ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກປະທ້ວງ ຕໍ່ຕ້ານລັດຖະບານໄທ ເສຍຊີວິດ 4 ຄົນ (ວີດີໂອ)


ຕໍາຫລວດໄທ ກວດກາເບິ່ງ ບ່ອນຖືກໂຈມຕີດ້ວຍລະເບີດ ໃນລະຫວ່າງການໂຮມຊຸມນຸມປະທ້ວງ ຕໍ່ຕ້ານລັດຖະບານ ຢູ່ຈັງວັດຕຣາດ, ວັນທີ 23 ກຸມພາ 2014.
ຕໍາຫລວດໄທ ກວດກາເບິ່ງ ບ່ອນຖືກໂຈມຕີດ້ວຍລະເບີດ ໃນລະຫວ່າງການໂຮມຊຸມນຸມປະທ້ວງ ຕໍ່ຕ້ານລັດຖະບານ ຢູ່ຈັງວັດຕຣາດ, ວັນທີ 23 ກຸມພາ 2014.
ຢ່າງ​ນ້ອຍ​ 4 ​ຄົນ​ຖືກ​ຂ້າ​ຕາຍ ​ແລະ​ອີກ​ຫຼາຍສິບຄົນ ​ໄດ້​ຮັບ​ບາດ​ເຈັບ ​ໃນລະຫວ່າງການ​ໂຈມ​ຕີ​ ບ່ອນ​ໂຮມ​ຊຸມນຸມ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ ໃນທົ່ວປະເທດໄທ ໃນທ້າຍອາທິດນີ້.

ເຈົ້າໜ້າທີ່ສຸກເສີນ ເວົ້າວ່າ ການໂຈມຕີດ້ວຍລະເບີດ ຢູ່ບ່ອນ
ໂຮມຊຸມນຸມແຫ່ງນຶ່ງ ໃນໃຈ ກາງບາງກອກ ໃນວັນອາທິດມື້ນີ້
ເຮັດໃຫ້ສອງຄົນເສຍຊີວິດ ໂຮມທັງເດັກຊາຍ ໄວ 12 ປີ ຄົນນຶ່ງ
ແລະອີກ 22 ຄົນໄດ້ຮັບບາດເຈັບ.

ໃນວັນເສົາວານນີ້ ເຈົ້າໜ້າທີ່ກ່າວວ່າ ມີ​ຢ່າງ​ນ້ອຍ​ສອງ​ຄົນ​ຖືກ​
ຂ້າຕາຍ ​ແລະ​ອີກ​ປະມານ 41 ຄົນ ​ໄດ້​ຮັບ​ບາດ​ເຈັບ ​ເວລາ​ພວກ
​ມື​ປືນທີ່​ບໍ່​ຮູ້​ວ່າແມ່ນ​ໃຜ ໂຈມ​ຕີ​ບ່ອນ​ໂຮມ​ຊຸມນຸມ​ປະ​ທ້ວງ​ຕໍ່ຕ້ານ
​ລັດຖະບານ​ແຫ່ງ​ນຶ່ງ ຢູ່ຈັງວັດຕຣາດ ຫ່າງ​ຈາກ​ບາງກອກ​ໄປ
​ທາງ​ທິດຕາ​ເວັນ​ອອກ ປະມານ 300 ຫຼັກ.

Thai Protest
please wait
Embed

No media source currently available

0:00 0:00:35 0:00

ພວກ​ສະໜັບສະໜຸນ​ ຝ່າຍ​ຄ້ານ ຫຼືຄະນະ​ກໍາມະການ​ປະຕິ​ຮູບ​ປະຊາ​ທິປະ​ໄຕ​ຂອງປະຊາ
ຊົນ ປະມານ 500 ຄົນ ກໍາລັງ​ໂຮມ​ຊຸມນຸມ​ກັນ ​ເວລາ​ຄົນ​ຮ້າຍ​ຂັບ​ລົດ​ກະບະ​ສອງ​ຄັນ​ຜ່ານ​ໄປ ​ແລ້ວ​ແກ່ວ​ງລະ​ເບີດ ຢ່າງ​ນ້ອຍ​ສອງ​ລູກ ​ເຂົ້າ​ໃສ່ ພ້ອມ​ກັບ​ຍິງ​ປືນ​ເຂົ້າ​ໃສ່​ຝຸງ​ຊົນ​ຢ່າງ​ບໍ່​ເລືອກ​ໜ້າ.

ການ​ໂຈມ​ຕີ​ເມື່ອ​ຄືນ​ວັນ​ເສົາ​ນັ້ນ ​ແມ່ນ​ເປັນ​ເທື່ອ​ຫຼ້າສຸດ ​ໃນ​ການ​ປະ​ທະ​ກັນ​ມາຢ່າງ​ຕໍ່​ເນື່ອງ​ແລະ​ຮຸນ​ແຮງ ທີ່​ໄດ້ເອົາ​ຊີວິດ​ໄປ​ແລ້ວ 17 ຄົນ ນັບ​ແຕ່​ເດືອນ​ພະຈິກ​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ.
XS
SM
MD
LG