ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກຕະຫຼົກ ກົວເຕມາລາ ພວມນຳໜ້າ ການລົງ ຄະແນນສຽງ ປະທານາທິບໍດີ


ນັກຕະຫຼົກໂທລະພາບ ແລະ ຜູ້ລົງສະໝັກຕຳແໜ່ງປະທານາທິບໍດີ ສຳລັບພັກ ແນວໂຮມແຫ່ງຊາດແຫ່ງສັງຄົມອັນດຽວກັນ ຊູນິ້ວມືເປັນສັນຍາລັກໄຊຊະນະ ຕໍ່ຜູ້ສະໜັບສະໜູນ ຂອງທ່ານ ຢູ່ສຳນັກງານໃຫຍ່ຂອງພັກການເມືອງທ່ານ
ໃນເມືອງ ກົວເຕມາລາ ຊີຕີ້, 6 ກັນຍາ, 2015.
ນັກຕະຫຼົກໂທລະພາບ ແລະ ຜູ້ລົງສະໝັກຕຳແໜ່ງປະທານາທິບໍດີ ສຳລັບພັກ ແນວໂຮມແຫ່ງຊາດແຫ່ງສັງຄົມອັນດຽວກັນ ຊູນິ້ວມືເປັນສັນຍາລັກໄຊຊະນະ ຕໍ່ຜູ້ສະໜັບສະໜູນ ຂອງທ່ານ ຢູ່ສຳນັກງານໃຫຍ່ຂອງພັກການເມືອງທ່ານ ໃນເມືອງ ກົວເຕມາລາ ຊີຕີ້, 6 ກັນຍາ, 2015.

ນັກ​ຕະຫ​ລົກ​ອາດ​ຈະ​ໄດ້​ເປັນ​ປະທານາທິບໍດີ ກົວ​ຕາ​ມາລາ ຄົນ​ຕໍ່​ໄປ.

ທ່ານ Jimmy Morales ນັກສະ​ແດງໂຕ​ຕະຫ​ລົກ ​ແລະ ຜູ້​ຫາ​ກໍ​ເລີ້ມ​ຫລິ້ນ​ການ​ເມືອງ ​ແມ່ນ​ກຳລັງ​ນຳ​ໜ້າໝູ່ ​ໃນ​ຈຳນວນ​ຜູ້​ສະໝັກ​ 3 ຄົນ ອີງ​ຕາມ​ຜົນ​ທີ່​ອອກ​ມາ​ໃນ​ເບື້ອງ​ຕົ້ນ ​ເຊິ່ງ​ໄດ້​ເຂົ້າສູ່​ການ​ເລືອກ​ຕັ້ງປະທານາທິບໍດີ ຮອບ​ສຸດ​ທ້າຍ ຫຼັງຈາກການເລືອກຕັ້ງ​ໃນ​
ກົວ​ເຕ​ມາລາ​ ​ເມື່ອວັນ​ອາທິດ​ວານ​ນີ້.

ດ້ວຍ​ການ​ນັບ​ຄະ​ແນນ​ສຽງ​ ປະມານ​ເຄິ່ງນຶ່ງ​ແລ້ວ ປາກົດ​ວ່າ ທ່ານ Morales ​ໄດ້​ຮັບ ຄະ​ແນນ​ສຽງ 26 ​ເປີ​ເຊັນ​. ຄຳ​ຂວັນ​ຂອງ​ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ Morales ນັ້ນ ກໍຄື “ບໍ່​ສໍ້​ໂກງ ບໍ່​ຂີ້ລັກ” ​ເຊິ່ງ​ເປັນ​ສຽງ​ດັງ​ກ້ອງ​ໃນ​ຫູ​ຂອງ​ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດ ຫຼັງຈາກ

​ເລື້ອ​ງການ​ສໍ້​ລາດ​ບັງຫຼວງ​ໄດ້​ສັ່ນ​ຄອນ​ວົງ​ການ​ໆເມືອງ​ຂອງ​ ກົວເຕມາລາ ​ມາຕັ້ງ​ແຕ່​ທ້າຍ​ອາທິດ​ແລ້ວ​ນີ້ ທີ່​ສິ້ນ​ສຸດ​ລົງ​ດ້ວຍ​ການ​ລາ​ອອກ​ຈາກ​ຕຳ​ແໜ່​ງຂອງ​ປະທານາທິບໍດີ ທ່ານ Otto Perez Molina.

ທ່ານ Morales ກ່າວ​ໃນ​ວັນ​ອາທິດ​ວານ​ນີ້ ຫຼັງຈາກ​ທີ່​ທ່ານ​ໄດ້​ປ່ອນ​ບັດ ວ່າ “ຂ້າພະ​ເຈົ້າ ປູກຝັງ​ຄວາມ​ຮັກ​ໄວ້​ກັບ​ບ້ານ​ເກີດ​ເມືອງ​ນອນຂອງ​ຂ້າພະ​ເຈົ້າ ​ແລະ ບັດ​ນີ້ກໍ​ແມ່ນ​ກຳລັງ​ເກັບ​ກ່ຽວເອົາ​ຄວາມ​ຮັກ​ນັ້ນຢູ່.”

ນັກທຸລະກິດ​ອະນຸ​ລັກນິຍົມ ທ່ານ Manuel Baldizon ຕາມຫຼັງທ່ານ Morales ມາດ້ວຍ​ຄະ​ແນນ​ສຽງ 18 ​ເປີ​ເຊັນ ​ໃນ​ຂະນະ​ທີ່ ອະດີດ​ສະຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ Sandra Torres ​ໄດ້​ຮັບ​ຄະ​ແນນ​ສຽງ 17 ​ເປີ​ເຊັນ.

ການ​ເລືອ​ກຕັ້ງ​ເອົາ ປະທານາທິບໍດີ ສະມາຊິກ​ສະພາ ​ແລະ ໃນເຂດ​ເທດສະບານ​ເມືອງ ນັ້ນ ແມ່ນ​ສຳ​ຫລັບ ​ສະ​ໄໝ 4 ປີ ທີ່​ຈະເລີ້ມ​ຕົ້ນຂຶ້ນ​ໃນ​ປີ 2016. ຈົນ​ກວ່າ​ຈະ​ເຖິງ​ເວລາ​ນັ້ນ ອະດີດ​ຮອງປະທານາທິບໍດີ ທ່ານ Alejandro Maldonado ​ແມ່ນຈະ​ນຳພາ​ລັດຖະບານ
ກົວ​ເຕມາລາ​ໄປ​ກ່ອນ.

Guatemala Politics
please wait
Embed

No media source currently available

0:00 0:01:24 0:00

XS
SM
MD
LG