ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

6 ຄົນເສຍຊີວິດ ໃນການຕໍ່ສູ້ກັນ ຢູ່ Guinea-Bissau


ໃນວັນທີ 21 ຕຸລາ, 2012 ທະຫານຂອງ Guinea Bissau ຍ່າງຕາມຖະໜົນຂອງນະຄອນ Bissau ລຸນຫລັງທີ່ ພວກມືປືນໄດ້ບຸກເຂົ້າໄປໃນປ້ອມຂອງທະຫານ ຢູ່ໃນນະຄອນຫລວງ ຊຶ່ງໄດ້ພາໃຫ້ເກີດການຍິງຕໍ່ສູ້ກັນ ຊຶ່ງມີຢ່າງໜ້ອຍ 7 ຄົນເສຍຊີວິດ
ໃນວັນທີ 21 ຕຸລາ, 2012 ທະຫານຂອງ Guinea Bissau ຍ່າງຕາມຖະໜົນຂອງນະຄອນ Bissau ລຸນຫລັງທີ່ ພວກມືປືນໄດ້ບຸກເຂົ້າໄປໃນປ້ອມຂອງທະຫານ ຢູ່ໃນນະຄອນຫລວງ ຊຶ່ງໄດ້ພາໃຫ້ເກີດການຍິງຕໍ່ສູ້ກັນ ຊຶ່ງມີຢ່າງໜ້ອຍ 7 ຄົນເສຍຊີວິດ
6 ຄົນໄດ້ຖືກສັງຫານໃນຂະນະທີ່ມີການຍິງຕໍ່ສູ້ກັນຢູ່ໃນປະເທດ
Guinea-Bissau ທີ່ປະສົບບັນຫາ ໃນອັນທີ່ພວກເຈົ້າໜ້າທີ່
ຢູ່ປະເທດນັ້ນເອີ້ນວ່າ ການກໍ່ລັດຖະປະຫານ ທີ່ບໍ່ປະສົບຜົນ
ສໍາເລັດນັ້ນ.

ພວກເຈົ້າໜ້າທີ່ຢູ່ໃນປະເທດອາຟຣິກກາຕາເວັນຕົກແຫ່ງນີ້ເວົ້າ
ວ່າ ກໍາລັງທະຫານຂອງ ຝ່າຍລັດຖະບານ ໄດ້ຕ້ານຄືນການໂຈມ
ຕີຄ້າຍທະຫານອາກາດ ແຫ່ງນຶ່ງຢູ່ໃກ້ນະຄອນຫລວງ Bissau ໃນຕອນຂ້ອນແຈ້ງຂອງວັນອາທິດວານນີ້.

ຍັງບໍ່ສາມາດຢືນຢັນໄດ້ວ່າ ຈໍານວນຜູ້ໄດ້ຮັບບາດເຈັບ ແລະ
ເສຍຊິວິດໃນກໍາລັງທະຫານຝ່າຍລັດຖະບານ ມີຫລາຍປານໃດ. ພວກທີ່ເຫັນເຫດການເວົ້າວ່າ ພວກເຈົ້າໜ້າທີ່ໄດ້ເພີ້ມຄວາມ
ເຂັ້ມງວດ ໃນການຮັກສາຄວາມປອດໄພໃນນະຄອນຫລວງແຫ່ງນັ້ນ ລຸນຫລັງທີ່ມີການຍິງຕໍ່ສູ້ກັນ ເປັນເວລາ 2 ຊົ່ວໂມງ ແລະເວົ້າວ່າ ສະພາບການ
ມີຄວາມສະຫງົບກັບຄືນມາແລ້ວ.

ປະເທດ Guinea-Bissau ໄດ້ປະເຊີນກັບການກໍ່ຄວາມວຸ້ນວາຍແບບຊໍາເຮື້ອ ມາຕະ ຫລອດ ນັບຕັ້ງແຕ່ໄດ້ຮັບເອກະລາດຈາກ Portugal ໃນປີ 1974 ເປັນຕົ້ນມາ ຊຶ່ງມີ ການກໍ່ລັດຖະປະຫານ ແລະການຕ້ານກໍ່ລັດຖະປະຫານ ເກີດຂຶ້ນຢູ່ເລື້ອຍໆ. ລັດຖະບານ ທະຫານ ໄດ້ຍຶດອໍານາດໃນເດືອນເມສາຜ່ານມາ ຊຶ່ງໄດ້ເຮັດໃຫ້ການເລືອກຕັ້ງເອົາ ປະທານາທິບໍດີລະຫວ່າງຮອບທີນຶ່ງກັບຮອບທີສອງຢຸດສະຫງັກລົງ.

ພວກຜູ້ນໍາໃນການກໍ່ລັດຖະປະຫານ ໄດ້ຕັ້ງລັດຖະບານໄລຍະຂ້າມຜ່ານຂຶ້ນ ເພື່ອດໍາເນີນ ການເລືອກຕັ້ງໃໝ່ຂຶ້ນ ຊຶ່ງສາມາດໄດ້ຮັບການສະໜັບສະໜຸນຈາກ ກຸ່ມປະເທດໃນຂົງເຂດ ທະວີບອາຟຣິກາໃຕ້ ຫລື ECOWAS ແຕ່ວ່າ ລັດຖະບານໄລຍະຂ້າມຜ່ານນັ້ນ ຍັງບໍ່ທັນ ໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນໃນວົງກວ້າງກວ່າ ນັນເທື່ອ ໂດຍພວກບໍ່ມັກລັດຖະ ບານດັ່ງກ່າວເວົ້າວ່າ ລັດຖະບານນັ້ນ ຍັງສືບຕໍ່ຢູ່ພາຍໃຕ້ອິດທິພົນຂອງພວກທະຫານຢູ່.
XS
SM
MD
LG