ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະເທດ Guinea Bissau ເລືອກຕັ້ງເອົາ ປະທານາທິບໍດີຄົນໃໝ່


ການເລືອກຕັ້ງເອົາປະທານາທິບໍດີຄົນໃໝ່ ໃນປະເທດ Guinea Bissau
ການເລືອກຕັ້ງເອົາປະທານາທິບໍດີຄົນໃໝ່ ໃນປະເທດ Guinea Bissau

ບັນດາ​ປະຊາ​ຊົນ​ຜູ້​ມີ​ສິດ​ອອກສຽງ ຢູ່​ໃນ​ປະ​ເທດ Guinea Bissau ທີ່ມັກເກີດ​ລັດຖະປະ
ຫານຢູ່​ເລື້ອຍໆ​ນັ້ນ ພາກັນ​ປ່ອນ​ບັດ​ເລືອກຕັ້ງເອົາ​ປະທານາທິບໍດີ​ຄົນ​ໃໝ່​ໃນ​ມື້​ນີ້.

ຜູ້​ສະມັກ​ເລືອກ​ຕັ້ງ​ເກົ້າ​ຄົນ ກໍາລັງ​ແຂ່ງຂັນເອົາ​ຕໍາ​ແໜ່​ງປະທານາທິບໍດີ ຢູ່​ໃນປະ​ເທດ
ນ້ອຍໆແຫ່ງ​ນີ້​ ​ທີ່ໄດ້​ຮັບ​ເອກະລາດ​ຈາກ​ປໍ​ຈຸກາລ​ ໃນ​ປີ 1974 ນັ້ນ

ໂດຍ​ນັບ​ແຕ່​ນັ້ນ​ມາ ປະ​ເທດ​ກີ​ນີ ບີ​ສຊາວ ກໍ​ໄດ້​ຕໍ່ສູ້​ດິ້ນຮົນ ​ຜ່ານ​ການ​ປົກຄອງ​ໂດຍ​ຜູ້​ນໍາ
ຜະ​ເດັດ​ການ​ຄົນ​ນຶ່ງ ການ​ກໍ່​ລັດຖະປະຫານ​ສາມ​ຄັ້ງ ​ແລະ​ການ​ລອບ​ສັງຫານປະທານາທິ
ບໍດີ​ໃນ​ປີ 2009. ບໍ່​ມີ​ປະທານາທິບໍດີທີ່​ຖືກ​ເລືອກ​ຕັ້ງ​ຄົນ​ໃດໄດ້ດໍາລົງ​ຕໍາ​ແໜ່​ງຈົນ​ຄົບ​ເຕັມ
ສະ​ໄໝ 5 ປີນັ້ນ​ ຈັກ​ຄົນ.

ຜູ້ຊະນະເລືອກ​ຕັ້ງ​ຄັ້ງ​ນີ້ ຈະ​ສືບ​ຕໍາ​ແໜ່​ງ​ແທນ​ມື້​ລາງປະທານາທິບໍດີ​ Malam Baca
i Sanha ທີ່​ໄດ້​ເສຍ​ຊີວິດໄປ ໃນ​ເດືອນ​ມັງກອນ​ຜ່ານ​ມາ​ນີ້​ຫລັງ​ຈາກ​ເຈັບ​ປ່ວຍ​ເປັນ​ເວລາ
ດົນ​ນານ ຫລັງ​ຈາກ​ຖືກ​ເລືອກ​ຕັ້ງ​ໄດ້​ສາມ​ປີ.

ປະ​ເທດ​ກີ​ນີ ບີ​ສຊາວ ມີ​ເວລາ 90 ມື້​ເພື່ອທໍາ​ການ​ເລືອກ​ຕັ້ງ​ເອົາ​ປະທານາທິບໍດີ ​ມາ​ແທນ
ມື້​ລາງ​ທ່ານ Sanha ນັ້ນ.

ພວກ​ປ່ອນ​ບັດ​ເລືອກ​ຕັ້ງ​ຫວັງ​ວ່າ ປະທານາທິບໍດີ​ຄົນ​ໃໝ່​ຈະ​ນໍາ​ເອົາ​ສະຖຽນ ລະ​ພາບ​ ​ໃນ
ລະດັບ​ໃດ​ລະດັບ​ນຶ່ງ ມາສູ່​ປະ​ເທດ​ຊາດ ຊຶ່ງເປັນ​ປະ​ເທດ​ທີ່ ຖືກ​ໃຊ້​ເປັນຈຸດ​ສົ່ງອອກຂອງການ
ຄ້າ​ຢາ​ເສບ​ຕິດ​ໂຄ​ເຄນ ​ແລະ​ບ່ອນ​ທີ່​ພວກ​ຜູ້​ນໍາພົນລະ​ເຮືອນ​ແລະຝ່າຍ​ທະຫານ​ ​ມັກ​ຈະ​ຕໍ່
ສູ້​ຍາດ​ແຍ່ງ​ກັນ​ເພື່ອ​ກໍາ​ອໍາ ນາດນັ້ນ

ພວກ​ສະ​ໜັກ​ທີ່​ມີ​ຄະ​ແນນ​ນໍາ​ໜ້າ​ນັ້ນ ກໍມີ​ທ່ານ Kumba Yala ອະດີດ​ປະທານາທິບໍດີ
ທີ່​ຖືກ​ໂຄ່ນ​ລົ້ມ​ໂດຍ​ການກໍ່​ລັດຖະປະຫານ​ໃນ​ປີ 2003 ​ແລະ ທ່ານ Carlos Gomes
Junior ​ ທີ່ໄດ້​ລາອອກ​ຈາກຕໍາແໜ່​ງ ນາຍົກລັດຖະມົນຕີ ​ເພື່ອ​ສະໝັກເປັນປະທານາ
ທິບໍດີ.

XS
SM
MD
LG