ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນງານກຣີສ ນັດຢຸດງານ ທົ່ວປະເທດ ເປັນເວລາ 24 ຊົ່ວໂມງ (ວີດີໂອກັບສະໄລດ໌)


ພວກປະທ້ວງຊາວກຣີສ ຢູ່ຕໍ່ໜ້າຕຶກລັດຖະສະພາ ທີ່ນະຄອນຫຼວງ
Athen ຂອງປະເທດກຣີສ
ພວກປະທ້ວງຊາວກຣີສ ຢູ່ຕໍ່ໜ້າຕຶກລັດຖະສະພາ ທີ່ນະຄອນຫຼວງ Athen ຂອງປະເທດກຣີສ
ພວກ​ຄົນ​ງານ​ໃນ​ປະ​ເທດ​ກຣີສ ກໍາລັງ​ພາກັນ​ນັດ​ຢຸດ​ງານທົ່ວ​ປະ​ເທດ​ເປັນ​ເວລາ 24 ຊົ່ວ​ໂມງ ​ເພື່ອ​ປະ​ທ້ວງ​ມາດ​ຕະການ​ປະຢັດ​ມັດທະ​ຍັດ​ຮອບລ່າ ສຸດ ຊຶ່ງ​ເປັນ​ການ​ດຳ​ເນີນ​ການເທື່ອ​ທໍາ​ອິດນັບ​ຕັ້ງ​ແຕ່​ລັດຖະບານ​ຜະສົມ​ເຂົ້າ ມາບໍລິຫານ​ປະ​ເທດ​ເມື່ອ​ເດືອນ​ມິຖຸນາ​ຜ່ານ​ມາ.

ຄົນ​ງານຫຼາຍພັນ​ຄົນ ​ໄດ້​ພາກັນ​ບໍ່​ໄປ​ເຮັດ​ວຽກ ​ເມື່ອ​ວັນ​ພຸດ​ມື້​ນີ້ ຊຶ່ງ​ເຮັດ​ໃຫ້ ໂຮງຮຽນຕ້ອງ​ໄດ້​ປິດລົງ ​ຖ້ຽວ​ບິນ​ຕ່າງໆຖືກຍົກ​ເລີກ ​ຕະຫຼອດທັງ​ຮ້ານ​ຄ້າ​ແລະການບໍລິການ​ທົ່ວ​ປະ​ເທດກໍ​ພາກັນ​ອັດ​ກິດຈະການ.

ມີ​ການ​ສົ່ງ​ຕໍາຫຼວດອອກ​ໄປ​ປະຕິບັດ​ໜ້າ​ທີ່​ທົ່ວ​ນະຄອນຫຼວງ Athens ຂອງ​ກຣີສ ​ເພື່ອ​ປ້ອງ​ກັນບໍ່​ໃຫ້​ມີ​ການກໍ່​ຄວາມ​ບໍ່​ສະຫງົບທີ່​ອາດ​ເປັນ​ໄປໄດ້ ​ໃນ ຂະນະ​ທີ່​ພວກປະ​ທ້ວງ ​ໄດ້​ພາກັນ​ເດີນ​ຂະ​ບວນ​ໃນ​ຕອນ​ບ່າຍມື້ນີ້​ໄປ​ຍັງ​ລັດ ຖະສະພາ.

ກຣີສຕ້ອງ​ໄດ້ຕັດ​ຄ່າ​ໃຊ້​ຈ່າຍ​ລົງ​ໃຫ້​ໄດ້ 15 ພັນ​ລ້ານ​ໂດ​ລາ​ໃນ​ໄລຍະສອງ​ປີ​ຕໍ່ໜ້າ ​ເພື່ອ​ຈະ​ໄດ້​ເງິນ​ກູ້​ຢືມ​ຮອບ​ໃໝ່​ຂອງ​ນາໆ​ຊາດ.

ການ​ຕັດ​ຄ່າ​ໃຊ້​ຈ່າຍ​ສ່ວນ​ໃຫຍ່ ​ແມ່ນ​ຄາດ​ວ່າ ​ຈະ​ເປັນ​ການ​ຕັດ​ເງິນ​ເດືອນ ​ເງິນ​ບໍານານ ​ແລະ​ສະ​ວັດ​ດີກາ​ນສົງ​ເຄາະ.

XS
SM
MD
LG