ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

45 ຄົນເສຍຊີວິດ ເວລາພວກມືປືນ ໂຈມຕີລົດບັສ ທີ່ ກາຣາຈີ


ທະຫານປາກິສຖານຢືນຍາມຢູ່ຂ້າງນອກໂຮງໝໍໃນທ້ອງຖິ່ນແຫ່ນຶ່ງ ທີ່ນະຄອນກາຣາຈີ ປາກິສຖານ ວັນທີ 13 ພຶດສະພາ 2015.
ທະຫານປາກິສຖານຢືນຍາມຢູ່ຂ້າງນອກໂຮງໝໍໃນທ້ອງຖິ່ນແຫ່ນຶ່ງ ທີ່ນະຄອນກາຣາຈີ ປາກິສຖານ ວັນທີ 13 ພຶດສະພາ 2015.

ບັນດາ​ເຈົ້າ​ໜ້າ​ທີ່​ປາ​ກິ​ສຖານ ກ່າວ​ວ່າ ພວກ​ມື​ປືນ​ຈຸ​ນຶ່ງ ​ໄດ້​
ໂຈມ​ຕີ​ລົດ​ບັສຄັນ​ນຶ່ງທີ່ນະຄອນກາຣາຈີໃນ​ວັນ​ພຸດມື້​ນີ້ໂດຍ​ໄດ້
​ສັງຫານ​ປະຊາຊົນ​ຢ່າງ​ໜ້ອຍ 45 ຄົນ. ພວກ​ທີ່​ເສຍ​ຊີວິດ​ໄປ​ນີ້
​ແມ່ນ​ພວກ​ຊາວ​ມຸສລິ​ມ ນິກາຍ Shi’ite ສາຂາ Ismaili ຊຶ່ງ
ເປັນສາສະໜາກຸ່ມ​ນ້ອຍ.

ນາຍ​ພົນ Ghulam Haider Jamail ຫົວໜ້າ​ຕຳຫຼວດປະຈຳ​
ແຂວງ ກ່າວ​ວ່າ ພວກ​ມື​ປືນ​ຜູ້​ຊາຍ 6 ຄົນ​ຂີ່​ລົດຈັກ​ມາ ​ໄດ້​ດັກ
​ສະກັດ​ໂຈມ​ຕີ​ແລະ​ຂຶ້ນ​ໄປ​ໃນ​ລົດ​ບັສ ​ແລ້ວກໍ​ຍິງປືນ​ສາດ​ໃສ່​
ພວກ​ຄົນ​ໂດຍສານ​ໃນ​ລົດ.

ພວກ​ທີ່​ເຫັນ​ເຫດການ​ ກ່າວ​ຕໍ່​ຕຳຫຼວດ​ວ່າ ພວກ​ຄົນ​ໂດຍສານໄດ້​ພາກັນ​ຄຶດ​ວ່າ​ພວກ​ມື​ປືນ​ຈະ​ທຳ​ການ​ປຸ້ນ​ສະດົມ​ເຂົາ​ເຈົ້າ ດັ່ງ​ນັ້ນ​ພວກເຂົາ​ເຈົ້າ​ຈຶ່ງ​ພາກັນ​ມອບ​ສິ່ງ​ຂອງ​ຕິດ​ໂຕ​ທັງ​ໝົດ​ຂອງ​ພວກ​ເຂົາ​ເຈົ້າ ພ້ອມ​ທັງ​ໂທ ລະສັບ​ມື​ຖື ​ແລະ​ເງິນ​ຄຳ​ໃຫ້​ພວກ​ມື​ປືນ​ໃນ​ທັນທີ ​ໂດຍ​ຮ້ອງ​ຂໍບໍ່​ໃຫ້​ເຂັ່ນ ຂ້າ​ພວກ​ເຂົາ​ເຈົ້າ. ​ແຕ່​ພວກ​ຄົນ​ຮ້າຍ​ໄດ້​ສັ່ງ​ໃຫ້​ພວກ​ເຂົາ​ເຈົ້າກົ້ມ​ຫົວ​ລົງ ​ແລະ​ເປີດ​ສາກ​ຍິງປືນ​ອັດຕະ​ໂນ​ມັດ​ໃສ່​ພວກ​ເຂົາ​ເຈົ້າ. ພວກ​ທີ່ເຫັນ​ເຫດການ​ເວົ້າ​ຕື່ມ​ວ່າ ພວກ​ມື​ປືນ​ຈົ່ງ​ຊີວິດ​ເດັກນ້ອນສອງ​ຄົນ​ແລະຄົນ​ຂັບລົດ​ບັສ​ໄວ້ ​ໂດຍ​ບອກ​ຄົນ​ຂັບ​ລົດ​ໃຫ້​ຂັບ​ລົດ​ບັສ​ໄປ​ຍັງ​ໂຮງໝໍ.

ຫົວໜ້າ​ທີ​ມສືບສວນ​ສອບ​ສວນ​ອາ​ຊະ​ຍາ​ກຳ ກ່າວ​ຕໍ່​ບັນດາ​ນັກ​ຂ່າວວ່າ ຫຼັກ​ຖານ​ທີ່​ເກັບ​ກຳມາ​ໄວ້​ຈາກ​ບ່ອນ​ເກີດ​ເຫດ ຊີ້​ໃຫ້​ເຫັນ​ວ່າ​ພວກ​ອາວຸດ ທີ່​ຮວມທັງ​ “ປືນອັດຕະໂນມັດ SMGs ​ແລະ​ປືນ​ສັ້ນ 9 ມມ.” ​ໄດ້ຖືກໃຊ້​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້.

ຢ່າງ​ໜ້ອຍ​ມີ​ແມ່ຍິງ 16 ຄົນ​ຮວມຢູ່​ໃນ​ຈຳນວນ​ພວກ​ທີ່​ເສຍ​ຊີວິດ​ໄປ​ນັ້ນ.

ປາກົດ​ວ່າ ພວກ​ໂຈມ​ຕີ ​ໄດ້​ພາ​ກັບ​ຫຼົບໜີ​ໄປ​ຈາກ​ສະຖານ​ທີ່ເກີດເຫດ. ບັນດາ​ເຈົ້າ​ໜ້າ​ທີ່​ໄດ້ປິດ​ລ້ອມບໍລິເວນທີ່​ເກີດ​ເຫດ​ນີ້​ໄວ້ ​ແລະ​ໄດ້​ບັນທຸກ​ພວກ​ທີ່​ໄດ້​ຮັບ​ບາດ​ເຈັບ​ໄປ​ຍັງ​ໂຮງໝໍ​ແຫ່ງ​ຕ່າງໆ.

​ໃນ​ຂະນະ​ດຽວ​ກັນຜູ້ບັນຊາການ​ກອງທັບ​ປາ​ກິ​ສຖານນາຍ​ພົນ Raheel Sharif ​ໄດ້​ລົບ
ລ້າງ​ແຜນການ​ເດີນທາງ​ໄປ​ຍັງ​ສີ​ລັງກາ ທີ່​ມີ​ການວາງ​ແຜນ​ໄວ້​ກ່ອນ​ໜ້າ​ນັ້ນ ຍ້ອນ​ການ​ໂຈມ​ຕີ​ລົດ​ບັສ ​ໃນ​ນະຄອນ​ກາຣາຈີ​ນີ້. ໂຄສົກ​ກອງທັບ ​ໄດ້​ລົງ​ຂ່າວ​ຂໍ້​ມູນ​ນີ້ ​ຜ່ານທາງ twitterຂອງ
​ທ່ານ.

Pakistan Violence
please wait
Embed

No media source currently available

0:00 0:01:05 0:00

XS
SM
MD
LG