ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຸ່ມ E ແລະ F ​ຍາດເອົາ ບ່ອນເຂົ້າໄປຫລິ້ນ ໃນຮອບ 2 ຂອງການແຂ່ງຂັນ ເຕະບານໂລກ (ສະໄລດ໌/ວີດີໂອ)


ນັກກິລາເຕະບານ ອູຣຸໄກວ Luis Suarez (ຂວາ) ເອົາມືຈັບແຂ້ວ ຂອງລາວ ຫລັງຈາກແລ່ນຕຳບ່າ Giorgio Chiellini ນັກກິລາ ອີຕາລີ
ນັກກິລາເຕະບານ ອູຣຸໄກວ Luis Suarez (ຂວາ) ເອົາມືຈັບແຂ້ວ ຂອງລາວ ຫລັງຈາກແລ່ນຕຳບ່າ Giorgio Chiellini ນັກກິລາ ອີຕາລີ

ການ​ແຂ່ງຂັນເຕະບານ​ໂລກ ທີ່​ປະ​ເທດບຣາຊິ​ລ ໃກ້ຈະ​ສີ້​ນສຸດ
ການຄັດເລືອກເອົາ 16 ທີມ​ໃນ​ວັນ​ພຸດ​ມື້​ນີ້​ໃນ​ຂະນະ​ທີ່ທີມຂອງ
ປະເທດຕ່າງໆ ຢູ່ໃນ​ກຸ່ມ E ​ແລະ F ຕໍ່ສູ້​ກັນ​ເອົາບ່ອນ ໃນອັນ​ທີ່​
ຮ້ອງ​ວ່າ ຮອບ​ເສຍໄຊ ແລະຖືກຕັດອອກ.

ຈຸດ​ສຳຄັນ​ ຂອງ​ການ​ແຂ່ງຂັນ​ ໃນ​ກຸ່​ມ F ແມ່ນອາເຈັນຕີ​ນາ ຊຶ່ງ
ເປັນຜູ້ນຳໃນສາຍຈະ​ລົງສະໜາມສູ້​ກັບໄນ​ຈີ​ເຣຍຊຶ່ງເປັນ​ທີສອງ
ໃນສາຍ ທີ່​ເດີ່ນ ໃນເມືອງ Porto Alegre.

ຖ້າມີການສະ​ເໝີ​ກັນ​ໝາຍ​ຄວາມ​ວ່າ ທັງ​ສອງ​ທີ​ມຈະໄດ້ເຂົ້າໄປ
ຫລິ້ນໃນຮອບ​ໜ້າ ​ແຕ່​ຖ້າ​ອາ​ເຈັນ​ຕີ​ນາ ຊະນະນັ້ນ ​ຈະ​ເປີດ​ປະຕູ
​ໃຫ້​ແກ່ອີຣ່ານໄລ່ທັນ​ໄນ​ຈີ​ເຣຍ ​ໂດຍ​ການເອົາ​ຊະນະ ບອສ​ເນຍ​ເຮີ​ເຊ​ໂກ​ວີນາ.

World Cup Fans Flock to Christ the Redeemer Statue
please wait

No media source currently available

0:00 0:01:56 0:00

ຢູ່​ໃນ​ກຸ່ມ E ຝຣັ່ງ ແມ່ນເປັນທີນຶ່ງໃນສາຍ​ ໂດຍໄດ້ຫົກ​ຄະ​ແນນ ​ແຕ່​ຍັງຄຳ້ປະ ກັນ​ບໍ່​ໄດ້​ເທຶ່ອວ່າ ​ຈະ​ໄດ້​ເຂົ້າໄປຫລິ້ນ​ໃນ​ຮອບ​ຕໍ່​ໄປ ​ໃນ​ຂະນະຝຣັ່ງ​ທີ່​ປະ​ເຊີນ​ໜ້າ​ກັບ​ເອກົວ​ດໍ ທີ່​ເດີ່ນໃນນະຄອນ Rio de Janeiro.

​ການໄດ້ຮັບໄຊຊະນະຢ່າງ​ໃຫຍ່​ໂດຍ​ ເອກົວ​ດໍ ​ແລະການໄດ້​ໄຊຊະນະຢ່າງໃຫຍ່ ໂດຍສະ​ວິສເຊີ​ແລນ ​ຕໍ່ ຮອນ​ດູຣາສ ທີ່​ບໍ່​ໄດ້​ຊະນະ​ເລີຍນັ້ນ ອາດ​ຈະ​ສົ່ງ ຝຣັ່ງ ກັບເມືອ​ບ້ານກໍໄດ້.

ສຳລັບກຸ່ມ G ​ແລະ​ກຸ່ມ H ​ຈະທຳ​ການ​ແຂ່ງຂັນ​ຮອບ​ສຸດ​ທ້າຍ​ຂອງ​ເຂົາ​ເຈົ້າໃນ ວັນພະຫັດ
ມື້ອື່ນ.

ກຣິສ ​ໄດ້​ມີສິດເຂົ້າໄປຫລິ້ນ​ໃນ​ຮອບ​ສອງເປັນ​ເທຶ່ອທຳ​ອິດ ​ໃນ​ວັນ​ອັງຄານວານນີ້ ​ໃນ​ຂະນະ​ທີ່ທ້າວ Giorgios Samaras ເຕະລູກໂທດ ​ນຶ່ງ​ນາທີ​ກ່ອນ​ໝົດ​ເວລາ ​ເຮັດ​ໃຫ້ ກຣິສ ຊະນະໄອ​ວໍຣີ​ໂຄສ ​2 ປະຕູ​ຕໍ່ 1.

​ໂຄ​ລອມເບຍ ໃນ​ວັນ​ອັງຄານວານນີ້ ​ໄດ້​ກຳຈັດຍີ່ປຸ່ນ 4 ປະຕູ​ຕໍ່ 1 ທີ່​ເດີ່ນເມືອງ Cuiaba ​ເຮັດ ໃຫ້ໂຄ​ລອມເບຍ ໄດ້ທີ​ນຶ່ງ​ໃນ​ກຸ່ມ C ໂດຍໄດ້​ເກົ້າ​ຄະ​ແນນ​ຕິດ​ຕາມ​ ​ດ້ວຍກຣິສ ໄດ້​ສີ່​ ຄະ​ແນນ ​ໄອ​ວໍຣີໂຄສສາມ​ຄະ​ແນນ​ແລະຍີ່​ປຸ່ນນຶ່ງ​ຄະ​ແນນ. ມາຈົນຮອດວັນອັງຄານວານນີ້​ ກຣິສ ຍັງບໍ່​ສາມາດ​ເຮັດ​ຄະ​ແນນໃນ​ການ​ແຂ່ງຂັນ​ເຕະບານ​ໂລກໃນ​ປີ​ນີ້ໄດ້ເທື່ອ.

CN-Fans in Rio Favela Celebrate Brazil World Cup Qualification
please wait

No media source currently available

0:00 0:02:35 0:00

ອູຣຸ​ໄກວ ກໍມີສິດກ້າວເຂົ້າໄປຫຼິ້ນໃນ​ຮອບ​ 16 ທີມ​ໃນ​ວັນ​ອັງຄານວານນີ້ ​ໂດຍ​ໄດ້ປັດ​ເຂ່ຍ​ອີ່ຕາ​ລີ ຊຶ່ງ​ເປັນ​ແຊມ​ສີ່​ສະໄໝ​ອອກຈາກການແຂ່ງຂັນ ດ້ວຍຄະແນນ 1 ປະຕູ​ຕໍ່ 0 ທີ່​ເດີ່ນເມືອງ Natal.

ການ​ແຂ່ງຂັນ​ໄດ້​ເຮັດ​ໃຫ້​ບໍ່​ເປັນຕາ​ເບິ່ງກ່ຽວກັບເລື່ອງນອງນັນ ​ໃນ​ຂະນະ​ທີ່​ໂທ ລະພາບ ສາຍ​ກັບ​ຄືນ​ໃຫ້​ເຫັນນັກ​ກິລາ ອູ​ຣຸ​ໄກວ ທ້າວ Luis Suarez ປາກົດ​ວ່າ​ໄດ້ກັດບ່າ​ທ້າວ Giorgio Chiellini ນັກ​ກິລາອີ​ຕາ​ລີ​. ອົງການຄຸ້ມຄອງ​ເຕະ ບານໂລກ ຫຼື FIFA ​ໄດ້​ເລີ້ມດຳ​ເນີນ​ການ ເພື່ອ​ລົງ​ໂທດ​ຕໍ່ທ້າວ Suarez ຜູ້​ທີ່​ໄດ້​ຖືກສັ່ງໃຫ້ຢຸດຫຼິ້ນສອງ​ເທຶ່ອມາ​ກ່ອນ​ແລ້ວ ຍ້ອນ​ການ​ກັດ​ຂູ່​ແຂ່ງຂັນ.

​ສ່ວນການ​ແຂ່ງຂັນ​ຂອງກຸ່ມ D ໃນ​ວັນ​ອັງຄານວານນີ້ ຄອສຕາຣິກາ ແລະ​ອັງກິດ ​ໄດ້​ຄະ​ແນນ ສະ​ເໝີກັນ ໂດຍທີ່ບໍ່ມີຝ່າຍໃດສາມາດຍິງປະຕູກັນໄດ້ ທີ່​ເດີ່ນເມືອງ Belo Horizonte.

ຄອສຕາຣິກາ ​ແມ່ນໄດ້ຄະແນນເປັນທີນຶ່ງໃນສາຍແລ້ວ ຫຼັງ​ ຈາກ​ໄດ້​ຊະນະອູຣຸ​ໄກວ ​ແລະ​ອີ​ຕາ​ລີຢ່າງບໍ່ຄາດຝັນ.

XS
SM
MD
LG