ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມ Al-Shabab ອ້າງວ່າ ຕົນຍັງ ຄວມຄຸມ ພວກຕົວປະກັນ (ວີດີໂອ/ສະໄລດ໌)


ພວກ​ນັກ​ລົບ ​Kenya ຕຽມພ້ອມຮັບມືໃນສູນກາງຄ້າ Westgate
ພວກ​ນັກ​ລົບ ​Kenya ຕຽມພ້ອມຮັບມືໃນສູນກາງຄ້າ Westgate
ກຸ່ມ​ຫົວ​ຮຸນ​ແຮງ al-Shabab ຂອງ​ໂຊ​ມາ​ເລຍ ກ່າວ​ວ່າ ພວກ​ນັກ
​ລົບ​ຂອງ​ຕົນ ຍັງ​ສືບ​ຕໍ່​ຈັບ​ຕົວ ປະກັນ ຢູ່​ຂ້າງ​ໃນ​ສູນ​ການ​ຄ້າ​ຂອງ​
ເຄັນ​ຢາ ​ບ່ອນ​ທີ່​ພວກ​ມື​ປືນ ​ເລີ້ມທຳ​ການ​ບຸກ​ໂຈມ​ຕີ ​ໃນ​ມື້ວັນ​ເສົາ
​ຜ່ານ​ມາ.

ກຸ່ມ al-Shabab ກ່າວ​ ໃນ​ການ​ສົ່ງ​ຂໍ້ຄວາມ​ຜ່ານ​ທາງ Twitter ​
ໃນ​ວັນ​ອັງຄານ​ມື້ນີ້ວ່າ ພວກ​ຫົວ​ຮຸນ​ແຮງ​ຍັງ​ບໍ່​ທັນ​ຖອຍ ຈາກ​ສູນ
​ການ​ຄ້າ Westgate ​ໃນ​ນະຄອນຫຼວງ Nairobi ​ແລະ​ວ່າ ມີ​ສົບ
​ຄົນ​ຕາຍ​ທີ່​ນັບ​ບໍ່​ຖ້ວນ ຢູ່​ໃນ​ສູນ​ການ​ຄ້າ​ດັ່ງກ່າວ.

ກົດເພື່ອຂະຫຍາຍ
ກົດເພື່ອຂະຫຍາຍ

ກອງທັບ​ເຄັນ​ຢາ​ກ່າວ​ວ່າ ຕົນ​ພວມ​ທຳ​ການປະຕິບັດ​ງານກວດ​ລ້າງ
ຢູ່​ທີ່​ສູນ​ການ​ຄ້າ​ ຂະນະ​ທີ່​ຕຳຫຼວດ​ເຄັນ​ຢາ​ຮຽກຮ້ອງ​ໃຫ້​ປະຊາຊົນ
ຢ່າ​ໄດ້​ເອົາ​ຫົວຊາ​ຕໍ່​ອັນ​ທີ່ ​ຕຳຫຼວດ​ເອີ້ນວ່າ ການ​ໂຄສະນາ ຊວນ​ເຊື່ອ
​ຂອງ​ກຸ່ມ al-Shabab.

ກ່ອນ​ໜ້ານີ້ ​ພວກ​ເຈົ້າໜ້າ​ທີ່​ເວົ້າວ່າ ຕົນ​ເຂົ້າຄວບ​ຄຸມ​ສູນ​ການ​ຄ້າ
​ດັ່ງກ່າວ​ໄດ້​ແລ້ວ ຊຶ່ງ​ໃນ​ເວລາ​ນີ້ ພວກ​ທະຫານ​ພວມ​ກວດຄົ້ນ
ຢູ່​ພາຍ​ໃນ​ຕຶກ​ອາຄານເພື່ອ​ຊອກ​ຫາ​ຜູ້​ໃດ​ກໍ​ຕາມ​ທີ່​ ຍັງ​ຢູ່​ຂ້າງ​ໃນ
​ແລະ ພວກ​ຕົວ​ປະກັນ​ທັງ​ໝົດ​ໄດ້​ຖືກ​ປ່ອຍ​ໃຫ້​ເປັນ​ອິດສະຫຼະ​ແລ້ວ.


​ໄດ້​ຍິນ​ສຽງ​ປືນ​ຮອບ​ໃໝ່​ດັງ​ຂຶ້ນ​ໃນ​ຕອນ​ເຊົ້າຂອງ​ວັນ​ອັງຄານ​ມື້ນີ້ ​ແລະ​ປະມານ​ໃນ​ເວລາ 3
ຊົ່ວ​ໂມງ​ຕໍ່​ມາ.

ກຸ່ມ al-Shabab ຍັງ​ກ່າວ​ຢໍ້າ ​ເຖິງ​ເຫດຜົນ​ທີ່​ກຸ່ມ​ດັ່ງກ່າວໄດ້ທຳ​ການ​ໂຈມ​ຕີ​ໃນ​ຄັ້ງນີ້ ​ໂດຍ​ກ່າວ
​ໃນ​ວັນ​ອັງຄານ​ມື້ນີ້ວ່າ ຄວາມ​ສະຫງົບ​ສຸກ​ຈະ​ມີ​ຂຶ້ນທີ່​ສູນ​ການ​ຄ້າ ​ເວລາ​ໃດ​ທີ່​ເຄັນຢາ​ຖອນ​
ກຳລັງ ທະຫານ​ຂອງ​ຕົນ​ອອກ​ຈາກ​ໂຊ​ມາ​ເລຍ. ແຕ່​ເຄັນ​ຢາ​ໄດ້​ປະຕິ​ເສດ​ຕໍ່​ຄຳ​ຮຽກຮ້ອງ
​ດັ່ງກ່າວ​ຂອງ​ກຸ່ມ al-Shabab.

KENYA MALL SHOOTING CNPK.mov
please wait

No media source currently available

0:00 0:02:30 0:00
XS
SM
MD
LG