໄດ້​ສືບ​ຕໍ່ມາ​ໃນ​ນະຄອນຫຼວງ. ຕຳຫຼວດ ​ແລະ ຜູູ້ປະ​ທ້ວງ​ໄດ້​ປະທ​ະກັນຢ່າງ​ຕໍ່​ເໜື່ອ ​ໃນ​ໄລຍະໜຶ່ງ ເດືອນ​ຂອງການ​ຊຸມນຸມປະທ້ວງ​ຕໍ່ຕ້ານ​ທ່ານ Nkurunziza ​ແລະ ແຜນ​ການ​ດຳລົງ​ຕຳ​ແໜ່​ງສະ​ໄໝທີ​ສາມ​ຂອງ ​ທ່​ານ. ການ​ຕັດສິນໃຈ ຂອງ​ ທ່ານ​ປະ​ທານ​າທິບໍດີ ​ໄດ້​ກະ​ຕຸ້ນ​ໃຫ້​ເກີດການກໍ່​ລັດຖ​ະປະຫານ​ທີ່ ​ລົ້​ມ​ເຫຼວ ​ແລະ ​ເຮັດ​ໃຫ້​ປະຊາຊົນ​ຫຼາຍກວ່າ 100,000 ຄົນ ​ຫຼົບໜີ​ອອກ​ປະ​ເທດ.

​ໃນອີກ​ເຫດການ​ໜຶ່ງ ​ໃນ​ມື້​ວັນ​ສຸກ​ຜ່ານ​ມາ​ນີ້ ອົງການຜູ້​ອົບ​ພະຍົບຂອງ​ ສະຫະ​ປະຊາ​ຊາດ ​ເວົ້າ​ວ່າ ການ​ລະບາດ​ຂອງ​ໂຣກ​ອະຫິວ​າ​ ໄດ້​ເຮັດ​ໃຫ້​ອົບ​ພະຍົບບູຣຸນດີ ທີ່​ໜີ​ເຂົ້າ​ໄປລີ້​ໄພ​ການ​ເມືອງ​ໃນ​ປະ​ເທດ Tanzania ​ເສຍຊີວິດ 29 ຄົນ. ພວກ​ເຂົາ​ເວົ້າ​ວ່າ​ ຄົນ Tanzania 2 ຄົນ​ກໍ່​ໄດ້​ເສຍ​ຊີວິດເຊັ່ນ​ກັນ ຈາກໂຣກ​ລະບາ​ດດັ່ງກ່າ​ວ​ ທີ່​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່ 3000 ຄົນ​ໃນ​ເຂດ Kagunga ​ໃກ້​ກັບທະ​ເລ​ສາບ Tankanyika.

​ເຈົ້າ​ໜ້າ​ທີ່​ໄດ້​ນຳ​ເອົານ້ຳ​ສະອາດ, ຢາ ​ແລະ ສະບຽງ​ອື່ນ​ໆ ໄປ​ຊ່ວຍ​ເຫຼືອ ເພື່ອ​ຢຸດ​ໂຣກ ລະບາດດັ່ງກ່າ​ວ.

Burundi opposition leader killed by gunmen
please wait

No media source currently available

0:00 0:00:21 0:00

XS
SM
MD
LG