ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີ​ຢ່າງ​ນ້ອຍ 10 ຄົນ ​ເສຍ​ຊີວິດ ໃນການໂຈມຕີ ມະຫາວິທະຍາໄລ ອາ​ເມຣິກັນ ທີ່ກາບູລ


Afghan Kabul Attack
please wait
Embed

No media source currently available

0:00 0:01:44 0:00

ຕຳຫຼວດ​ອັຟກາ​ນິສຖານ ກ່າວ​ວ່າ ມີ​ຢ່າງ​ນ້ອຍ 10 ຄົນ ​ໄດ້​ເສຍ​ຊີວິດ ​ແລະ​ອີກຫຼາຍ​ກວ່າ 37 ຄົນ ​ໄດ້​ຮັບ​ບາດ​ເຈັບ ຫຼັງ​ຈາກ​ທີ່ ​ໄດ້​ມີ​ການໂຈມ​ຕີ ​ເປັນ​ເວລາ 10 ຊົ່ວ​ໂມງ ​ຢູ່ມະຫາ​ວິທະຍາ​ໄລ ອາ​ເມຣິກັນ ຫຼື American University ຂອງ​ອັຟກາ​ນິສຖານ ​ໃນ​ນະຄອນ​ກາ​ບູລ ທີ່​ສິ້ນ​ສຸດ​ລົງ​ໃນ​ວັນ​ພະຫັດມື້ນີ້.

ພວກ​ທີ່​ເສຍ​ຊີວິດ​ແມ່ນ​ຮວມທັງ ນັກ​ສຶກສາ 7 ຄົນ ຕຳຫຼວດ 2 ຄົນ ​ແລະ ຄົນ​ຍາມຮັກສາ​ຄວາມ​ປອດ​ໄພຜູ້​ນຶ່ງ. ອາຈານ​ສອນ​ຊາວ​ຕ່າງ​ຊາດ​ແມ່ນ​ຮວມຢູ່​ໃນ​ພວກ​ທີ່​ໄດ້​ຮັບ​ບາດ​ເຈັບ ຊຶ່ງ​ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງໂຄສົກ ກະຊວງພາຍ​ໃນ ທ່ານ Sedig Sediggi ທີ່​ໄດ້ກ່າວໄວ້.

ທ່ານ Abdul Rahman Rahini ຜູ້​ບັນຊາ​ການ​ຕຳຫຼວດຂອງນະຄອນ​ກາ​ບູລ ​ໄດ້​ກ່າວ​ວ່າ ມີ​ພະນັກງານຫຼາຍ​ກວ່າ 700 ຄົນ ​ແລະ​ນັກ​ສຶກສາ ​ໄດ້​ຖືກ​ຊ່ອຍ​ໄວ້​ໄດ້ ຫຼັງ​ຈາກ​ທີ່​ໄດ້ຕົກ​ຄ້າງ​ຢູ່ຂ້າງ​ໃນ​ມະຫາວິທະຍາ​ໄລ.

ກອງກຳລັງຮັກສາຄວາມປອດໄພອັຟການິສຖານ ຮີບຟ້າວເຂົ້າໄປ ໃນສະຖານທີ່ເກີດເຫດ ທີ່ໂຈມຕີໂດຍ ກຸ່ມຕາລິບັນ ໃນມະຫາວິທະຍາໄລ ອາເມຣິກັນ ໃນນະຄອນ Kabul, 24 ສິງຫາ 2016.
ກອງກຳລັງຮັກສາຄວາມປອດໄພອັຟການິສຖານ ຮີບຟ້າວເຂົ້າໄປ ໃນສະຖານທີ່ເກີດເຫດ ທີ່ໂຈມຕີໂດຍ ກຸ່ມຕາລິບັນ ໃນມະຫາວິທະຍາໄລ ອາເມຣິກັນ ໃນນະຄອນ Kabul, 24 ສິງຫາ 2016.

ການໂຈມຕີ ໄດ້ເລີ້ມຂຶ້ນດ້ວຍການວາງລະເບີດ ​ໃນ​ເວລາປະມານ 6:30 ຕອນແລງ ໃນວັນພຸດວານນີ້ ຕາມເວລາທ້ອງຖິ່ນ ແລະຍິງຕໍ່ສູ້ກັນຢູ່ຕໍ່ມາ ອີກ 1 ຊົ່ວໂມງ ໃນຂະນະ ທີ່ກອງກຳລັງຮັກສາຄວາມປອດໄພ ຕອບໂຕ້ກັບຄືນ. ເຈົ້າໜ້າທີ່ອະທິບາຍ ເຖິງການໂຈມຕີ ຄັ້ງນີ້ວ່າ “ເປັນການໂຈມຕີທີ່ສະລັບສັບຊ້ອນ.”

ເຈົ້າໜ້າທີ່ ໄດ້ກ່າວວ່າ ມີຜູ້ໂຈມຕີ ຢ່າງນ້ອຍ 2 ຄົນ ຖືກສັງຫານ.

ນັກ​ສຶກສາ ຄົນນຶ່ງ ຕົກຄ້າງໃນມະຫາວິທະຍາໄລ ໄດ້ບອກກັບອົງການຂ່າວ Reuters ທາງໂທລະສັບວ່າ ລາວໄດ້ຕົກຄ້າງຢູ່ໃນຫ້ອງຮຽນ ກັບອີກຫຼາຍໆຄົນ. ລາວກ່າວວ່າ ພວກເຂົາເຈົ້າໄດ້ຍິນສຽງປືນຍິງກັນຢູ່ຂ້າງນອກ.

ມະຫາວິທະຍາໄລ ອາເມຣິກັນ
ມະຫາວິທະຍາໄລ ອາເມຣິກັນ

ທ້າວ Massoud Hossaini ນັກ​ສຶກສາ​ຜູ້​ທີ່​ຫລົບ​ໜີ​ອອກ​ມາ​ໄດ້​ນັ້ນ ​ໄດ້​ບອກ​ກັບ​ອົງການ​ຂ່າວ AP ວ່າ ລາວ​ກໍ​ເຊັ່ນ​ກັນ ທີ່​ໄດ້​ຕົກ​ຄ້າງຢູ່​ກັບ​ພວກ​ນັກ​ສຶກສາ​ອື່ນໆ​ໃນ​ຫ້ອງ​ຮຽນນຳກັນ ດ້ວຍ​ການ​ທີ່​ພວກ​ເຂົາ​ເຈົ້າ​ເອົາ​ໂຕະ ຕັ່ງ​ມາ​ຮວມກັນ​ປິດ​ຄ້ຳ​ປະຕູ​ໄວ້. ລາວ​ຍັງ​ໄດ້​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ສາມາດ​ທີ່​ຈະຫ​ລົບ​ໜີ​ອອກ​ມາ​ໄດ້​ຈາກ​ທາງ​ອອກ​ສຸກ​ເສີນ​ທາງ​ກ້ຳ​ເໜືອ​ຂອງ​ມະຫາວິທະຍາ​ໄລ.

ນັກ​ສຶກສາອີກຜູ້ນຶ່ງ ທ້າວ Roman Dehsabzwal ໄດ້ບອກກັບວິທະຍຸ ອັຟການິສຖານ ເສລີ ວ່າ ລາວຍັງຢູ່ໃນຫ້ອງຮຽນຢູ່ ຕອນທີ່ພວກເຂົາເຈົ້າ ໄດ້ຍິນສຽງປືນດັງ ແບ໊ງໆ ແລະປ່ອງຢ້ຽມ ແມ່ນແຕກກະຈາຍ. ລາວໄດ້ກ່າວວ່າ ລາວແລະເພື່ອນນັກສຶກສາອີກ 2 ຄົນ ໂດດລົງມາຈາກປ່ອງຢ້ຽມຊັ້ນທີ 2 ເພື່ອຫລົບໜີ.

ໂຄສົກຂອງທຳນຽບຫ້າແຈ ໄດ້ບອກກັບ VOA ວ່າ ມີທີ່ປຶກສາສະຫະລັດ ຈຳນວນນ້ອຍໆ​ກຸ່ມນຶ່ງ ໃຫ້ການຊ່ອຍເຫຼືອ​ແກ່​ຄູ່​ຮ່ວມ​ງານອັຟການິສຖານ ​ເພື່ອ​ຮັບ​ມື​ກັບ​ການ​ໂຈມ​ຕີຄັ້ງນີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ການໂຈມຕີ ທີ່ມະຫາວິທະຍາໄລ ອາເມຣິກັນ

Deadly Attack at American University in Afghanistan
please wait

No media source currently available

0:00 0:00:38 0:00

XS
SM
MD
LG