ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫວຽດນາມ ຫັນຫາ ລົດໄຟ ໃຕ້ດິນ ເພື່ອຫຼຸດຜ່ອນ ການໃຊ້ ລົດຈັກ


ປ້າຍໂຄສະນາການກໍ່ສ້າງທີ່ສະຖານີລົດໄຟໃຕ້ດິນໃນອະນາຄົດ ທີ່ເມືອງ ໂຮຈີມິ່ງ. (Lien Hoang for VOA News)
ປ້າຍໂຄສະນາການກໍ່ສ້າງທີ່ສະຖານີລົດໄຟໃຕ້ດິນໃນອະນາຄົດ ທີ່ເມືອງ ໂຮຈີມິ່ງ. (Lien Hoang for VOA News)

ດ້ວຍຕຶກ​ອາຄານ​ສູງ​ ​ແລະ ຮ້ານ​ຂາຍ​ເຄື່ອງ supermarket ​ໃໝ່ ຂອງ ຫວຽດນາມ ​ແມ່ນ​ການຫຍັບເຂົ້າໃກ້ເປົ້າໝາຍຂອງທາງ ການ​ໃນ​ການຫັນເປັນ​ປະ​ເທດ​ທີ່​ທັນ​ສະ​ໄໝ. ​ແຕ່​ວ່າ​ຍັງ​ຂາດ​ການ​ຄົມມະ​ນາ​ຄົມ​ຂົນ​ສົ່ງ​ປະ​ເພດ​ໜຶ່ງ ທີ່​ຫຼາຍ​ປະ​ເທດໃນໂລກ​ຖື​ເປັນ​ທີ່​ຍອມຮັບ​ນັ້ນ​ ກໍ​ແມ່ນ​ລະບົບ​ລົດ​ໄຟ​ໃຕ້​ດິນ.

ຫຼາຍ​ຈາກ​ການ​ຊັກຊ້າ ​ແລະ ການ​ໂຕ້​ວາທີ​ກັນ​, ຕອນ​ນີ້ ຫວຽດນາມ ​ເບິ່ງ​ຄື​ວ່າຈະ​ມີ​ຄຳ​ໝັ້ນ​ສັນ​ກັບ​ການ​ສ້າງ​ລົດ​ໄຟ​ໃຕ້​ດິນ, ດ້ວຍ​ການ​ກໍ່​ສ້າງ​ທີ່​ກຳລັງ​ດຳ​ເນີນ​ຢູ່​ໃນ​ນະຄອນຫຼວງ ຮ່າໂນ​ຍ ​ແລະ ​ໂຮຈີ​ມິນ. ນອກ​ເໜືອໄປຈາກການປະຕິບັດງານຢ່າງມີ​ປະສິດທິຜົນ ແລະ ປະສິດທິພາບຢ່າງ​ເຫັນ​ໄດ້​ຊັດແລ້ວ, ມັນ​ມີ​ຄວາມ​ຮູ້ສຶກ​ຄື​ວ່າ, ໃນ​ເມື່ອ​ລົ​ດ​ໄຟ​ໃຕ້​ດິນ​ພວກນີ້​ “ໄດ້​ມາ​ຮອດ” ​ໃນ​ທີ່​ສຸດ ຫວຽດນາມ​ ກໍ​ຈະ ເປັນ​ເຊັ່ນ​ດຽວ​ກັນ.

ທ່ານ Vu Thi hang Hanh ​ຮອງ​ຫົວໜ້າ​ພາກ​ວິຊາ ສະຖາ​ປັດ ຕະຍາ​ກຳ ມະຫາວິ​ທະຍາ​ໄລ ​ແຫ່ງ​ສະຖາປັດຕະຍາ​ກຳ ໂຮ​ຈິ​ມິນໄດ້​ກ່າວ​ວ່າ “​ເພາະວ່າ​ພວກ​ເຮົາ​ເປັນ​ປະ​ເທດ​ກຳລັງ​ພັດທະນາ, ພວ​ກ​ເຮົາ​ຢາກ​ຈະ​ບັນລຸໃນ​ສິ່ງ​ທີ່​ພວກ​ເຮົາ​ຄິດ​ວ່າ​ປະ​ເທດ​ທີ່ພັດທະນາ ແລ້ວ​ຄວນ​ຈະ​ມີ.”

ທ່ານ Hanh ​ແມ່ນ​ທີ່​ປຶກສາ​ສຳລັບ​ລັດຖະບານ​ເມືອງ, ​ເຮັດ​ວຽກ​ກ່ຽວ​ກັບ​ການ​ອອກ​ແບບ​ເຂດ​ຕົວ​ເມືອງ​ອ້ອມ​ຮອບ​ສະຖານີ​ລົດໄຟ​ໃຕ້​ດິນ. ທ່ານ​ນາງ ​ເປັນຫ່ວງ​ກ່ຽວກັບ​ຜະ​ປະໂຫຍ​ດ​ໃນ​ທາງ​ປະຕິບັດ, ​ແຕ່​ກ່າວ​ວ່າ ຄົນ​ ຫວຽດນາມ ​ເຫັນ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫຼວງ ​ດັ່ງ​ກັບ​ສັນຍານ​ຄວາມ​ກ້າວ​ໜ້າ​ທີ່​ທັນ​ສະ​ໄໝ. ປະ​ເທດ​ເອ​ເຊຍ ຕາ​ເວັນ​ອອກສຽງ​ໃຕ້​ໄດ້​ບັນລຸ​ພົ້ນ​ຈາກ​ປະ​ເທດ​ລາຍ​ໄດ້​ຕ່ຳ ຫາ ປານ​ກາງ​ໃນ​ປີ 2009, ໃນ​ປະ​ຈຸ​ບັນມີ​ອັດ​ຕາລາ​ຍ​ໄດ້​ຕໍ່​ຫົວ​ຄົນ​ 2000 ​ໂດລາຕໍ່​ປີ.

XS
SM
MD
LG