ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ກຸ່ມ G-7 ກ່າວ​ວ່າ ຜູ້ບໍລິໂພກ ໃຊ້​ຈ່າຍ ​ແບບ​ລະມັດລະວັງ​ ເຮັດໃຫ້ເສດຖະກິດເຕີບໂຕຊ້າ


ລັດຖະມົນຕີການເງິນ ສະຫະລັດ ທ່ານ Jacob Lew ກ່າວຕໍ່ ບັນດານັກຂ່າວ.
ລັດຖະມົນຕີການເງິນ ສະຫະລັດ ທ່ານ Jacob Lew ກ່າວຕໍ່ ບັນດານັກຂ່າວ.

ບັນດາ​ຜູ້​ບໍລິ​ໂພ​ກຢູ່​ໃນ​ທົ່ວ​ໂລກ ກຳລັງ​ພາກັນ​ຮັກສາ​ເງິນ​ຂອງ​ເຂົາ​ເຈົ້າ​ໄວ້​ໂດຍ​ບໍ່​ໃຊ້​ຈ່າຍ ​ໃດໆ ອີງ​ຕາມ​ຄຳ​ເວົ້າບັນດາ​ຜູ້ນຳ​ການ​ເງິນ ຂອງ​ກຸ່ມ​ G-7 ທີ່ກຳລັງ​ປະ ຊຸມ​ກັນ ໃນ​ຍີ່ປຸ່ນ.

ມີເຫດຜົນ​ຈຳນວນ​ນຶ່ງ​ທີ່​ພາ​ໃຫ້​ຜູ້​ບໍລິ​ໂພ​ກ ​ຢ້ານ​ກົວ​ກ່ຽວ​ກັບ​ການ​ຈັບ​ຈ່າຍ​ເງິນ​ທີ່​ເຂົາ​ເຈົ້າ​ຫາ​ມາ​ໄດ້ດ້ວຍ​ຄວາມ​ຍາກລຳບາກນັ້ນ. ​ແຕ່​ບາງ​ຄົນ​ມີ​ອຳນາດການ​ຊື້ຢູ່​ໃນຂອບ​ເຂດ​ຈຳກັດ ເພາະວ່າ​ງົບປະມານ​ຂອງ​ເຂົາ​ເຈົ້າ​ ໄດ້​ມີ​ການ​ປະຕິບັດ​ຢ່າງເຄັ່ງ​ຄັດ. ອີກ​ຈຳນວນ​ນຶ່ງ​ອາດ​ມີ ​ການ​ທ້ອນ​ຫອມ​ເລັກ​ນ້ອຍ ຫລື​ເລືອກເອົາ​ການ​ທ້ອນ​ຫອມ​ແທນ​ທີ່​ຈະ​ໃຊ້​ຈ່າຍ. ຄວາມ​ລັ່ງ​ ເລໃຈ ກ່ຽວ​ກັບນິໄສໃນການໃຊ້​ຈ່າຍ ຂອງ​ເຂົາ​ເຈົ້າ​ ໄດ້​ເປັນ​ຜົນ​ກະທົບ​ຢູ່​ໃນທົ່ວ​ໂລກ.

ບັນດາ​ຜູ້ນຳ​ກຸ່ມການ​ເງິນຂອງ​ກຸ່ມ G-7 ກ່າວ​ວ່າ ການ​ໃຊ້​ຈ່າຍ​ແບບ​ລະມັດລະວັງ​ຂອງ​ຜູ້​ບໍ​ລິ​ໂພ​ກໄດ້​ນຳ​ໄປ​ສູ່​ສະຖານະ​ການ​ທີ່​ລຳບາກທາງ​ດ້ານ​ເສດຖະກິດ​ຢູ່​ໃນ​ທົ່ວ​ໂລກ. ບໍລິສັດ​ ຕ່າງໆ ​ແລະ ​ໂຮງຈັກ​ໂຮງງານ​ທັງຫລາຍ​ກຳລັງ​ພາກັນ​ຜະ​ລິດ​ສິນຄ້າ​ອອກ​ມາ ​ແຕ່​ບັນດາ​ຜູ້​ ບໍລິ​ໂພ​ກບໍ່​ພາກັນ​ຊື້.

ລັດຖະມົນຕີ​ການ​ເງິນ​ຍີ່​ປຸ່ນ ທ່ານ Taro Aso ກ່າວ​ວ່າ “ບໍ່​ມີ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ​ນັ້ນ​ແມ່ນບັນຫາ​ໃຫຍ່ທີ່ສຸດຢູ່​ໃ​ນ​ທົ່ວ​ໂລກ.

ລັດ​ຖະມົນ​ຕີ​ການ​ເງິນສະຫະລັດ​ທ່ານ Jack Lew ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານຂອງ​ປະ​ ເທດ​ຕ່າງໆ ​ແລະ​ບັນ​ດາ​ທຸລະ​ກິດ ​ໃຊ້​ທຸ​ກ “ນະ​ໂຍບາຍງັດ​ງ້າ​ງ” ທີ່​ມີຢູ່​ ເພື່ອ​ກະຕຸ​ກຊຸກຍູ້​ ໃຫ້​ມີ​ການ​ເຕີບ​ໂຕ.

ບັນດາ​ລັດຖະບາ​ນສ່ວນ​ໃຫຍ່​ຂອງກຸ່ມ G-7 ເຫັນ​ພ້ອມ​ກັບ​ການ​ໃຊ້​ຈ່າຍ​ຂອງ​ລັດຖະບານ ​ເພື່ອ​ຊ່ວຍ​ສະໜັບສະໜູນ​ການ​ເຕີບ​ໂຕ. ມະຫາອຳນາດ​ທາງເສດ ຖະກິດ​ເຊັ່ນ​ເຢຍຣະມັນ ​ເຖິງ​ຢ່າງ​ໃດ​ກໍ​ດີ ​ແມ່ນ​ຍັງ​ສືບ​ຕໍ່​ຮັກສາ​ທ່າ​ທີ​ແບບ​ນິຍົມ ​ແນວທາງ​ເດີມ​ຢູ່​ກ່ຽວ​ກັບ​ການ​ປະ​ຕິ ​ຮູບທາງ​ດ້ານ​ການ​ເງິນ.

ບັນດາ​ເຈົ້າ​ໜ້າ​ທີ່​ຍັງ​ໄດ້​ເຕືອນເຖິງອັນ​ຕະລາຍ​ທີ່​ຈະ​ຕິດຕາມ​ມາ​ຂອງ “Brexit” ຫລື​ການ​ ຖອນ​ຕົວຂອງ​ອັງກິດອອກ​ຈາກ​ສະຫະພາບ​ຢູ​ໂຣບ. ລັດຖະມົນຕີ​ການ​ເງິນ​ອັງກິດ ທ່ານ George Osborne ກ່າວ​ວ່າ “ທຸກ​ຄົນ​ຢູ່​ທີ່​ນີ້ ​ໃນ​ກຸ່ມ G-7 ​ແມ່ນ​ຈະ​ແຈ້ງ​ ມັນ​ຈະ​ເປັນ​ການ ​ບໍ່​ດີ​ສຳລັບ​ເສດຖະກິດ​ອັງກິດ ຖ້າ​ຫາກ​ພວກ​ເຮົາ​ຖອນ​ຕົວອອກ​ຈາກ​ສະຫະພາບ​ຢູ​ໂຣບ.”

ບັນດາ​ຜູ້ນຳທາງ​ດ້ານ​ການ​ເງິນ​ກຳ​ລັງ​ປະຊຸມ ​ກັນ​ກ່ອນ​ໜ້າກອງ​ປະຊຸມ​ສຸດຍອດ​ທີ່​ຈະ​ຈັດ ​ຂຶ້ນ​ຢູ່​ເມືອງ Ise ​ໃນພາກ​ກາງຂອງປະ​ເທດ​ຍີ່ປຸ່ນ.

ບັນດາ​ຜູ້​ບໍລິ​ໂພ​ກຢູ່​ໃນ​ທົ່ວ​ໂລກ ກຳລັງ​ພາກັນ​ຮັກສາ​ເງິນ​ຂອງ​ເຂົາ​ເຈົ້າ​ໄວ້​ໂດຍ​ບໍ່​ໃຊ້​ຈ່າຍ ​ໃດໆ ອີງ​ຕາມ​ຄຳ​ເວົ້າບັນດາ​ຜູ້ນຳ​ການ​ເງິນ ຂອງ​ກຸ່ມ​ G-7 ທີ່ກຳລັງ​ປະ ຊຸມ​ກັນ ໃນ​ຍີ່ປຸ່ນ.

ມີເຫດຜົນ​ຈຳນວນ​ນຶ່ງ​ທີ່​ພາ​ໃຫ້​ຜູ້​ບໍລິ​ໂພ​ກ ​ຢ້ານ​ກົວ​ກ່ຽວ​ກັບ​ການ​ຈັບ​ຈ່າຍ​ເງິນ​ທີ່​ເຂົາ​ເຈົ້າ​ຫາ​ມາ​ໄດ້ດ້ວຍ​ຄວາມ​ຍາກລຳບາກນັ້ນ. ​ແຕ່​ບາງ​ຄົນ​ມີ​ອຳນາດການ​ຊື້ຢູ່​ໃນຂອບ​ເຂດ​ຈຳກັດ ເພາະວ່າ​ງົບປະມານ​ຂອງ​ເຂົາ​ເຈົ້າ​ໄດ້​ມີ​ການ​ປະຕິບັດ​ຢ່າງ ​ເຄັ່ງ​ຄັດ. ອີກ​ຈຳນວນ​ນຶ່ງ​ອາດ​ມີ​ ການ​ທ້ອນ​ຫອມ​ເລັກ​ນ້ອຍ ຫລື​ເລືອກເອົາ​ການ​ທ້ອນ​ຫອມ​ແທນ​ທີ່​ຈະ​ໃຊ້​ຈ່າຍ. ຄວາມ​ລັ່ງ​ເລໃຈ ກ່ຽວ​ກັບນິໄສໃນການໃຊ້​ຈ່າຍ ຂອງ​ເຂົາ​ເຈົ້າ​ ໄດ້​ເປັນ​ຜົນ​ກະທົບ​ຢູ່​ໃນທົ່ວ​ໂລກ.

ບັນດາ​ຜູ້ນຳ​ກຸ່ມການ​ເງິນຂອງ​ກຸ່ມ G-7 ກ່າວ​ວ່າ ການ​ໃຊ້​ຈ່າຍ​ແບບ​ລະມັດລະ ວັງ​ຂອງ​ຜູ້​ ບໍ​ລິ​ໂພ​ກໄດ້​ນຳ​ໄປ​ສູ່​ສະຖານະ​ການ​ທີ່​ລຳບາກ ທາງ​ດ້ານ​ເສດຖະກິດ​ຢູ່​ໃນ​ທົ່ວ​ໂລກ. ບໍລິ ສັດ​ຕ່າງໆ ​ແລະໂຮງຈັກ​ໂຮງງານ​ທັງຫລາຍ​ກຳລັງ​ພາກັນ​ຜະ​ລິດ​ສິນຄ້າ​ອອກ​ມາ ​ແຕ່​ບັນດາ​ຜູ້​ບໍລິ​ໂພ​ກບໍ່​ພາກັນ​ຊື້.

ລັດຖະມົນຕີ​ການ​ເງິນ​ຍີ່​ປຸ່ນ ທ່ານ Taro Aso ກ່າວ​ວ່າ “ບໍ່​ມີ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ​ນັ້ນ​ແມ່ນບັນຫາ​ໃຫຍ່ທີ່ສຸດຢູ່​ໃ​ນ​ທົ່ວ​ໂລກ.

ລັດ​ຖະມົນ​ຕີ​ການ​ເງິນສະຫະລັດ​ທ່ານ Jack Lew ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານຂອງ​ປະ ​ເທດ​ຕ່າງໆ ​ແລະ​ບັນ​ດາ​ທຸລະ​ກິດ ​ໃຊ້​ທຸ​ກ “ນະ​ໂຍບາຍງັດ​ງ້າ​ງ” ທີ່​ມີຢູ່​ ເພື່ອ​ກະຕຸ​ກຊຸກຍູ້ ​ໃຫ້​ມີ​ການ​ເຕີບ​ໂຕ.

ບັນດາ​ລັດຖະບາ​ນສ່ວນ​ໃຫຍ່​ຂອງກຸ່ມ G-7 ເຫັນ​ພ້ອມ​ກັບ​ການ​ໃຊ້​ຈ່າຍ​ຂອງ​ລັດຖະບານ​ ເພື່ອ​ຊ່ວຍ​ສະໜັບສະໜູນ​ການ​ເຕີບ​ໂຕ. ມະຫາອຳນາດ​ທາງເສດ ຖະກິດ​ເຊັ່ນ​ເຢຍຣະມັນ ​ເຖິງ​ຢ່າງ​ໃດ​ກໍ​ດີ ​ແມ່ນ​ຍັງ​ສືບ​ຕໍ່​ຮັກສາ​ທ່າ​ທີ​ແບບ​ນິຍົມ ​ແນວທາງ​ເດີມ​ຢູ່​ກ່ຽວ​ກັບ​ການ​ປະ​ຕິ ​ຮູບທາງ​ດ້ານ​ການ​ເງິນ.

ບັນດາ​ເຈົ້າ​ໜ້າ​ທີ່​ຍັງ​ໄດ້​ເຕືອນເຖິງອັນ​ຕະລາຍ​ທີ່​ຈະ​ຕິດຕາມ​ມາ​ຂອງ “Brexit” ຫລື​ການ​ ຖອນ​ຕົວຂອງ​ອັງກິດອອກ​ຈາກ​ສະຫະພາບ​ຢູ​ໂຣບ. ລັດຖະມົນຕີ​ການ​ເງິນ​ອັງກິດ ທ່ານ George Osborne ກ່າວ​ວ່າ “ທຸກ​ຄົນ​ຢູ່​ທີ່​ນີ້ ​ໃນ​ກຸ່ມ G-7 ​ແມ່ນ​ຈະ​ແຈ້ງ​ ມັນ​ຈະ​ເປັນ​ການ​ ບໍ່​ດີ​ສຳລັບ​ເສດຖະກິດ​ອັງກິດ ຖ້າ​ຫາກ​ພວກ​ເຮົາ​ຖອນ​ຕົວອອກ​ຈາກ​ສະຫະພາບ​ຢູ​ໂຣບ.”

ບັນດາ​ຜູ້ນຳທາງ​ດ້ານ​ການ​ເງິນ​ກຳ​ລັງ​ປະຊຸມ ​ກັນ​ກ່ອນ​ໜ້າກອງ​ປະຊຸມ​ສຸດຍອດ​ທີ່​ຈະ​ຈັດ ​ຂຶ້ນ​ຢູ່​ເມືອງ Ise ​ໃນພາກ​ກາງຂອງປະ​ເທດ​ຍີ່ປຸ່ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Japan G-7 Finance
please wait
Embed

No media source currently available

0:00 0:00:20 0:00

XS
SM
MD
LG