ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

​ເຫດລະ​ເບີດ​ ໃນບາຣ໌ແຫ່ງ​ນຶ່ງ​ ທີ່ມາ​ເລ​ເຊຍ ເຮັດໃຫ້ມີ 8 ຄົນ ​​ໄດ້​ຮັບ​ບາດ​ເຈັບ


ບາຣ໌ Movida ຫຼັງຈາກທີ່ເກີດເຫດລະເບີດ ທີ່ Puchong, ຂ້າງນອກ Kuala Lumpur, Malaysia, 28, ມິຖຸນາ 2016.
ບາຣ໌ Movida ຫຼັງຈາກທີ່ເກີດເຫດລະເບີດ ທີ່ Puchong, ຂ້າງນອກ Kuala Lumpur, Malaysia, 28, ມິຖຸນາ 2016.

​ມີ 8 ຄົນ ໄດ້​ຮັບ​ບາດ​ເຈັບ ​ເວລາ​ມີ​ການ​ແກວ່ງ​ລະ​ເບີດມືເຂົ້າ​ໃສ່​ບາຣ໌ແຫ່ງ​ນຶ່ງ​ໃນມາ​ເລ​ ເຊຍໃນ​ຕອນເຊົ້າ​ມືດ​ຂອງ​ວັນ​ອັງຄານ​ມື້​ນີ້ ​ໃນ​ຂະນະ​ທີ່ພວກ​ລູກຄ້າແລະແຂກ​ຄົນຍັງ​ພາ ກັນ​ບໍ່ທັນ​ຫລັບ​ນອນ ຍ້ອນເບິ່ງ​ການ​ແຂ່ງຂັນ​ເຕະບານ Euro 2016 ຢູ່​ນັ້ນ.

ຕຳຫຼວດ​ຍັງ​ບໍ່​ໄດ້ລົງ​ຄວາມ​ເຫັນໃດໆ​ເທື່ອ ກ່ຽວ​ກັບ​ສາ​ເຫດ​ທີ່​ພາ​ໃຫ້ເກີດການລະ​ເບີດ ​ໃນ​ຄັ້ງ​ນີ້ ພວກ​ເຂົາ​ເຈົ້າ​ບໍ່​ໄດ້​ປະ​ຕິ​ເສດເຖິງ​ຄວາມ​ເປັນ​ໄປ​ໄດ້ໃນການ​ກໍ່​ການ​ຮ້າຍ​ແຕ່ກໍ​ ສະ​ແດງ​ໃຫ້​ເຫັນ​ວ່າ ນີ້​ແມ່ນ​ຜົນຂອງ​ການຜິດຂ້ອງຕ້ອງຖຽງ​ທາງ​ການດ້ານ​ຄ້າ​ເທົ່າ​ນັ້ນ.

“ພວກ​ເຮົາ​ກຳລັງ​ທຳ​ການ​ສືບສວນ​ສອບ​ສວນ​ ກ່ຽວ​ກັບ​ວ່າ​ແມ່ນ​ຜູ້​ໃດ​ແທ້​ທີ່​ສົງ​ໄສຢູ່​ນັ້ນ, ແຕ່​ວ່າ ສາ​ເຫດ​ຂອງ​ເຫດການ​ໃນ​ຄັ້ງ​ນີ້ ອາດ​ຈະ​ມາ​ຈາກ​ການ​ບາດ​ໜາ​ງທາງ​ທຸລະ​ກິດ ຫຼື​ບໍ່ ກໍ​ການ​ແກ້​ແຄ້ນ ນຶ່ງຫຼືຫຼາຍໆ​ຄົນ ​ໃນ​ພວກ​ເຄາະ​ຮ້າຍ​ນັ້ນອາດ​ຈະ​ເປັນ​ເປົ້າ​ໝາຍ ກໍເປັນ​ໄດ້,” ​ນັ້ນ​ແມ່ນ​ຄຳ​ຖະ​ແຫຼ​ງຂອງ​ທ່ານ Abdul Rahim Jaafar ຮອງ​ຜູ້​ບັນຊາ​ການ ​ຕຳ​ຫຼວດ ​ໃນ​ລັດ Selangor.

ທ່ານ Rahim ​ໃຫ້ກາ​ນຢືນ​ຢັນວ່າ ​ເຫດລະ​ເບີດ​ຄັ້ງ​ນີ້ ​ແມ່ນ​ມາ​ຈາກລະ​ເບີດ​ມື.

ພະນັກງານ​ຂອງ​ບາຣ໌ ທີ່​ເມືອງ Puchong ຊຶ່ງ​ເປັນ​ເມືອງ​ທີ່​ຕັ້ງຢູ່​ໃນ​ເຂດ​ຊານເມືອງຂອງ
ນະຄອນ​ຫຼວງ Kuala Lumpur ​ໄດ້​ກ່າວ​ວ່າ ພວກລູກຄ້າປະມານ 20 ຄົນກຳລັງພາກັນ​ເບິ່ງການ​ແຂ່ງຂັນ​ເຕະບານຮອບ16 ທີ​ມ ລະຫວ່າງ Italy ​ແລະ Spain ​ໃນ​ຂະນະ​ທີ່​ລະ​ ເບດ​ໄດ້​ແຕກ​ຂຶ້ນ​ນັ້ນ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG