ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາປະເທດ ໃຊ້ເງິນຢູໂຣ ພົບປະກັນ ເພື່ອຫາລື ກ່ຽວກັບ ຂໍ້ສະເໜີຫຼ້າສຸດ ຂອງກຣີສ


Greece
please wait
Embed

No media source currently available

0:00 0:01:52 0:00

ບັນດາລັດຖະມົນຕີການເງິນຂອງເຂດໃຊ້ເງິນຢູໂຣ ປະຊຸມກັນ
ໃນວັນເສົາມື້ນີ້ ເພື່ອທົບທວນເບິ່ງ ແຜນການປະຕິຮູບເສດຖະ
ກິດສະບັບຫຼ້າສຸດຂອງກຣີສທີ່ແນໃສ່ເພື່ອໃຫ້ໄດ້ຮັບເງິນຊ່ອຍ
ເຫລືອກອບກູ້ເສດຖະກິດກ້ອນໃໝ່ທີ່ມີຄວາມຕ້ອງການເປັນທີ່
ສຸດຈາກສະຫະພາບຢູໂຣບນັ້ນ.

ບໍ່ມີການຄ້ຳປະກັນໃດໆເລີຍວ່າ ພວກເຈົ້າໜ້າທີ່ສະຫະພາບ
ຢູໂຣບ ຈະຮັບເອົາຂໍ້ຕົກລົງດັ່ງກ່າວ.

ສະພາແຫ່ງຊາດຂອງກຣີສໄດ້ໃຫ້ການອະນຸມັດ ຕໍ່ຂໍ້ສະເໜີ
ສະບັບໃໝ່ ຂອງລັດຖະບານເອເທັນ ໃນຕອນເຊົ້າຂອງວັນ
ເສົາມື້ນີ້. ສະມາຊິກສະພາແຫ່ງຊາດກຣີສໄດ້ປະຊຸມກັນຈົນກາຍທ່ຽງຄືນວັນສຸກຫຼັງຈາກ ໄດ້ຮັບຟັງ ການຮ້ອງຮຽນເປັນການສ່ວນໂຕຂອງນາຍົກລັດຖະມົນຕີ Alexis Tsipras.

ທ່ານໄດ້ກ່າວຕໍ່ສະພາແຫ່ງຊາດວ່າ ທ່ານຫວັງວ່າກຣີສແມ່ນພວມຢູ່ໃນຊ່ວງສຸດທ້າຍຂອງ ການຕໍ່ສູ້ກັບຄວາມຫຍຸ້ງຍາກຕ່າງໆ. ທ່ານໄດ້ປຽບທຽບໄລຍະຫຼາຍໆເດືອນທີ່ຜ່ານມາໃນ ການເຈລະຈາຢ່າງຂຸ້ນຂ້ຽວກັບສະຫະພາບຢູໂຣບວ່າ ເປັນສົງຄາມທີ່ລັດຖະບານທ່ານໄດ້ ທຳການຕໍ່ສູ້ເພື່ອສິດທິຂອງປະຊາຊົນຊາວກຣີສ.

ທ່ານ Tsipras ທຳນາຍວ່າ “ພວກເຮົາຈະສາມາດຜ່ານຜ່າໄປໄດ້. ພວກເຮົາຈະເຮັດໄດ້ບໍ່ ພຽງແຕ່ຢູ່ໃນຢູໂຣບເທົ່ານັ້ນແຕ່ຍັງຈະດຳລົງຊີວິດແບບເປັນພາຄີທີ່ເທົ່າທຽມກັນແລະຢ່າງ ພາກພູມໃຈ ຊອກຫາສິດທິຂອງພວກເຮົາໃນຢູໂຣບ ແລະເປີດກວ້າງເສັ້ນທາງ ໃຫ້ແກ່ປະ ເທດອື່ນໆໃນຢູໂຣບນຳດ້ວຍ.”

ຂໍ້ສະເໜີສະບັບໃໝ່ຂອງກຣີສ ແມ່ນຮວມທັງ ການຕັດເບ້ຍບຳນານລົງຕື່ມ ແລະຂຶ້ນພາສີ ຊຶ່ງເປັນຂໍ້ຮຽກຮ້ອງທີ່ບັນດາລັດຖະມົນຕີການເງິນຂອງສະຫະພາບຢູໂຣບ ຢາກໃຫ້ກຣີສ ກະທຳ ແລະບັນດາຜູ້ມີສິດປ່ອນບັດໄດ້ປະຕິເສດໄປແລ້ວໃນການລົງປະຊາມະຕິເມື່ອວັນ ອາທິດຜ່ານມາ.

ຂໍ້ສະເໜີດັ່ງກ່າວ ຍັງຮວມທັງການຢືນຢັດຂອງກຣີສໃຫ້ມີການປ່ຽນໂຄງສ້າງໃໝ່ກ່ຽວກັບ ເລື້ອງໜີ້ສິນໂດຍອົງການກອງທຶນສາກົນ IMF.

ກຣີສ ໄດ້ຮ້ອງຂໍໃຫ້ສະຫະພາບຢູໂຣບຊ່ອຍເຫລືອ 60 ພັນລ້ານໂດລາ ທີ່ແບ່ງອອກເປັນ
ໄລຍະສາມປີ.

ພວກຜູ້ນຳທັງໝົດ 28 ປະເທດຂອງສະຫະພາບຢູໂຣບຈະພົບປະໃນກອງປະຊຸມສຸກເສີນ ສຸດຍອດ ໃນວັນອາທິດມື້ອື່ນນີ້ ເພື່ອຕັດສິນໃຈວ່າ ຈະຮັບເອົາ ຂໍ້ສະເໜີປະຕິຮູບເສດຖະ ກິດຂອງກຣີສຫລືບໍ່.

Greeks Fear Bailout Deal Could Threaten Tourism Lifeblood
please wait

No media source currently available

0:00 0:02:27 0:00

XS
SM
MD
LG