ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພັກ ຊີຣິຊາ ນິຍົມຝ່າຍຊ້າຍ ໄດ້ຮັບໄຊຊະນະ ໃນການ ເລືອກຕັ້ງ ແຫ່ງຊາດຂອງ ກຣິສ


ບັນດາຜູ້ສະໜັບສະໜູນພັກ ຝ່າຍຊ້າຍ ຊີຣິຊາ ສະແດງປະຕິກິລິຍາໃນຂະນະທີ່ພວກເຂົາເບິ່ງຜົນການເລືອກຕັ້ງຢູ່ທີ່ສູນການເລືອກຕັ້ງໃຫຍ່ໃນນະຄອນຫຼວງ ເອເທັນ. 20 ກັນຍາ, 2015.
ບັນດາຜູ້ສະໜັບສະໜູນພັກ ຝ່າຍຊ້າຍ ຊີຣິຊາ ສະແດງປະຕິກິລິຍາໃນຂະນະທີ່ພວກເຂົາເບິ່ງຜົນການເລືອກຕັ້ງຢູ່ທີ່ສູນການເລືອກຕັ້ງໃຫຍ່ໃນນະຄອນຫຼວງ ເອເທັນ. 20 ກັນຍາ, 2015.

ນາຍົກລັດຖະ​ມົນ​ຕີ ນິຍົມຝ່າຍ​ຊ້າຍ​ຂອງ ກຣິສ ທ່ານ Alexis Tsipras ​ໄດ້​ຮັບໄຊ​ຊະນະ​ໃນ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ທີ່ຈັດ​ຂຶ້ນ​ໃນ​ວັນ​ອາທິດ​ວານ​ນີ້, ກ່າວ​ວ່າ​ທ່ານ​ຈະ​ເລັ່ງ​ຕັ້ງ​ລັດຖະບານ​ຮ່ວມ​ເພື່ອ​ປະຕິບັດ​ມາດ​ຕະການ​ປະຢັດ​ມັດ​ຖະຍັດ ທີ່​ໄດ້​ຖືກ​ຮຽກຮ້ອງ​ໂດຍ​ຜູ້​ໃຫ້​ກູ້​ຢືມ​ເງິນ ຢູ​ໂຣບ ​ໃນ​ການແລກປ່ຽນ​ກັບ​ກາ​ນຊ່ວຍ​ກອບ​ກູ້​ເສດ​ຖະກິດ​ຫຼາຍ​ຕື້​ໂດ​ລານັ້ນ.

ທ່ານ Tsipras ​ໄດ້​ກ່າວ​ຕໍ່​ກຸ່ມ​ຄົນ​ທີ່​ຮ້ອງ​ເຊຍ​ທ່ານ​ ໃນ​ກາງ​ນະຄອນຫຼວງ Athen ຕອນ​ແລງ​ຂອງ​ວັນ​ອາທິດ​ວານ​ນີ້, ພຽງ​ໜຶ່ງ​ຊົ່ວ​ໂມງຫຼັງ​ຈາກ​ບັນດາ​ຜູ້​ລົງ​ຄະ​ແນນ​ສຽງ​ໄດ້​ປະຕິ​ເສດ​ການສະ​ເໜີ​ຊື່​ໂດຍ​ພັກ​ອະນຸລັກ​ນິຍົມ​ເພື່ອ​ເຂົ້າ​ຄວບ​ຄຸມ​ລັດຖະບານ​ໃນ​ນະຄອນຫຼວງ Athens. ທ່ານໄດ້ກ່າວວ່າ ທ່ານຮູ້ສຶກວ່າ​ເປັນ​ການ “ພິສູດໃຫ້ເຫັນວ່າຖືກ ຕ້ອງ,” ແລະ ກ່າວເພີ່ມເຕີມວ່າ ພັກ Syriza ຂອງທ່ານຈະ “ທຳຕາມການຮຽກຮ້ອງ ຂອງບັນດາຜູ້ມີ ສິດອອກສຽງ” ເພື່ອສ້າງເສດຖະກິດຂອງ ກຣິສ ຄືນ ແລະ “ຍົກ ສູງຄວາມພູມໃຈ ຂອງປະເທດເຮົາ.”

ກ່ອນໜ້ານີ້, ຫົວໜ້າຂູ່ແຂ່ງຂອງທ່ານ Tsipras, ຜູ້ນຳພັກອະນຸລັກນິຍົມປະຊາທິປະໄຕໃໝ່ ທ່ານ Vangelis Meimarakis, ໄດ້ສະແດງຄວາມຍິນດີຕໍ່ຜູ້ໄດ້ຮັບໄຊຊະນະ ແລະ ໄດ້ຮຽກ ຮ້ອງໃຫ້ມີການສ້າງຕັ້ງລັດຖະບານໃໝ່ໃຫ້ໄວ ເຊິ່ງທ່ານ Tsipras ໄດ້ກ່າວວ່າ ຈະລວມເອົາ ພັກຊາດນິຍົມເອກະລາດ ກຣິສ ເຊິ່ງຜູ້ນຳຂອງພັກໄດ້ກ່າວວ່າ ພວກເຂົາເຈົ້າຈະເຂົ້າຮ່ວມ ໃນການ ເປັນພັນທະມິດກັນ.

ດ້ວຍ 66 ເປີເຊັນຂອງການລົງຄະແນນສຽງ ທີ່ໄດ້ນັບໃນຕອນແລງ ຂອງວັນອາທິດວານນີ້, ພັກ Syriza ໄດ້ຮັບ 35.4 ເປີເຊັນຂອງການ ລົງຄະແນນສຽງ ແລະ ໄດ້ຮັບ 144 ບ່ອນ​ນັ່ງ ໃນສະພາ 300 ຕຳແໜ່ງ. ພັກປະຊາທິປະໄຕໃໝ່ໄດ້ເປັນອັນດັບທີ 2 ມີ 28.3 ເປີເຊັນ, ແລະ ຕາມມາດ້ວຍພັກທີ່ມີແຮງບັນດານໃຈ ຈາກລັດທິຊາດ ນິຍົມ Nazi ພັກ Golden Dawn ດ້ວຍຄະ​ແນນ 7 ເປີເຊັນ.

Greeks Voting for New Leadership
please wait

No media source currently available

0:00 0:00:27 0:00

XS
SM
MD
LG