ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ຕັ້ງຂໍ້ຫາ ຢ່າງເປັນທາງການ ຕໍ່ພວກຕ້ອງຫາ ກໍ່ການຮ້າຍ 9/11 (ເບິ່ງວີດີໂອ)


ການສະແດງຮູບພາບນາຍ Khalid Sheikh Mohammed ປຶກສາກັບທະນາຍຄວາມທີ່ເປັນພົນລະເຮືອນຂອງຜູ້ກ່ຽວ.ໃນ
ລະຫວ່າງການພັກຜ່ອນ ການດໍາເນີນຄະດີທີ່ອ່າກວງຕານາໂມ, ຄີວບາ.
ວັນທີ 5 ພຶກສະພາ. 2012.
ການສະແດງຮູບພາບນາຍ Khalid Sheikh Mohammed ປຶກສາກັບທະນາຍຄວາມທີ່ເປັນພົນລະເຮືອນຂອງຜູ້ກ່ຽວ.ໃນ ລະຫວ່າງການພັກຜ່ອນ ການດໍາເນີນຄະດີທີ່ອ່າກວງຕານາໂມ, ຄີວບາ. ວັນທີ 5 ພຶກສະພາ. 2012.

ສານ​ທະຫານ​ພິ​ເສດ​ໄດ້​ຕັ້ງ​ຂໍ້​ຫາ​ຢ່າງ​ເປັນ​ທາງ​ການ​ຕໍ່​ນາຍ Khalid Sheikh Mohamad ຜູ້
​ຕ້ອງ​ຫາ​ທີ່​ອ້າງ​ຕົນ​ເອງ​ວ່າ​ເປັນ​ຫົວໜ້າ​ວາງ​ແຜນ​ໃນ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍໃນ​ວັນ​ທີ
11 ​ເດືອນ​ກັນຍາ ປີ 2001 ຕໍ່​ສະຫະລັດ ພ້ອມ​ທັງ​ຄູ່​ຈໍາ​ເລີຍ​ອີກ 4 ຄົນ​ໃນ​ການກໍ່ອາ​ຊະ​ຍາ​ກໍາ
ທີ່ຮວມທັງ​ການເປັນ​ຄາດ​ຕະກອນ​ແລະກໍ່​ການ​ຮ້າຍ.

ບັນດາ​ໄອ​ຍະ​ການ​ອ່ານ​ຂໍ້​ຫາ​ຕ່າງໆ​ຕໍ່​ພວກ​ຈໍາ​ເລີຍ​ທັງ 5 ​ໃນ​ລະຫວ່າງ​ການນໍາ​ໂຕ​ຂຶ້ນ​ສານ
​ໃນ​ວັນ​ເສົາ​ວານ​ນີ້​ທີ່ຖານ​ທັບ​ເຮືອ​ຂອງ​ສະຫະລັດທີ່​ອ່າວ Guantanamo, ປະ​ເທດ Cuba
ບ່ອນ​ທີ່​ພວກ​ຈໍາ​ເລີຍ​ເຫຼົ່າ​ນີ້​ໄດ້​ຖືກ​ກັກ​ຂັງ​ມາ​ເປັນ​ເວລາ​ຫຼາຍ​ປີ ​ທ່າມກາງ​ການ​ຕໍ່ສູ້​ກັນ​ທາງກົດ
ໝາຍ​ແລະ​ການ​ເມືອງ ​ກ່ຽວ​ກັບ​ວິທີ​ການ​ແລະ​ສະຖານ​ທີ່​ດໍາ​ເນີນຄະດີ​ພວກ​ຈໍາ​ເລີຍ​ເຫຼົ່າ​ນີ້.

ຂໍ້​ກ່າວ​ຫາ​ແມ່ນ​ຮວມທັງ​ການຮວມຫົວ​ກັນ​ວາງ​ແຜນກໍ່ການ​ຄາດ​ຕະກໍ າຊຶ່ງ​ເປັນ​ການລະ​ເມີດ
​ກົດໝາຍ​ສົງຄາມ ການ​ທໍາລາຍ​ຊັບ​ສິນ ການຈີ້​ເຮືອບິນ ​ແລະ​ການ​ກໍ່​ການ​ຮ້າຍ. ຖ້າ​ຫາກ​
ພວກ​ຈໍາ​ເລີຍ​ເຫຼົ່ານີ້ ຖຶກພົບ​ເຫັນວ່າ​ມີ​ຄວາມ​ຜິດ​ແທ້ ​ທັງ 5 ຄົນກໍ​ຈະ​ປະ​ເຊີນ​ກັບ​ໂທດປະຫານ
​ຊີວິດ​ ຍ້ອນບົດບາດ​ຂອງ​ພວກ​ເຂົາໃນ​ການ​ໂຈມ​ຕີ​ທີ່​ໄດ້ສັງຫານ​ປະຊາຊົນ​ໄປ 2976ຄົນ​ໃນ
​ນະຄອນ​ນີວຢອກ ​ໃນ​ກຸງ​ວໍ​ຊິງຕັນ​ແລະ​ໃນ​ທົ່ງ​ນາ​ແຫ່ງ​ນຶ່ງ ​ໃນ​ລັດ Pennnsylvania ນັ້ນ.

ນັບ​ວ່າ​ເປັນ​ການ​ໄປ​ປາກົດ​ໂຕ​ຢູ່ໃນ​ສານ​ຄັ້ງ​ທໍາ​ອິດ​ຂອງ​ນາຍ Mohamed ​ແລະ​ພວກ​ຈໍາ​ເລີຍ
​ອີກ 4 ຄົນ​ໃນ​ຮອບ​ຫຼາຍ​ປີຜ່ານມາ. ພວກ​ຜູ້​ຕ້ອງ​ຫາ​ເຫຼົ່າ​ນີ້ພາກັນ​ເລືອກ​ທາງ​ເພື່ອ​ໜ່ວງ​ເວລາ
ຄໍາ​ແກ້​ຟ້ອງ​ຂອງ​ພວກ​ເຂົາ​ເຈົ້າ​ແລະ​ທ້າ​ທາຍ ບໍ່​ຍອມ​ຕອບ​ຄໍາຖາມ​ໃດໆ​ຂອງ​ພວກ​ຜູ້​ພິພາກສາ
​ສານ​ທະຫານ ​ແລະ​ຖ່ວງດຶງ​ການ​ດໍາ​ເນີນຄະດໃຫ້ຊັກຊ້າ

ຈໍາ​ເລີຍ ນາຍ Walid bin Attash ​ໄດ້​ຖືກ​ມັດໄວ້ກັບຕັ່ງ​ນັ່ງ​ຢູ່​ໃນ​ສານ ກ່ອນຈະ​ຖືກແກ້ມັດ
​ຫຼັງ​ຈາກ​ຜູ້ກ່ຽວ​ຕົກລົງ​ຈະ​ປະພຶດ​ຕົນ​ດີ​ໃນ​ສານ ​ແລະ​ນາຍ Ramzi Binal Shibh ໄດ້ລົບ
​ກວນ​ການ​ດໍາ​ເນີນ​ຄະດີ​ໃນ​ສານ ໂດຍການຮ້ອງຂຶ້ນ​ຢ່າງ​ກະທັນຫັນ​ຢືນຢັນ​ວ່າ ຜູ້ກ່ຽວ​ອາດ
​ຈະ​ຖືກ​ສັງຫານ​.

ຈໍາ​ເລີຍ​ຄົນ​ນຶ່ງ​ໄດ້​ເລີ້ມແກ້​ເຄື່ອງນຸ່ງ​ອອກ ​ໃນ​ຂະນະ​ທີ່ຈໍາ​ເລີຍອີກຢ່າງ​ນ້ອຍຄົນນຶ່ງ​ ລຸກ​ຢືນ
​ຂຶ້ນ ​ແລະ​ທໍາ​ການ​ໄຫວ້​ວອນ​ຢູ່ກັບ​ພື້ນ​ຫ້ອງ​ສານ​ນັ້ນ.

ການ​ຕັ້ງ​ຂໍ້​ກ່າວ​ຫາ​ໃນ​ສານ​ນີ້​ເປັນ​ບາດກ້າວ​ທໍາ​ອິດ ​ກ່ອນ​ການ​ດໍາ​ເນີນ​ຄະດີ ​ແລະ​ເປັນ​ເທື່ອ​
ທີ​ສອງ​ທີ່​ສະຫະລັດ​ໄດ້​ພະຍາຍາມ​ຟ້ອງ​ຮ້ອງ​ພວກ​ຜູ້​ຕ້ອງ​ຫາ ​ໃນ​ການ​ໂຈມ​ຕີ​ເມື່ອ​ວັນ​ທີ
11 ກັນຍາ​ທີ່​ສະຫະລັດ. ການ​ດໍາ​ເນີນ​ຂັ້ນ​ຕອນ​ທາງ​ດ້ານ​ກົດໝາຍ​ນີ້​ຄາດ​ວ່າ ​ຈະ​ໃຊ້​ເວລາ
ຫຼາຍ​ປີ. ນາຍ​ພົນ​ຈັດຕະວາ Mark Martins ຫົວໜ້າ​ໄອ​ຍະກ​ານທະຫານ​ໃຫ້​ຄໍາ​ໝັ້ນ​ສັນ
ຍາ​ວ່າ ການພິຈາລະນາ​ຄະດີ​ນີ້​ຈະ​ດໍາ​ເນີນ​ໄປ​ຢ່າງຍຸຕິ​ທໍາ.

ບັນດາສະມາຊິກ​ຄອບຄົວ​ຫຼາຍ​ຄົນ​ຂອງ​ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍຈາກ​ການ​ໂຈມ​ຕີ​ຂອງ​ພວກ
​ກໍ່​ການ​ຮ້າຍ​ເຫຼົ່າ​ນີ້ ​ໄດ້​ຖືກ​ຄັດ​ເລືອກໂດຍການຈົກ​ສະຫຼາກ​ໃຫ້​ເດີນທາງ​ໄປ​ຍັງອ່າວກວນຕາ
ນາໂມ ທີ່ເກາະCuba ນັ້ນ ​ເພື່ອ​ໄປເບິ່ງ​ການ​ດໍາ​ເນີນ​ຄະດີ​ໃນ​ວັນ​ເສົາ​ວານ​ນີ້ ​ແລະ​ພວກ​ຍາດຕິ​
ພີ່ນ້ອງ​ຄົນ​ອື່ນໆ​ໄດ້​ໄປ​ເຕົ້າ​ໂຮມ​ກັນ​ໃນ​ຖານ​ທັບ​ແຫ່ງ​ຕ່າງໆ​ໃນ​ສະຫະລັດ ​ເພື່ອ​ເບິ່ງ​ການ​ດໍາ
ເນີນຄະດີ ​ທາງ​ໂທລະພາບ​ວົງ​ຈອນ​ປິດ.

XS
SM
MD
LG