ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

21 ຄົນ ເສຍຊີວິດ ໃນການຕໍ່ສູ້ ກັບເຈົ້າໜ້າທີ່ຈີນ ຢູ່ຊິນຈຽງ


ບັນດາ​ເຈົ້າ​ໜ້າ​ທີ່​ຈີນ ກ່າວ​ວ່າ ຢ່າງ​ໜ້ອຍ 21 ຄົນ​ໄດ້​ເສຍຊີວິດ
ຍ້ອນ​ການ​ຕໍ່ສູ້​ກັນທີ່​ເກີດ​ຂຶ້ນ ​ໃນ​ຂະນະ​ທີ່​ຕໍາຫລວດທໍາ​ການ​
ສອບ​ສວນ ຜູ້​ຕ້ອງ​ສົງໄສທໍາ​ຄວາມ​ຜິດ ຢູ່​ທີ່​ແຂວງ Xinjiang
ຊຶ່ງ​ເປັນ​ແຂວງ​ທີ່​ວຸ້ນວາຍ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງຈີນ.

ການ​ປະ​ທະ​ກັນ​ໄດ້​ເລີ້ມ​ຂື້ນໃນ​ວັນ​ອັງຄານ​ວານ​ນີ້ ເວລາ​ເຈົ້າ​ໜ້າ
​ທີ່​ສັງຄົມ​ສົງ​ເຄາະ ​ໄດ້​ພົບ​ເຫັນ​ອັນ​ທີ່​ສື່ມວນຊົນຂອງລັດຖະບານ
ຈີນອ້າງອີງວ່າເປັນ “ບຸກຄົນທີ່ຕ້ອງສົງໄສແລະມີມີດ” ຢູ່ໃນເຮືອນ
ຫລັງນຶ່ງ ທີ່ເມືອງ Kashgar​.

​ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງ ທີ່ຫ້ອງການ​ຂ່າວ​ຂອງ​ເຂດ​ປົກຄອງ​ຕົນ​ເອງ
Xinjiang ​ຂອງ​ພວກ Uighur ​ໃຫ້ການ​ຢືນຢັນ​ ກ່ຽວ​ກັບ​ເຫດ​ຮ້າຍດັ່ງກ່າວ ​ໃນ​ໂອກາດ
ສໍາພາດ​ກັບວີ​ໂອ​ເອ.

​ເຈົ້າ​ໜ້າ​ທີ່​ແຂວງ Xinjiang ທີ່​ບໍ່​ປະສົງອອກ​ຊື່ ກ່າວ​ວ່າ ບັນດາ​ຜູ້​ຕ້ອງສົງ​ໄສ ຈູດ​ເຮືອນໃນ​
ຂະນະ​ທີ່​ມີ​ການ​ປະ​ທະ​ກັນ​. ​ເຈົ້າ​ໜ້າ​ທີ່​ສັງຄົມ​ສົງ​ເຄາະ 15 ຄົນ ​ແລະ​ຕໍາຫລວດ ໄດ້ເສຍ​ຊີວິດ. ​
ໃນ​ຂະນະ​ທີ່ “ສະ​ມາ​ຊິກ​ຂອງແກ໊ງ” 6 ຄົນ​ໄດ້​ຖືກ​ຍິງຕາຍ​. ​ແລະອີກ 8 ຄົນ​ຖືກ​ຈັບ​ໄດ້.

ເຈົ້າ​ໜ້າທີ່​ກ່າວ​ວ່າ ​ເຫດ​ຮ້າຍ​ນີ້​ແມ່ນ “​ແນ່ນອນ​ ມີການ​ກະກຽມ​ໄວ້​ລ່ວງໜ້າ​ໃນ​ການ​ກໍ່​ການ​ຮ້າຍທີ່​ຮຸນ​ແຮງ.” ສື່​ມວນ​ຊົນ​ລັດກ່າວ​ວ່າ​ ກຸ່ມ​ດັ່ງກ່າວ​ຍັງວາງ​ແຜນ​ໃຊ້​ອາວຸດ​ເພື່ອ “​ເລີ້​ມ ກິດຈະການ​ກໍ່​ການ​ຮ້າຍ” ຊຶ່ງ​ເປັນ​ການ​ກ່າວ​ຫາ ທີ​ມັກ​ນໍາ​ໃຊ້ ຕໍ່​ພວກ​ຊົນ​ກຸ່ມ​ນ້ອຍ​ຈາກ ປະຊາ​ຄົນ Uighur ທີ່​ພົວພັນ​ກັບ​ຄວາມ​ຮຸນ​ແຮງ.

​ແຂວງ Xinjiang ​ແມ່ນເຂດທີ່​ມີ​ການ​ແບ່ງ​ແຍກ​ທາງ​ດ້ານ​ຊົນ​ຊາດ​ຊົນ​ເຜົ່າ ຊຶ່ງ​ໄດ້ເກີດ​ຄວາມ​ຮຸນ​ແຮງເປັນບາງ​ຄັ້ງບາງ​ຄາວ​ສ່ວນ​ໃຫຍ່​ແລ້ວ​ແມ່ນລະຫວ່າງປະຊາ​ຄົມ​ມຸສລິ​ມ Uighur ຊຶ່ງ ​ເປັນ​ຄົນກຸ່ມ​ໃຫຍ່ຢູ່​ໃນ​ຂົງ​ເຂດ ກັບ​ພວກທີ່​ເຂົ້າ​ໄປ​ຕັ້ງຖິ່ນ​ຖານຊາວຈີນ Han ຊຶ່ງ​ເປັນ​ຄົນ​ກຸ່ມ ​ໃຫຍ່​ຂອງ​ປະ​ເທດ ​ແລະ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງລັດ
ຖະບານ.
XS
SM
MD
LG