ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທະຫານ 5 ຄົນ​ ​ແລະ​ປະຊາຊົນ 2 ຄົນ ເສຍຊີວິດ ​ໃນ​ແຫຼມ Sinai (ວີດີໂອ/ສະໄລດ໌)


Government Targets Hit in Egypt
please wait

No media source currently available

0:00 0:01:50 0:00
ລິງໂດຍກົງ

ເບິ່ງວີດິໂອ ກ່ຽວກັບສະຖານນະການ ຢູ່ອີຈິບ.

ທີ່​ອີ​ຈິບ ບັນດາ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ ກ່າວ​ວ່າ ມື​ປືນ​
ຈຳນວນ​ນຶ່ງໄດ້​ສັງຫານ​ທະຫານ 5 ຄົນ​ໃນ​ເຂດ​ວຸ້ນວາຍ​ແຫ່ງ​ນຶ່ງ
​ເລາະ​ແຄມ​ຄອງ Suez ​ໃນ​ຂະນະ​ທີ່​ລະ​ເບີດ​ລູກ​ນຶ່ງທີ່ແຕກ​ຂຶ້ນ
​ໄດ້​ສັງຫານ​ປະຊາຊົນ 2 ຄົນ ​ໃນ​ແຫຼມ Sinai.

ພວກ​ມື​ປືນ​ໄດ້​ເປີດ​ສາກ​ໂຈມ​ຕີ​ໃນ​ວັນ​ຈັນ​ມື້​ນີ້ ​ໃສ່​ໜ່ວຍ​ລາດ​ຕາ​
ເວນ​ໜ່ວຍ​ນຶ່ງ​ຂອງ​ກອງທັບ ທີ່​ດ່ານ​ກວດກາ​ແຫ່ງ​ນຶ່ງ​ ໃກ້ໆ​ກັບ​
ເມືອງ Ismailia. ສ່ວນ​ເຫດລະ​ເບີດນັ້ນ​ແມ່ນ​ໄດ້​ແຕກ​ໃສ່ຕຶກ
ສຳນັກງານ​ໃຫຍ່​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ນຶ່ງ​ ໃນ​ເມືອງ al-
Tour ​ເຮັດ​ໃຫ້​ຜູ້​ຄົນ​ ປະມານ 50 ຄົນ ​ໄດ້​ຮັບ​ບາດ​ເຈັບ.

Egypt
please wait
Embed

No media source currently available

0:00 0:00:54 0:00

​ຂົງ​ເຂດ​ດັ່ງກ່າວໄດ້​ເຫັນການ​ເຄື່ອນ​ໄຫວຂອງ​ພວກ​ຫົວຮຸນ​ແຮງເພີ່ມ​ຂຶ້ນ​ ນັບ​ແຕ່ກອງທັບ​
ອີຈິບຂັບ​ໄລ່ອະດີດ​ປະທານາທິບໍດີ Mohamed Morsi ອອກ​ຈາກ​ຕໍາ​ແໜ່​ງໃນ​ເດືອນກໍ
ລະກົດແລ້ວ​ນີ້ ​ເປັນ​ຕົ້ນ​ມາ.

ຄວາມ​ຮຸນ​ແຮງ​ໃນເຂດ​ອື່ນໆ​ອີກ​ຂອງ​ອີ​ຈິບ ​ໂດຍ​ສະ​ເພາະ​ໃນ​ນະຄອນຫຼວງໄຄ​ໂຣ ​ກໍໄດ້​ມີ​
ມາ ຢ່າງ​ຕໍ່​ເນື່ອງ​ເຊັ່ນ​ກັນ ຂະນະທີ່​ພວກ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ ທໍາ​ການ​ກວດ​ລ້າງ​ຕໍ່
ພວກ ​ປະ​ທ້ວງ​ທີ່​ສະໜັບສະ​ໜຸນ​ທ່ານ Morsi.

ການ​ສູ້​ລົບ​ກັນ​ລະຫວ່າງ​ຕຳຫຼວດ​ແລະ​ພວກ​ສະໜັບສະໜຸນ​ທ່ານ Morsi ​ໃນ​ວັນ​ອາທິດ​
ວານ​ນີ້ໄດ້​ເຮັດ​ປະຊາຊົນ​ເສຍ​ຊີວິດ​ໄປ​ຫຼາຍ​ກວ່າ 50 ຄົນ ​ແລະ​ບາດ​ເຈັບ​ຕື່ມ​ອີກ​ຫຼາຍ​
ກວ່າ 200 ຄົນ.




XS
SM
MD
LG