ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອະດີດນາຍພົນທະຫານ ຊະນະການເລືອກຕັ້ງ ທີ່ກົວເຕມາລາ


ປະທານາທິບໍດີ Otto Perez Molina, (ຂ້າງຊ້າຍ) ແລະທ່ານນາງRoxana Baldetti ຄູ່ສະມັກແຂ່ງຂັນຂອງທ່ານຈັບແຂນຍົກມືກັນຂຶ້ນໃນຕອນໂຄສະນາ
ຫາສຽງເລືອກຕັ້ງ.
ວັນທີ 7 ພະຈິກ 2011.
ປະທານາທິບໍດີ Otto Perez Molina, (ຂ້າງຊ້າຍ) ແລະທ່ານນາງRoxana Baldetti ຄູ່ສະມັກແຂ່ງຂັນຂອງທ່ານຈັບແຂນຍົກມືກັນຂຶ້ນໃນຕອນໂຄສະນາ ຫາສຽງເລືອກຕັ້ງ. ວັນທີ 7 ພະຈິກ 2011.

ອະດີດ​ນາຍ​ພົນທະຫານ​ທີ່ໃຫ້​ຄໍາ​ໜັ້ນສັນຍາ​ທີ່​ຈະ​ປາບ​ປາມ​ອາ​ຊະ​ຍາ​ກໍາ ​ໄດ້​ຊະນະ
ການ​ເລືອກ​ຕັ້ງ​ປະທານາທິບໍດີ​ກົວ​ເຕມາລາຮອບຕັດສິນ​ຊີ້​ຂາດ.

ທ່ານ Otto Perez Molina ​ໄດ້​ຊະນະ​ການ​ເລືອກ​ຕັ້ງ​ໃນ​ວັນ​ອາທິດວານ​ນີ້​ດ້ວຍ​ຄະ
ແນນ​ສຽງ​ສະໜັບສະໜຸນ 55 ສ່ວນ​ຮ້ອຍ​ຂອງ​ຈໍານວນບັດ​ເລືອກ​ຕັ້ງ​ທີ່​ໄດ້​ນັບ​ໄປ​ເກືອບ
ໝົດ​ແລ້ວ​ນັ້ນ ​ໂດຍ​ໄດ້​ເອົາ​ຊະນະຄູ່​ແຂ່ງຂັນ​ນັກທຸລະກິດ​ທ່ານ Manuel Baldizon.

ທ່ານ Perez ສັງກັດ​ພັກ​ຮັກ​ຊາດ​ທີ່ນິຍົມ​ຂວາ ຫລື Patriotic Party ​ໄດ້​ຮັບ​ສຽງ​ສະ
ໜັບສະໜຸນ​ຫລາຍ​ກວ່າ​ທ່ານ Baldizon ສັງກັດພັກ Democratic Freedom Rival
Party ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ເດືອນ​ກັນຍາ​ຜ່ານ​ມາ ​ແຕ່​ບໍ່​ພຽງພໍ​ສໍາລັບ​ກໍາ​ສຽງ​ຂ້າງ​
ຫລາຍ ເພື່ອຫລີກ​ລ່ຽງ​ການ​ເລືອກ​ຕັ້ງ​ຮອບ​ຕັດສິນຊີ້​ຂາດ​ນັ້ນ.

ທ່ານ Perez ກໍານົດ​ຈະ​ຂຶ້ນ​ດໍາ​ລົງ​ຕໍາ​ແໜ່​ງ​ໃນ​ກາງ​ເດືອນ​ມັງກອນ​ປີໜ້າ​ນີ້ ແທນ​ປະ
ທານາທິບໍດີຄົນ​ປັດຈຸ​ບັນທ່ານ Alvaro Colom. ທ່ານ Perez ຈະ​ເປັນ​ທະຫານ​ເກົ່າ​
ຄົນ​ທໍາ​ອິດ​ທີ່​ຈະ​ນໍາພາ​ປະ​ເທດ​ນັບ​ແຕ່​ກົວ​ເຕມາລາ ໄດ້​ກັບ​ຄືນ​ມາ​ປົກຄອງດ້ວຍ​ລະ
ບອບ​ປະຊາທິປະ​ໄຕ​ໃນ​ປີ 1986 ນັ້ນ.

ອະດີດ​ນາຍ​ພົນທະຫານ​ທ່ານ​ນີ້​ເຄີຍ​ເປັນ​ຜູ້​ບັນຊາ​ການ​ທະຫານ​ໃນ​ລະຫວ່າງ​ສົງຄາມ​
ກາງ​ເມືອງ​ໃນກົວ​ເຕມາລາ ທີ່​ໄດ້​ດໍາ​ເນີນ​ມາຕັ້ງແຕ່​ປີ 1960 ​ຫາ​ປີ 1966 ຊຶ່ງ​ມີປະຊາ
ຊົນ​ກົວ​ເຕມາລາ​ຈໍານວນ​ຫລາຍ​ກວ່າ2 ​ແສນ​ຄົນ​ໄດ້​ຫາຍ​ສາບ​ສູນ​ຫລື​ຖືກ​ເຂັ່ນຂ້າ​ໃນ​
ຊ່ວງ​ເວລາ​ນັ້ນ.

ທ່ານ Perez ​ໄດ້ປະຕິ​ເສດ​ວ່າ ມີ​ການ​ສັງຫາ​ນໝູ່ ຫລື​ຂ້າ​ລ້າງ​ເຊື້ອ​ຊາດເຜົ່າ​ພັນໃນ​
ຊ່ວງ​ເວລາ​ນັ້ນ.

XS
SM
MD
LG