ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະເທດເພື່ອນບ້ານ ຂອງເຢເມັນ ປະນາມ ການຢຶດອຳນາດ ຂອງພວກ Houthi


ທະຫານຊາວ Houthi ຄົນໜຶ່ງຢືນຍາມ ຂະນະທີ່ນັກຊ່ຽວຊານ ດ້ານກວດສອບຫລັກຖານ ວັດແທກ ບໍລິເວນຈຸດເກີດລະເບີດ ໃກ້ໆກັບ ທຳນຽບປະທານາທິບໍດີ ໃນນະຄອນຫລວງ Sana'a, ວັນທີ 7 ກຸມພາ 2015.
ທະຫານຊາວ Houthi ຄົນໜຶ່ງຢືນຍາມ ຂະນະທີ່ນັກຊ່ຽວຊານ ດ້ານກວດສອບຫລັກຖານ ວັດແທກ ບໍລິເວນຈຸດເກີດລະເບີດ ໃກ້ໆກັບ ທຳນຽບປະທານາທິບໍດີ ໃນນະຄອນຫລວງ Sana'a, ວັນທີ 7 ກຸມພາ 2015.

ບັນດາປະ​ເທດເພື່ອນບ້ານ​ ​ໃນ​ເຂດອ່າວ​ເປີ​ເຊຍຂອງເຢ​ເມັນ ​
ໄດ້​ປະນາມ​ການຢຶດ​ເອົາ​ອຳນາດ​ ໃນ​ປະ​ເທດ​ດັ່ງກ່າວ ​ໂດຍ​
ພວກ​ກະບົດ​ຊາວ Shi’ite ໃນ​ວັນ​ເສົາ​ວານ​ນີ້ ວ່າ ​ເປັນ​ການ
“​ກໍ່​ລັດຖະປະຫານ” ​ ​ໃນຂະນະ​ທີ່ພົນລະ​ເມືອງ​ເຢ​ເມັນຫຼາຍ
ພັນ​ຄົນ ພາກັນ​ລົງ​ສູ່​ຖະໜົນ​ຫົນທາງ ​ເພື່ອ​ເດີນ​ຂະ​ບວນ​ປະ​ທ້ວງ
​ຕໍ່​ການ​ຢຶດ​ເອົາ​ອຳນາດ​ນັ້ນ.

ສະພາຮ່ວມ​ມື​ເຂດ​ອ່າວ​ເປີ​ເຊຍ ທີ່​ປະກອບ​ດ້ວຍ 6 ປະ​ເທດ​ ນຳ
ໂດຍຊາອຸ​ດີອາ​ເຣ​ເບຍ ແລະ ສະຫະລັດ​ອາຣັບເອ​ມີ​ເຣສ ທີ່​ປົກຄອງ
​ໂດຍ​ນິກາຍ Sunni ທັງ​ສອງ​ປະ​ເທດ​ນັ້ນ​ ​ໄດ້​ເອີ້ນການ​ກະທຳຂອງ
​ພວກ​ກະບົດ Houthi ​ວ່າ​ເປັນ “​ການ​ເພີ້​ມທະວີ​ຄວາມ​ເຄັ່ງ​ຕຶງ”
ທີ່​ຮັບ​ເອົາ​ບໍ່​ໄດ້. ພວກ​ເຂົາ​ເຈົ້າກ່າວ​ວ່າ ມັນ​ເປັນ​ການ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນຄົງ ​ແລະ ສະຖຽນ​ລະພາບຂອງເຢ​ເມັນ.

​ແຕ່​ຜູ້ນຳພວກ​ກະບົດ ທ່ານ Abdel-Malak al-Houthi ​ໄດ້ກ່າວ​ປ້ອງ​ກັນການ​ຢຶດ​ເອົາ​ອຳ
ນາດ ຢູ່​ໃນ​ຄຳ​ຖະ​ແຫລ​ງ ​ເມື່ອ​ວັນ​ເສົາວານ​ນີ້ ​ວ່າ ມັນ​ເປັນ​ການຖົມ​ຊ່ອງ​ຫວ່າງ​ທາງການ​ເມືອງ​ ​ແລະນອນ​ຢູ່​ໃນຜົນ​ປະ​ໂຫຍ​ດຂອງ​ຊາວ​ເຢ​ເມັນ.

ນອກຈາກການ​ປະ​ທ້ວງ​ຢູ່ໃນ​ຫຼາຍໆຫົວ​ເມືອງ​ຂອງ​ເຢ​ເມັນ ລວມທັງ​ນະຄອນຫລວງ Sana’a ​ແລ້ວ ລະ​ເບີດ​ລູກ​ນຶ່ງ​ໄດ້​ແຕກ​ຂຶ້ນ​ໃນ​ວັນ​ເສົາ​ວານ​ນີ້ ​ໃກ້ໆ​ກັບ​ທຳນຽບປະທານາທິບໍດີ ທີ່ໄດ້​ເຮັດ​ໃຫ້​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບຢ່າ​ງນ້ອຍ 3 ຄົນ.

ກຸ່ມທະຫານບ້ານ Houthi ​ໄດ້​ຍຸບ​ສະພາ​ໃນ​ວັນ​ສຸກ​ຜ່ານ​ມາ ​ແລະ​ໄດ້​ປະກາດ​ແຜນ​ການ
ປົກຄອງເຢ​ເມັນ ​ທີ່​ມີ​ຊາວ Sunni ​ເປັນຊົນ​ກຸ່ມ​ໃຫຍ່ໃນ​ປະ​ເທດ ຊຶ່ງ​ຕັ້ງຢູ່​ແຫລມ ອາ​ເຣ​ເບຍ ທາງກຳ​ໃຕ້​ຂອງ​ຊາ​ອຸ​ດີ​ ອາ​ເຣ​ເບຍ.

ຢູ່ໃນຖະແຫຼງການສະບັບນຶ່ງ ທີ່ອອກທາງໂທລະພາບ ພວກ Houthi ກ່າວວ່າ ພວກ​ເຂົາ​ຈະ​ປ່ຽນ​ຈຳນວນສະມາຊິກສະພາ​ແຫ່ງ​ຊາດ ດ້ວຍ 551 ສະມາຊິກ ຊຶ່ງ​ຈະ​ຕ້ອງ​ເລືອກ​ເອົາ​ສະພາ​ປະທານາທິບໍດີ ຈຳ 5 ຄົນ ທີ່ຈະປົກຄອງເຢເມັນ ​ເປັນເວລາດົນເຖິງ 2 ປີ.

ພວກກະບົດ Houthi ໄດ້ບຸກເຂົ້າໄປໃນນະຄອນຫລວງ Sana'a ໃນເດືອນກັນຍາ ປີກາຍນີ້ ແລະ ໄດ້ປິດລ້ອມ ທຳນຽບປະທານາທິບໍດີ ເມື່ອເດືອນແລ້ວນີ້ ຊຶ່ງກົດດັນໃຫ້ ປະທານາທິບໍດີ ທີ່ໜຸນຫຼັງໂດຍສະຫະລັດ ທ່ານ Abd Rabbuh Mansour Hadi ແລະ ຄະນະລັດຖະບານຂອງທ່ານ ລາອອກຈາກຕຳແໜ່ງ.

YEMEN POLITICS VIDEO
please wait
Embed

No media source currently available

0:00 0:00:48 0:00

Yemen's Gulf neighbors denounced the Shi'ite rebel takeover of the country as a "coup" Saturday, as thousands of Yemenis took to the streets to protest the power grab.

The six-nation Gulf Cooperation Council, led by Sunni-ruled Saudi Arabia and the United Arab Emirates, labeled the Houthi rebels' actions an unacceptable "escalation."

But rebel leader Abdel-Malak al-Houthi defended the takeover in a speech Saturday, saying it filled a political "vacuum" and was in the interest of the Yemeni people.

The Houthi said they would replace parliament with a 551-member national assembly, which in turn will elect a five-member presidential council to manage the country for up to two years.

The Houthis swept into Sana'a in September and seized the presidential palace last month, forcing U.S.-backed President Abd Rabbuh Mansour Hadi and his cabinet to resign.

XS
SM
MD
LG