ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກຮ້ອງເພງຣັອກ ອາເມຣິກັນ ທ່ານ Gregg Allman ໄດ້ເຖິງແກ່ມໍລະນະກຳ ມີອາຍຸໄດ້ 69 ປີ


ທ່ານ Gregg Allman ຮ້ອງເພງໃນງານມອບລາງວັນສະມາຄົມ
ເພງ ອາເມຣິກັນ ໃນນະຄອນ ແນສວິລ, ລັດ ເທັນເນັສຊີ. 13 ຕຸລາ, 2011.
ທ່ານ Gregg Allman ຮ້ອງເພງໃນງານມອບລາງວັນສະມາຄົມ ເພງ ອາເມຣິກັນ ໃນນະຄອນ ແນສວິລ, ລັດ ເທັນເນັສຊີ. 13 ຕຸລາ, 2011.

ນັກຮ້ອງເພງຣັອກທີ່ມີຊື່ສຽງຂອງ ອາເມຣິກາ ທ່ານ Gregg Allman ໄດ້ເຖິງແກ່ມໍ
ລະນະກຳແລ້ວ ໃນເມືອງ Savannah ລັດ Georgia ມີອາຍຸໄດ້ 69 ປີ, ອີງຕາມ
ການກ່າວຂອງຄອບຄົວຂອງລາວ.

ທ່ານ Allman, ຜູ້ທີ່ຫຼິ້ນກິຕ້າດ້ວຍຈັງຫວະໜັກ ແລະ ສຽງຮ້ອງເພງຂອງລາວ ທີ່ໄດ້
ກາຍເປັນຕົວແທນຂອງເພງຣັອກປະເພດລູກທົ່ງ ແລະ ຈັງຫວະໜັກ, ໄດ້ມີສຸຂະພາບ
ບໍ່ດີ. ລາວໄດ້ປະກາດໃນເດືອນມີນາປີ 2017 ນີ້ວ່າ ເພິ່ນໄດ້ຍົກເລີກການສະແດງທັງ ໝົດສຳລັບປີນີ້.

ຄອບຄົວຂອງລາວໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ ທ່ານ Allman ໄດ້ “ເສຍ ຊີວິດຢ່າງສະຫງົບ” ໃນເຮືອນຂອງລາວ ໃກ້ກັບຊາຍຝັ່ງທາງພາກຕາເວັນອອກສຽງ
ໃຕ້ຂອງ ສະຫະລັດ ໃນວັນເສົາວານນີ້.

ນັກດົນຕີທີ່ເກີດໃນນະຄອນ Nashville, ລັດ Tennessee ຄົນນີ້ເປັນທີ່ຮູ້ຈັກກັນດີ
ຍ້ອນຜົມຍາວສີທອງຂອງລາວ ໄດ້ເລີ່ມຫຼິ້ນດົນຕີກັບອ້າຍຂອງລາວ ທ່ານ Duane, ໃນເວລາທີ່ຍັງເປັນໄວລຸ້ນ. ທ່ານໄດ້ກ່າວວ່າເດັກຊາຍທັງສອງທີ່ມີອາຍຸໃກ້ຄຽງກັນນັ້ນ, ທຳອິດໄດ້ປ່ຽນກັນຫຼິ້ນກິຕ້າທີ່ຊື້ມາຈາກຮ້ານ Sears.

ຫຼັງຈາກຫຼາຍປີທີ່ໄດ້ຫຼິ້ນກິຕ້ານຳກັນໃນກຸ່ມນັກດົນຕີຫຼາຍວົງແລ້ວ, ວົງດົນດີອ້າຍນ້ອງ
Allman ທີ່ຖືກຕັ້ງຂຶ້ນມາເອງຫາກໍເລີ່ມບັນລຸຄວາມສຳເລັດໃນວົງການເພງໃນປີ 1971 ເມື່ອອ້າຍຂອງລາວທ່ານ Duane ໄດ້ເສຍຊີວິດຈາກອຸບັດຕິເຫດລົດຈັກຕຳກັນເວລາ
ອາຍຸໄດ້ 24 ປີ.

ທ່ານ Gregg Allman ໄດ້ສືບຕໍ່ຮ້ອງເພງກັບວົງອ້າຍນ້ອງ Allman ເປັນເວລາຫຼາຍ
ທົດສະວັດຫຼັງຈາກເຫດການນັ້ນ, ວົງຂອງລາວໄດ້ອອກເພງຣັອກຈັງຫວະໜັກທີ່ມີຊື່
ສຽງ ຄືເພງ “Whipping Post,” “Ramblin’ Man” ແລະ ເພງ “Midnight Rider,” ມັນໄດ້ມີອິດທິພົນຕໍ່ນັກຂຽນເພງທີ່ມີດົນຕີຈັງຫວະໜັກນັບຫຼາຍຄົນ ຜູ້ທີ່ມີຊື່ສຽງຂຶ້ນມາ
ຕາມຫຼັງ.

ໃນປີ 1995, ວົງຂອງລາວ ໄດ້ຖືກນຳເຂົ້າຫໍກຽດຕິຍົດຂອງເພງ Rock and Roll. ແລະ ລາວກໍໄດ້ຊະນະລາງວັນ Grammy ສຳລັບສຽງດົນຕີເພງ “Jessica” ໃນປີຕໍ່ມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG