ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ປະຊາຊົນກົວເຕມາລາ ເລືອກຕັ້ງປະທານາທິບໍດີ ຄົນໃໝ່


ເຈົ້າໜ້າທີ່ຮັກສາຄວາມປອດໄພເອກະຊົນຄົນນຶ່ງຢືນຍາມຢູ່ຕໍ່ໜ້າ
ປ້າຍໂຄສະນາຫາສຽງເລືອກຕັ້ງຂອງທ່ານ Perez Molina, ຜູ້ສະມັດປະທານາທິບໍດີສັງກົດພັດຮັກຊາດ ແລະທ່ານ Manuel Baldizon, ຜູ້ສະມັກແຂ່ງຂັນປະທານາທິບໍດີສັງກັດພັກFreedom Revival party ໃນນະຄອນ Guatemala City, ກົວເຕມາລາ.
ເຈົ້າໜ້າທີ່ຮັກສາຄວາມປອດໄພເອກະຊົນຄົນນຶ່ງຢືນຍາມຢູ່ຕໍ່ໜ້າ ປ້າຍໂຄສະນາຫາສຽງເລືອກຕັ້ງຂອງທ່ານ Perez Molina, ຜູ້ສະມັດປະທານາທິບໍດີສັງກົດພັດຮັກຊາດ ແລະທ່ານ Manuel Baldizon, ຜູ້ສະມັກແຂ່ງຂັນປະທານາທິບໍດີສັງກັດພັກFreedom Revival party ໃນນະຄອນ Guatemala City, ກົວເຕມາລາ.

ຊາວ​ກົວເຕມາລາ ​ເລືອກ​ເອົາ​ປະທານາທິບໍດີ​ຄົນ​ໃໝ່​ໃນ​ການ​ເລືອກ​ຕັ້ງຂັ້ນ​ຊີ້​ຂາດໃນ​ວັນ
​ອາທິດ​ມື້​ນີ້.

ຜົນ​ການ​ຢັ່ງ​ສຽງ​ມະຫາຊົນ​ບັ້ນ​ຫລ້າ​ສຸດພົບ​ວ່າ​ອະດີດ​ພົນ​ເອກ Otto Perez Molina ນໍາ​ໜ້າ ທ່ານ Manuel Baldizon ນັກທຸລະກິດ ດ້ວຍ​ຄະ​ແນນສຽງ​ຫລາ​ຍາສົມຄວນໃນ​ການ​ແຂ່ງຂັນ​ເລືອກ​ຕັ້ງ​ເພື່ອ​ສືບ​ຕໍາແໜ່​ງ​ແທນ ປະທານາທິບໍດີ Alvaro Colom​.

ອະດີດ​ນາຍ​ພົນ Perez ພັກ Patriotic ຫລື​ຮັກ​ຊາດ ຝ່າຍ​ຂວາ ​ໄດ້​ຮັບຄະ​ແນນ​ສຽງຫລາຍ​ກວ່າທ່ານ Baldizon ພັກ Democratic Freedom Rival ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ເດືອນ​ກັນຍາ​ຜ່ານ​ມາ ​ແຕ່​ຄະ​ແນນ​ສຽງບໍ່​ເຖິງ​ຕາມ​ທີ່​ກໍາ ໜົດ​ໃຫ້​ເປັນ​ສຽງ​ສ່ວນ​ຫລາຍເພື່ອ​ຫລີກ​ລ່ຽງການ​ເລືອກ​ຕັ້ງ​ຂັ້ນ​ຕັດ​ສິນ​ຊີ້ຂາດ​ໄດ້.

ຜູ້​ສະມັກ​ທັງ​ສອງ​ທ່ານ ​ໄດ້​ໂຄສະ​ນາ​ຫາ​ສຽງເພື່ອ​ກວາດ​ລ້າງ​ອາດຊະຍາກໍາ ​ໂດຍສ​ະ​ເພາະທີ່​ໄດ້​ຮັບ​ການອຸດໜຸນ​ຫລໍ່ລ້ຽງ​ໂດຍ​ພໍ່ຄ້າ​ຢາ​ເສບ​ຕິດ​ແລະ​ພວກແກ໊ງນັ້ນ.

ກົວ​ເຕລາມາ ​ເປັນ​ປະ​ເທດນຶ່ງທີ່​ມີ​ອັດຕາ​ການ​ຄາດ​ຕະກໍາ​ທີ່​ສູງ​ທີ່​ສຸດ​ໃນ​ໂລກ. ພວກ​ນັກ​ຊ່ຽວຊານ​ກ່າວ​ວ່າ ຈໍານວນພວກ​ທີ່​ຖືກ​ສັງຫານ​ຕໍ່າ​ກວ່າ​ເຄິ່ງນຶ່ງນັ້ນແມ່ນ​ຖິ້ມ​ໂທດ​ໃສ່​ພວກ​ແກ໊ງຢາ​ເສບ​ຕິດ.

ການ​ສໍ້​ລາດ​ບັງ​ຫລວງ​ໃນ​ວົງ​ການ​ລັດຖະບານ​ແລະ​ຄວາມທຸກ​ຈົນຂອງ​ປະຊາຊົນ​ໃນ​ຈໍານວນ​ເຄິ່ງນຶ່ງ​ຂອງ​ຈໍານວນ​ພົນລະ​ເມືອງ​ທັງ​ໝົດ 14 ລ້ານຄົນ​ຂອງ​ກົວ​ເຕມາລາ ເປັນ​ສິ່ງ​ທ້າ​ທາຍ​ອື່ນໆ​ຕໍ່​ຜູ້ຊະນະ​ການ​ເລືອກ​ຕັ້ງ​ໃນ​ວັນ​ອາທິດມື້​ນີ້.

ປະທານາທິບໍດີ​ຜູ້​ທີ່​ຖືກ​ເລືອກ​ຕັ້ງ​ຄົນ​ໃໝ່​ກໍານົດຈະ​ສາບານຕົວ​ເຂົ້າຮັບ​ຕໍາ​ແໜ່​ງໃນ​ກາງ​ເດືອນ​ມັງກອນ​ປີໜ້າ​ນີ້.

XS
SM
MD
LG