ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະເທດ ໃນກຸ່ມ G-20 ຄາດໝາຍວ່າ ເສດຖະກິດຂອງໂລກ ຈະຟື້ນຟູໄວຂຶ້ນ


ຫົວໜ້າກຳມະການ ຮັກສາການ ດ້ານເສດຖະກິດ ແລະ ການເງິນຂອງຢູໂຣບ ທ່ານ Pierre Moscovici ແລະ ຫົວໜ້າຜູ້ຈັດການ ອົງການກອງທຶນສາກົນ ທ່ານນາງ Christine Lagarde ສົນທະນາກັນ ໃນລະຫວ່າງລໍຖ້າ ການຖ່າຍພາບຮ່ວມກຸ່ມບັນດາລັດຖະມົນຕີການເງິນ ຂອງ G-20 ແລະ ບັນດາຜູ້ປົກຄອງທະນາຄານກາງ ຢູ່ໃນນະຄອນຫຼວງ Ankara, ປະເທດເທີກີ, ວັນທີ 5 ກັນຍາ 2015.
ຫົວໜ້າກຳມະການ ຮັກສາການ ດ້ານເສດຖະກິດ ແລະ ການເງິນຂອງຢູໂຣບ ທ່ານ Pierre Moscovici ແລະ ຫົວໜ້າຜູ້ຈັດການ ອົງການກອງທຶນສາກົນ ທ່ານນາງ Christine Lagarde ສົນທະນາກັນ ໃນລະຫວ່າງລໍຖ້າ ການຖ່າຍພາບຮ່ວມກຸ່ມບັນດາລັດຖະມົນຕີການເງິນ ຂອງ G-20 ແລະ ບັນດາຜູ້ປົກຄອງທະນາຄານກາງ ຢູ່ໃນນະຄອນຫຼວງ Ankara, ປະເທດເທີກີ, ວັນທີ 5 ກັນຍາ 2015.

ບັນດາ​ລັດຖະມົນຕີ ກະຊວງ​ການ​ເງິນ ​ແລະ ບັນດາຜູ້ອຳນວຍການ​
ທະນາຄາ​ນກາງ ຈາກກຸ່ມ​ 20 ປະ​ເທດ ຫຼື G-20 ​ທີ່​ເປັນ​ຜູ້ນຳ​ທາງ
​ດ້ານ​ເສດຖະກິດ ກ່າວ​ວ່າ ການ​ຂະຫຍາຍຕົວ​ຂອງ​ໂລກ ​ແມ່ນ​ກຳ
ລັງ​ຊ້າ​ລົງ​ເກີນ​ກວ່າ​ທີ່​ໄດ້​ຄາດໝາຍ​ໄວ້ ​ແຕ່​ພວກ​ເພິ່ນ ມີ​ຄວາມ​
ໝັ້ນ​ໃຈ​ວ່າ ​ເສດຖະກິດ​ໃນ​ທົ່ວ​ໂລກ ພວມມີ​ທ່າ​ແຮງ​ທີ່ຈະ​ຟື້ນໂຕຄືນ.

​ໃນ​ຖະ​ແຫລງການ​ສຸດ​ທ້າຍ​ ຂອງ​ກອງປະຊຸມ​ສຸດ​ຍອດ ສອງ​ມື້ຢູ່​ທີ່​
ນະຄອນຫຼວງ Ankara ຂອງ​ປະ​ເທດ​ເທີ​ກີ ບັນດາ​ເຈົ້າໜ້າ​ທີ່​ທາງ
​ດ້ານ​ການ​ເງິນ​ຂັ້ນສູງ ຈາກ​ກຸ່ມ G-20 ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ ​ໃນ
​ວັນ​ເສົາ​ວານ​ນີ້​ວ່າ ຈະ​ “ປະຕິບັດ​ການ​ຢ່າງ​ເດັດຂາດ” ​ ເພື່ອເຮັດ
​ໃຫ້ ການ​ຟື້ນ​ຟູເສດຖະກິດດີ​ຂຶ້ນ. ບັນດາ​ເຈົ້າໜ້າ​ທີ່ດັ່ງກ່າວ ຍັງ​ໄດ້​
ປະຕິຍານ​ວ່າ ຈະ​ຫລີກເວັ້ນ ຈາກ​ການ​ແຂ່ງຂັນ​ ເພື່ອ​ລົດ​ມູນ​ຄ່າ​ເງິນຕາ ​ໂດຍ​ອ້າງ​ອີງໃສ່
ການ​ລົດຄ່າ​ເງິນຕາ ຂອງ​ຈີນ​ເມື່ອ​ບໍ່​ດົນ​ມາ​ນີ້ ​ແລະ ​ເຕືອນ​ບັນດາ​ປະ​ເທດ​ທີ່​ເສດຖະກິດ
ກຳລັງຂະຫຍາຍຕົວ ຂຶ້ນມານັ້ນ ວ່າ ບໍ່​ໃຫ້​ເຮັດຄືກັນ ​ເພື່ອ​ປົກ​ປ້ອງ​ເງິນຕາ​ຂອງ​ພວກ​ຕົນ.

ຕະຫຼາດການ​ເງິນ​ໃນ​ທົ່ວ​ໂລກ ແມ່ນ​ຢູ່​ໃນ​ສະພາບ​ວຸ້ນວາຍ ​ເປັນ​ເວລາຫຼາຍອາທິດ ຍ້ອນ
​ຄວາມ​ກັງວົນ​ ກ່ຽວ​ກັບ​ເສດຖະກິດ​ຈີນ ທີ່​ຊັກ​ຊ້າ​ລົງ ​ແລະ ກາ​ນລົດ​ຄ່າ​ເງິນຢວນ​ຂອງ​ຈີນ
ຢ່າງ​ກະທັນຫັນ ​ເມື່ອ​ເດືອນ​ແລ້ວ​ນີ້.

ນັບ​ຕັ້ງ​ແຕ່ ມີ​ກາ​ນລົດຄ່າ​ເງິນຕາ ທີ່​ສົ່ງ​ຜົນ​ເຮັດ​ໃຫ້ ລາຄາ​ການ​ສົ່ງ​ອອກ​ສິນຄ້າ​ ຂອງ​
ປະ​ເທດ​ຕ່ຳລົງ ກໍໍ່​ໃຫ້​ເກີດ​ຄວາມ​ກັງວົນ ວ່າ ການລົດ​ມູນ​ຄ່າ​ເງິນຕາຂອງ​ຈີນ​ ອາດກະ​ຕຸ້ນ
​ໃຫ້​ບັນດາປະ​ເທດອື່ນ ​ໃຫ້​ປະຕິ​ບັດ​ຕາມ​ເຊັ່ນ​ກັນ. ການປະຕິບັດທາງ​ດ້ານ​ການ​ເງິນ​ຂອງ​
ປັກ​ກິ່ງ ​ໄດ້​ຂັບ​ດັບ​ໃຫ້​ມູນ​ຄ່າ​ເງິນຕາ ຂອງ​ຫຼາຍ​ປະ​ເທດ​ທີ່​ນ້ອຍໆ ຕົກ​ຕ່ຳລົງໄປ​ຕາມໆ​ກັນ.
ບັນດານ​ປະ​ເທດ​ໃນ G-20 ​ໄດ້​ປະຕິຍານ​ວ່າ ຕົນ​ຈະ “ຕ້ານທານ ລະບົບຄຸ້ມຄອງ
ອຸດສາຫະ ກຳ​ພາຍ​ໃນ​ປະ​ເທດ ທຸກ​ຮູບ​ແບບ.”​

ບັນດາ​ເຈົ້າໜ້າ​ທີ່​ສະຫະລັດ ກ່າວ​ວ່າ ຄະນະ​ຜູ້​ແທນ​ອາ​ເມ​ລິ​ກາ ​ໃນ​ນະຄອນຫຼວງ Ankara
ທີ່​ນຳພາ​ໂດຍ ລັດຖະມົນ​ການ​ເງິນ ທ່ານ Jacob Lew ​ໄດ້​ພົບ​ປະ​ກັບບັນດາ​ຄູ່ຕຳ​ແໜ່​ງ
ຈາກ​ຈີນ ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ. ຝ່າຍ​ສະຫະລັດ ກ່າວ​ວ່າ ມັນ​ມີ​ຄວາມ​ສຳຄັນ
ສຳຫລັບ ​ຈີນ ທີ່ຈະ​ຕ້ອງ​ໃຫ້​ຮັບ​ຮູ້​ຢ່າງ​ຈະ​ແຈ້ງວ່າ ຕົນ​ຈະ​ບໍ່​ຍອມ​ອະນຸຍາດ​ໃຫ້​ເງິນ​ຢວນ​
“ຂຶ້ນລາຄາ ​ເຊັ່ນ​ດຽວ​ກັນກັບ​ໃຫ້ ລົງລາຄາ” ເພື່ອ​ຕອບສະໜອງ​ຕະຫຼາດການເງິນ.

G 20 Summit
please wait
Embed

No media source currently available

0:00 0:00:30 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG