ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ໂອບາມາ ປະຕິຍານ ຈະຕາມລ່າ ຫາຄາດຕະກອນ ທີ່ຢູ່ເບື້ອງຫຼັງ ການໂຈມຕີ ໂຮງແຮງ ຢູ່ປະເທດ ມາລີ


How Siege by Al-Qaida-Linked Groups in Mali Unfolded
please wait

No media source currently available

0:00 0:02:37 0:00

ເຊີນຊົມວີດິໂອ ເປີດເຜີຍວິທີການລ້ອມໂຈມຕີ ໂດຍກຸ່ມກໍ່ການຮ້າຍທີ່ເຊື່ອມຕໍ່ກັບ Al-Qaida ໃນປະເທດ ມາລີ

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ກ່າວປະນາມສິ່ງທີ່ທ່ານເອີ້ນ ວ່າການໂຈມຕີກໍ່ການຮ້າຍທີ່ “ສະເທືອນໃຈ” ທີ່ໂຮງແຮມແຫ່ງໜຶ່ງ ໃນປະເທດ ມາລີ ທີ່ໄດ້ເຮັດໃຫ້ຄົນ 21 ຄົນເສຍຊີວິດ, ໂດຍໃຫ້ຄຳ ສັນຍາວ່າຈະໄລ່ຕາມຫາຄາດຕະກອນ “ຢ່າງບໍ່ມີຄວາມປານີ.”

ໃນການກ່າວທີ່ກອງປະຊຸມສຸດຍອດຂອງຜູ້ນຳໃນພາກພື້ນ ອາຊຽນ ທີ່ປະເທດ ມາເລເຊຍ ນັ້ນທ່ານ ໂອບາມາ ໄດ້ເວົ້າກ່ຽວກັບການ ໂຈມຕີໃນວັນສຸກທີ່ຜ່ານມາໃນ ເມືອງ Bamako ວ່າແມ່ນພຽງແຕ່ ຈະເຮັດໃຫ້ການແກ້ບັນຫາເພື່ອປາບປາມລັດທິ ກໍ່ການຮ້າຍຂອງ ສະຫະລັດ ແຂງແກ່ນຂຶ້ນເທົ່ານັ້ນ.

ທ່ານ ໂອບາມາ ໄດ້ກ່າວໃນນະຄອນຫຼວງ ກົວລາລຳເປີ ໃນຂະນະທີ່ເຂົ້າຮ່ວມໃນກອງປະຊຸມ ປະຈຳປີຂອງປະເທດ ອາຊຽນວ່າ “ດັ່ງກັບການໂຈມຕີໂຫດຫ້ຽມທີ່ພວກເຮົາເຫັນໃນນະຄອນ ຫຼວງ ປາຣີ ແລະ ການໂຈມຕີຕ່າງໆທີ່ພວກເຮົາເຫັນເປັນປະຈຳໂພດໃນແຕ່ລະແຫ່ງ, ນີ້ ແມ່ນການເຕືອນຄວາມຈຳທີ່ເຫຼືອຮ້າຍ ເຊິ່ງສິ່ງຫາຍານະຂອງລັດທິກໍ່ການ ຮ້າຍໄດ້ເປັນໄພ ຂົ່ມຂູ່ໃຫ້ຫຼາຍປະເທດ ຂອງພວກເຮົາ.”

ທ່ານ ໂອບາມາ ໄດ້ກ່າວວ່າພັນທະມິດຂອງ ອາເມຣິກາ ແລະ ຄູ່ຮ່ວມຂອງຕົນແມ່ນໄດ້ຕັ້ງໃຈທີ່ ຈະປົກປ້ອງປະຊາຊົນຂອງພວກເຂົາເຈົ້າ, ດັນອອກຈາກ “ແນວຄິດແຫ່ງຄວາມຄຽດຊັງທີ່ເປັນ ເຊື້ອເພີງໃຫ້ກັບລັດທິກໍ່ການຮ້າຍນີ້,” ແລະ ຖອນຮາກເຄືອຂ່າຍລັດທິກໍ່ການຮ້າຍອອກໃຫ້ ໝົດ.

ປະຊາຊົນຮ້ອງສຽງເຊຍ ທະຫານ ມາລີ ຢູ່ຕໍ່ໜ້າໂຮງແຮມ Radisson ໃນເມືອງ ບາມາໂກ, ປະເທດ ມາລີ. 20 ພະຈິກ, 2015.
ປະຊາຊົນຮ້ອງສຽງເຊຍ ທະຫານ ມາລີ ຢູ່ຕໍ່ໜ້າໂຮງແຮມ Radisson ໃນເມືອງ ບາມາໂກ, ປະເທດ ມາລີ. 20 ພະຈິກ, 2015.

ກຸ່ມຫົວຮຸນແຮງອາຟຣິກາຕາເວັນຕົກສອງກຸ່ມ ຄືກຸ່ມ Al-Qaida ໃນອົງການກໍ່ການຮ້າຍ Islamic Maghreb ຫຼື AQIM ແລະ ເຄືອຂ່າຍຂອງພວກເຂົາຊື່ວ່າ El Mourabitoune ໄດ້ ອ້າງເອົາຄວາມຮັບຜິດຊອບຮ່ວມກັນສຳລັບການໂຈມຕີໃສ່ໂຮງແຮມ Radisson Blu. ເຈົ້າ ໜ້າທີ່ປ້ອງກັນປະເທດ ສະຫະລັດ ຄົນໜຶ່ງໄດ້ເອີ້ນພວກAQIM ວ່າເປັນ “ຜູ້ຕ້ອງສົງໄສໃນ ແຖວໜ້າ” ໃນການຈູ່ໂຈມໃນຄັ້ງນີ້.

ປະຊາຊົນ ມາລີ ສາມສີ່ຄົນ ແມ່ນຈຳນວນຂອງຄົນທີ່ຖືກຂ້າຕາຍນັ້ນ,ລວມມີຄົນ ຣັດເຊຍ 6 ຄົນ, ຈີນ 3​ ຄົນ, ແບລຈຽມ 2 ຄົນ, ເຊເນການ 1 ຄົນ ແລະ ຄົນ ອິສຣາແອລ ແລະ ອາເມຣິກາ ກໍຍັງແມ່ນຜູ້ຖືກເຄາະຮ້າຍເຊັ່ນກັນ. ຄົນ ອາເມຣິກາ ຄົນດັ່ງກ່າວຖືກລະບຸໄດ້ວ່າ ນາງ Anita Datar ເປັນພະນັກງານການຊ່ວຍເຫຼືອນານາຊາດ.

ມືປືນທັງສອງຄົນໄດ້ເສຍຊີວິດ ເມື່ອກຳລັງພິເສດ ມາລີ ໄດ້ດຳເນີນການຊອກຫາຊັ້ນຕໍ່ຊັ້ນເພື່ອ ສະສາງໂຮງແຮມດັ່ງກ່າວ, ອີງຕາມການກ່າວຂອງເຈົ້າໜ້າທີ່ ມາລີ.

ຜູ້ສື່ຂ່າວ ວີໂອເອ ຈາກເມືອງ Bamako ເວົ້າວ່າ ມັນຍັງບໍ່ທັນກະຈ່າງແຈ້ງເທື່ອວ່າມີມືປືນຄົນທີ 3 ຢູ່ໃນການໂຈມດ້ວຍຫຼືບໍ່. ລາວໄດ້ກ່າວວ່າ ນັກສືບສວນສອບສວນກ່ຽວກັບນິຕິວິທະຍາແມ່ນ ໄດ້ດຳເນີນວຽກງານຢູ່ໃນໂຮງແຮມດັ່ງກ່າວໃນຕອນແລງຂອງວັນສຸກຜ່ານມາ.

ລາຍງານກ່ອນໜ້ານີ້ໄດ້ກ່າວວ່າ ມືປືນໄດ້ຈັບຕົວປະກັນຫຼາຍເຖິງ 170 ຄົນ ແລະ ມືປືນໄດ້ລ້ຽງ ອາຫານພວກທີ່ສາມາດເລົ່າຄຳສອນໃນຄຳພີ Quran.

Mali Attack
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG